Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ວັນວິສາຂະບູຊາ Vesak Day

Posted on 15/05/202215/05/2022 By ປະກາດ Pakaad No Comments on ວັນວິສາຂະບູຊາ Vesak Day

ຂື້ນ 15 ຄ່ໍາ ເດືອນ 6 ວັນທີ 15 ພຶດສະພາ 2022 ວັນ ວິສາຂະບູຊາ ຄວນບູຊາ ຫຼືນ້ອມລໍາລຶກເຖິງພຮະຄຸນຂອງພຮະສໍາມາສໍາພຸດທະເຈົ້າ ຜູ້ທີ່ເປັນສາສະດາຂອງມະນຸດ ເທວະດາ ແລະສັດທັງຫຼາຍໆ ດ້ວຍການໄຫວ້ພຣະສູດມົນ ຮັກສາຄວາມຖືກຕ້ອງ ແລະນັ່ງພາວະນາ ເພື່ອຍົກຍ້ອງເຊີດຊູພຮະມະຫາກຸນຸນາອັນຍິ່ງໃຫຍ່ ໂດຍມີທີ່ມາ ລາຍລະອຽດດັ່ງນີ້. ຄຳວ່າ ວິສາຂະບູຊາ ຫຍໍ້ມາຈາກຄຳວ່າ “ວິສາຂະ ປຸນນະມີດິຖີບູຊາ” ແປວ່າ ການບູຊາໃນວັນເພັງເດືອນ ວິສາຂະ ຫຼື ເດືອນ 6

ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດ ການອັດສະຈັນທີ່ສໍາຄັນ ກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ

ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ແຕ່ກໍນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່:

1. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະສູດ ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນ ໃກ້ຈະເຖິງເວລາປະສູດ ຕາມປະເພນີນິຍົມຂອງຄົນອິນເດຍ ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງ ຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຂະ ນະທີ່ກໍາລັງ ເດີນທາງກັບບ້ານ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມຕົ້ນສາລະ ທີ່ສວນລຸມພິນີວັນແລະພຣະນາງໄດ້ປະສູດພຣະໂອຣົດ ໃນທີ່ນັ້ນ ກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ 6 ປີ ຈໍ ກ່ອນພຸດທະສັກກະຣາດ 80 ປີ ປະສູດໄດ້ 5 ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າ ສົມປາດ ຖະໜາ

2. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ຕັດສະຮູ້ ຫຼັງຈາກອອກບວດໄດ້ 6 ປີ ເມື່ອພະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ.

3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະຣິນິບພານ ພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະ ເດັດດັບຂັນທະປະຣິນິບພານ.

ກົງກັບວັນອັງຄານຂຶ້ນ 15 ຄຳ່ ເດືອນ 6 ປີ ມະເສັງ ວັນວິສາຂະບູຊາ ເປັນວັນສຳຄັນຂອງໂລກ

ວັນວິສາຂະບູຊາ ໄດ້ຮັບຮອງຈາກອົງການ ສະຫະປະ ຊາຊາດ ໃຫ້ເປັນວັນສຳຄັນຂອງໂລກ ໃນວັນທີ 15 ທັນວາ ພ.ສ. 2542 (ຄ.ສ. 1999) ໂດຍເອີ້ນ ວັນວິສາຂະບູຊາ ເປັນພາສາອັງກິດວ່າ ( VESAk DAY) ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ຍື່ນເລື່ອງສະເໜີ ສະຫະປະຊາຊາດ ພິຈາລະນາ ແລະໄດ້ກຳນົດເອົາ ວັນວິສາຂະບູຊາ ເປັນວັນພັກ 1 ວັນ ຂອງສະຫະປະຊາຊາດ ແລະ ເປັນວັນພັກລັດຖະການຫຼາຍປະເທດໃນໂລກ.

.

.

.

.

.

Featured, ການສຶກສາ, ບຸນປະເພນີ

Post navigation

Previous Post: ລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ
Next Post: ເປີດໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບລາວ-ຫວຽດນາມ

Related Posts

ສປ ຈີນ ມອບວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ອີກ 8 ແສນໂດສ Featured
ນໍາເຂົ້າ 20 ຊຸມຊຸນ 427 ຖະແຫຼງຂ່າວ 25 ກັນຍາ 2021 Featured
ມື້ນີ້! ຊຸມຊົນ +19 ນໍາເຂົ້າ + 265 Featured
ກະສິກອນເມືອງເມິງພວມຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ Featured
ຈັບໄດ້ອີກແລ້ວ 55.664.000 ເມັດ Featured
ໂສມໜ້າເຈົ້າຂອງຍຶດເຄື່ອງຂອງຢູ່ເຮືອນອີກຫຼາຍລາຍການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme