Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາຍຸ 12 ປີຂຶ້ນໄປຈະໄດ້ຮັບການສັກຢາວັກຊິນ

Posted on 14/11/202114/11/2021 By ປະກາດ Pakaad No Comments on ອາຍຸ 12 ປີຂຶ້ນໄປຈະໄດ້ຮັບການສັກຢາວັກຊິນ

ລັດຖະບານເລັ່ງສັກວັກຊິນ ໃຫ້ກຸ່ມເປົ້າໝາຍ ດ້ວຍຮູບການຕະລຸມບອນ.

ວັນທີ 14 ພະຈິກ 2021 ນີ້, ກະຊວງສາທາລະນະສຸກ ອອກແຈ້ງການ ກ່ຽວກັບການສັກວັກຊິນ ປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ກຸ່ມເດັກນ້ອຍ ອາຍຸ 12-17 ປີ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ, ແມ່ຍິງຖືພາ, ຄົນພິການ ຫລື ເສຍຈິດ ແລະ ກຸ່ມປະຊາກອນທົ່ວໄປ ທີ່ຍັງບໍ່ທັນໄດ້ສັກວັກຊິນ ໃນຂອບເຂດທົ່ວປະເທດ.

ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ສັກວັກຊິນປ້ອງກັນພະຍາດໂຄວິດ-10 ໃຫ້ບັນລຸຕາມຄາດໝາຍ 50% ໃນທ້າຍປີ 2021 ໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນປະສິດທິຜົນໃນການ ຈັດຕັ້ງປະຕິບັດ ໂດຍເລັ່ງເກັບກໍາເປົ້າໝາຍຕົວເລກສະຖິຕິຕົວຈິງ ຂອງກຸ່ມເປົ້າໝາຍທີ່ຈະສັກຢາ ໃຫ້ເຂົ້າມາສັກຢ່າງທົ່ວເຖິງ ດ້ວຍຮູບການຕະລຸມບອນ.

ສ່ວນລາຍລະອຽດຂອງແຈ້ງການມີດັ່ງນີ້: ໃຫ້ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫລວງວຽງຈັນ ຊີ້ນຳໃຫ້ຂະແໜງແມ່ ແລະ ເດັກ/ສັກຢາກັນພະຍາດ, ຫ້ອງ ການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ເພື່ອຈັດຕັ້ງປະຕິບັດ ການສັກວັກຊິນປ້ອງກັນພະຍາດ ໂຄວິດ-19 ໃນຈຸດຄົງທີ່ ແລະ ເຄື່ອນທີ່, ຈັດຕັ້ງຂະບວນການ ແບບຕະລຸມບອນ ເພື່ອໃຫ້ເຂົ້າໄປເຖິງປະຊາຊົນ ຜູ້ທີ່ຢູ່ຫ່າງໄກສອກຫລີກ ໃນຂອບເຂດທົ່ວປະເທດ; ປະສານສົມທົບກັບອໍານາດການປົກຄອງ ຂັ້ນເມືອງ, ຂັ້ນບ້ານ ເພື່ອເກັບກໍາເປົ້າໝາຍຕົວເລກສະຖິຕິຕົວຈິງ ຂອງກຸ່ມເປົ້າໝາຍທີ່ຈະສັກຢາ ເຊັ່ນ: ກຸ່ມເດັກນ້ອຍ ອາຍຸ 6-11 ປີ (ເກັບກຳຂໍ້ມູນໄວ້ ແຕ່ຍັງບໍ່ທັນສັກໃຫ້ເທື່ອ) ແລະ 12-17 ປີ ມີເທົ່າໃດ ເພື່ອເປັນເປົ້າໝາຍ ໃຫ້ມີຄວາມຊັດເຈນ, ກຸ່ມອາຍຸ 18 ປີຂື້ນໄປ ແລະ ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ, ແມ່ຍິງຖືພາ, ຄົນພິການ ຫລື ເສຍຈິດ ທີ່ຍັງບໍ່ໄດ້ສັກວັກຊິນ ຍັງມີເທົ່າໃດ ຈະຕ້ອງໄດ້ໃຫ້ເຂົ້າມາສັກຢ່າງທົ່ວເຖິງ ດ້ວຍຮູບການຕະລຸມບອນ,

ຖ້າສະດວກໄປ-ມາໄດ້ ແມ່ນໃຫ້ມາສັກຢູ່ຈຸດບໍລິການສັກຢາ ທີ່ໄດ້ກຳນົດໄວ້, ຖ້າເຄື່ອນຍ້າຍບໍ່ໄດ້ (ເຈັບເປັນ, ອາຍຸສູງ ແລະ ອ່ອນເພຍ) ຕ້ອງໃຫ້ພະນັກງານໄປສັກ ຢູ່ກັບເຮືອນ; ສຳລັບຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍແຕ່ລະຂັ້ນ ກ່ອນຈະອອກໂຮງໝໍ ໃຫ້ທີມແພດໄປສັກວັກຊິນໃຫ້ເຂົາເຈົ້າ ເພື່ອຈະບໍ່ພາດໂອກາດ, ສໍາລັບແມ່ຍິງຖືພາ ເຂົ້າມາກວດທ້ອງໃນສະຖານທີ່ບໍລິການ ແມ່ນໃຫ້ໄດ້ສັກວັກຊີນທຸກກໍລະນີ ຖ້າອາຍຸການຖືພາຫລາຍກວ່າ 3 ເດືອນຂຶ້ນໄປ ໃຫ້ສັກຄົບສອງເຂັມ;

ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດການສັກວັກຊິນ ແອດສະຕາເຊເນກາ ເຂັມ 1, ເຂັມ 2 (ສໍາລັບ ຜູ້ທີ່ໄດ້ສັກເຂັມ 1 ມາກ່ອນ ແລະ ຮອດເວລາສັກເຂັມ 2) ທີ່ໄດ້ຮັບຈາກການແບ່ງປັນນັ້ນ ໃຫ້ໝົດກ່ອນ ວັນທີ 30 ພະຈິກ 2001 ໂດຍການເພີ່ມທະວີວຽກງານໂຄສະນາປະຊາສໍາພັນທຸກຮູບແບບ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການສັກຢາ ແນໃສ່ຮັບ ປະກັນບໍ່ໃຫ້ວັກຊີນໝົດອາຍຸ.

ພ້ອມນີ້, ໃຫ້ຈັດຕັ້ງປະຕິບັດການສັກວັກຊິນກັນພະຍາດ ໃນກຸ່ມເດັກນ້ອຍ ອາຍຸ 12-17 ປີ ເລີ່ມແຕ່ເດືອນພະຈິກ 2021 ໂດຍນຳໃຊ້ວັກຊິນ Sinopharm ພາຍຫລັງໄດ້ຮັບການຝຶກອົບຮົມ ຈາກສູນຮັກສາສຸຂະພາບແມ່ ແລະ ເດັກ ໃນການນຳໃຊ້ໃນກຸ່ມເປົ້າ ໝາຍດັ່ງກ່າວ ໃຫ້ກັບແພດໝໍ ຜູ້ປະຕິບັດເຂົ້າໃຈຢ່າງລະອຽດ ໃນການຈັດຕັ້ງປະຕິບັດ; ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ຮອບດ້ານ ໃນການປັບປຸງແບບແຜນວິທີເຮັດວຽກ ໂດຍການມອບຂາດໂຕໃຫ້ບຸກຄົນຮັບຜິດຊອບ, ມີການກວດກາຕິດຕາມ ແລະ ປະ ສານສົມທົບກັບອຳນາດການປົກຄອງ ເພື່ອໃຫ້ເພິ່ນໄດ້ມີຄວາມເປັນເຈົ້າການ ແນໃສ່ເພື່ອຄວາມຍືນຍົງ;

ໃຫ້ພະແນກສາທາລະນະສຸກແຂວງ, ນະຄອນຫລວງວຽງຈັນ ຂຶ້ນແຜນງົບ ປະມານໃຫ້ພຽງພໍ ແລະ ແຈກຢາຍງົບປະມານໃຫ້ເຖິງຂັ້ນເມືອງ ແລະ ໂຮງໝໍນ້ອຍ ພ້ອມທັງສະຫລຸບລາຍງານໃຫ້ຖືກລະບຽບການເງິນ. ສຳລັບແຂວງທີ່ຍັງບໍ່ທັນສົ່ງແຜນງົບປະມານ ໃນເຄື່ອນໄຫວສັກວັກຊິນໂຄວິດ-19 ສະເໜີໃຫ້ສົ່ງແຜນດັ່ງກ່າວ ໃຫ້ສູນຮັກສາສຸຂະພາບ ແມ່ ແລະ ເດັກ ບໍ່ໃຫ້ກາຍວັນທີ 15 ພະຈິກ 2001; ໃຫ້ພະແນກສາທາລະນະສຸກແຂວງ, ນະຄອນຫລວງວຽງຈັນ ຊອກວິທີຊ່ວຍຂັ້ນເມືອງ ແລະ ໂຮງໝໍນ້ອຍ ໃນການປ້ອນຂໍ້ມູນການສັກວັກຊິນ ໃຫ້ສຳເລັດ ແລະ ທັນເວລາ. ທ່ານສາມາດສົ່ງແບບຟອມລົງທະບຽນ/ໃບສະໝັກໃຈຮັບວັກຊິນໂຄວິດ-19 ມາໃຫ້ສູນຮັກສາສຸຂະພາບແມ່ ແລະ ເດັກ ເພື່ອຊ່ວຍປ້ອນຂໍ້ມູນ.

.

Featured, ຂ່າວສານບ້ານເມືອງ, ແຈ້ງການ​, ໂຄວິດ-19

Post navigation

Previous Post: ຜູ້ເສຍຊີວິດໃໝ່ມື້ນີ້ແມ່ນເພດຍິງທັງສາມ
Next Post: ສືບຕໍ່ມາດຕະການເລີ່ມ 15/11/2021 ເປັນຕົ້ນໄປ

Related Posts

ແຂວງໄຊຍະບູລີ ອອກມາດຕະການສະບັບໃໝ່ Featured
ຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 Featured
ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງຄັ້ງທີ I ປຶກສາຫາລືຫຼາຍບັນຫາສຳຄັນຂອງຊາດ Featured
ຫາລືໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດ Featured
ຝົນຈະຕົກຄ່ອຍຫາປານກາງ ຢູ່ທົ່ວທຸກພາກ ມື້ນີ້ 2/9/2021 Featured
ຊົມເຊີຍຢ່າງສຸດໃຈ! ສະຫວັນນະເຂດ ປົວຄົນຕິດເຊື້ອດີເພີ່ມ 246 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme