Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເມືອງງາມີແຜນຈະພັດທະນາຫ້າໂຄງການໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃນອານາຄົດ

Posted on 09/11/202109/11/2021 By ປະກາດ Pakaad No Comments on ເມືອງງາມີແຜນຈະພັດທະນາຫ້າໂຄງການໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃນອານາຄົດ

ເພື່ອເປັນການກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວພາຍໃນແຂວງອຸດົມໄຊ ເວົ້າລວມ ເວົ້າສະເພາະກໍຄືເມືອງງາໃນອານາຄົດ. ເມືອງງາ ກໍເປັນເມືອງໜຶ່ງທີ່ມີທ່າແຮງໃນດ້ານການທ່ອງທ່ຽວ ພ້ອມນີ້ ຍັງເປັນເມືອງທີ່ມີເສັ້ນທາງລົດໄຟແລ່ນຜ່ານ ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈະມາທ່ຽວໃນເມືອງງາໃນຕໍ່ໜ້າ.

ດັ່ງນັ້ນ ພະແນກ ຖວທ ແຂວງອຸດົມໄຊ ໂດຍສະເພາະແມ່ນຂະແໜງທ່ອງທ່ຽວ ຈື່ງໄດ້ສົມທົບກັບເມືອງ ເພື່ອສຳຫຼວດວາງແຜນການພັດທະນາແຫຼ່ງທ່ອງທ່ຽວໃນເມືອງງາ ຈຳນວນ 5 ໂຄງການ ເພື່ອຈະສ້າງໃຫ້ເປັນເມືອງທ່ອງທ່ຽວທາງດ້ານທຳມະຊາດ ແລະ ຊີວິດວັດທະນະທຳຊົນເຜົ່າຕາມຝັ່ງແມ່ນ້ຳຂອງເພື່ອເຊື່ອມຈອດການທ່ອງທ່ຽວ ລະຫວ່າງ ເມືອງປາກແບງ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ແຂວງຫຼວງພະບາງ ຕິດພັນກັບການຊຸກຍູ້ສົ່ງເສີມ ວັດທະນະທຳ ຮີດຄອງປະເພນີ ຂອງປະຊົນບັນດາເຜົ່າ ໃນທົ່ວເມືອງ ແລະ ອື່ນໆ.

ໃນນັ້ນລວມມີ: ໂຄງການສໍາຫຼວດ ແລະ ພັດທະນາໜອງຫຼົ່ມ ບ້ານກອນທອຍ ໃຫ້ເປັນແຫຼ່ງທ່ອງທ່ຽວ ທາງທຳມະຊາດ ຕິດພັນກັບວິຖີຊິວິດຊົນເຜົ່າຂະມຸ (ຂັ້ນເມືອງ ), ການທ່ອງທ່ຽວ ປ່າຊາ 1000 ປີ, ເຂດພູຫວດ ແລະ ສະຖານທີ່ພັກແຮມທີ່ເປັນເອກະລັກ (ຂັ້ນແຂວງ ), ອະນຸລັກ ສັດນ້ຳ ສັດປ່າ ສິ່ງແວດລ້ອມໜ້າເຂື່ອນນ້ຳງາ 2 ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວດ້ານການປະມົງ (ຂັ້ນເມືອງ ), ສຳຫລວດສ້າງລາຍການທ່ອງທ່ຽວ ປ່າຊາທໍາມະຊາດ ຕິດພັນກັບວິຖີຊີວິວິດຊາວບ້ານ ແລະ ລາຍການທ່ອງທ່ຽວ ຂີ່ເຮືອ,ລ່ອງແພ ຊົມທໍາມະຊາດໜ້າເຂື່ອນນ້ຳງາ (ຂັ້ນເມືອງ ), ສ້າງສວນສາທາລະນະໝາກພ້າວ 1.000 ຕົ້ນ, ປູກດອກສະບັນງາໃຫ້ເປັນເອກະລັກຕາມຄຳຂັວນຂອງເມືອງຄື: ເຂົ້ານາຊານ,ໝາກພ້າວບ້ານຖິ່ນ, ຊິມເຫຼົ້າຂາວພື້ນບ້ານ ດອກສະບັນງາຫອມຫວນ (ຂັ້ນເມືອງ ).

ເຊີ່ງບັນດາໂຄງການດັ່ງກ່າວ ແມ່ນເປັນແຜນການພັດທະນາຂອງ ພະແນກ ຖວທ ຮ່ວມກັບ ເມືອງ ໃນຊຸມປີ 2021-2025. ປະຈຸບັນບາງສະຖານທ່ອງທ່ຽວທ່ຽວກໍໄດ້ພັດທະນາບາງສ່ວນແລ້ວ ໂດຍສະເພາະ ປ່າຊາພັນປີ, ການອະນຸລັກສັດນ້ຳ ສັດປ່າເຂດໜ້າເຂື່ອນໄຟຟ້ານ້ຳງາ ແລະ ອື່ນໆຈຳນວນໜື່ງ.

ຂ່າວໂດຍ: ແສງອາທິດ, ກວດແກ້ໂດຍ: ໄມພອນ

Featured, ທ່ອງທ່ຽວ

Post navigation

Previous Post: ແຂວງຄໍາມ່ວນອອກຄໍາສັ່ງເພີ່ມມາດຕະການສະບັບໃໝ່
Next Post: ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດສະໄໝທີ IV

Related Posts

ພາກໃຕ້ ຝົນຈະຕົກກວມ 70%ຂອງພື້ນທີ່ ສ່ວນພາກອື່ນໆ 30-60% Featured
ຜູ້ນຳຂອງ 3 ພັກ ລາວ- ຫວຽດນາມ-ກຳປູເຈຍ ພົບປະກັນທີ່ນະຄອນຫຼວງ ຮ່າໂນຍ Featured
ເຕືອນພາຍຸດີເປຣຊັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນລຸ່ມ Featured
ແຂວງວຽງຈັນຕົວເລກສູງທີ່ສຸດມື້ນີ້ທົ່ວປະເທດ648ຄົນ Featured
ຝົນແລະຄວາມເຢັນຍັງປົກຄຸມທົ່ວປະເທດ Featured
ຂ່າວພະຍາກອນອາກາດ ປະຈໍາວັນ 12/2/2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme