Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ

Posted on 19/05/202219/05/2022 By ປະກາດ Pakaad No Comments on ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ແລະ ກະຊວງການເງິນ ເປີດເຜີຍຜົນການຈັດຕັ້ງປະຕິບັດດຳລັດ ວ່າດ້ວບລົດຂອງລັດ ສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າມີຄວາມຄືບໜ້າດີສົມຄວນ ໂດຍທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ສຳເລັດ ການເຜີຍແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ. ພ້ອມດຽວກັນນັ້ນ, ກໍໄດ້ເລັ່ງສັງລວມ ຂຶ້ນບັນຊີລົດຂອງລັດ ທີ່ກະຊວງ-ອົງການຂອງຕົນ ຄຸ້ມຄອງ ແລະ ນຳໃຊ້ ເປັນຕົ້ນ ຈຳນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະ ເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ; ລວມທັງແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າ ທີ່ໝົດອາຍຸການໃຊ້ງານ ແລະ ໄດ້ຖອນຄືນລົດຈຳນວນໜຶ່ງ ທີ່ເກີນກໍານົດ ໃນດຳລັດ ເລກທີ 599/ລບ.

ສະເພາະ ຫສນຍ ກໍໄດ້ສົມທົບກັບກະຊວງການເງິນ ດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນ ໃຫ້ຂະແໜງການ, ອົງການ ຈຳນວນໜຶ່ງ; ໄດ້ສົມທົບກັນ ກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະ ຄາດໝາຍທາງດ້ານເວລາ ໃນການຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດດໍາລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະນະລົງເຜີຍແຜ່ເອກະສານ ກ່ຽວກັບການຄຸ້ມຄອງພາຫະນະຂອງລັດ ຢູ່ບັນດາແຂວງໃນທົ່ວປະເທດ. ໃນຕໍ່ໜ້າ ຖ້າພາກສ່ວນໃດ ບໍ່ທັນສຳເລັດ ການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ການຈັດຕັ້ງປະຕິບັດດຳລັດ ສະບັບນີ້ ສ່ອງແສງໃຫ້ເຫັນເຖິງ ຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນ ໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ ແລະ ສັງຄົມຫລາຍຂຶ້ນ, ສິ່ງສຳຄັນ ແມ່ນປະຕິບັດ ທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.

ຂໍ້ມູນ. ຫສນຍ ພາບປະກອບຂ່າວ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ
Next Post: ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ ໃນໄຕມາດທໍາອິດປີ 2022

Related Posts

Lao Telecom Market ຕະຫຼາດນັດຂອງຄົນຍຸກໃໝ່ ຄັ້ງທີ 6 ວັນທີ 12.12.2020 ນີ້ເດີ Featured
ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ Featured
ດ່ວນທີ່ສຸດ! ຄໍາສັ່ງ ປິດການ ເຂົ້າ-ອອກ ແຂວງຄຳມ່ວນ 31 ສິງຫາ ເຖິງ 13 ກັນຍາ 2021 Featured
ຫຼວງພະບາງມື້ນີ້ຕິດເພີ່ມ67ຄົນ Featured
ພະນັກງານບໍານານເພດຊາຍຈາກນະຄອນຫຼວງວຽງຈັນ Featured
ນໍ້ານົມແມ່ ຄືອາຫານມະຫັດສະຈັນຂອງລູກນ້ອຍ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme