Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໂບວິລັກ ຄວ້າຫຼຽນເງິນທຳອິດ ເປຕັ່ງປະເພດຊຸດຕິ້ງຍິງ

Posted on 14/05/202214/05/2022 By ປະກາດ Pakaad No Comments on ໂບວິລັກ ຄວ້າຫຼຽນເງິນທຳອິດ ເປຕັ່ງປະເພດຊຸດຕິ້ງຍິງ

“ກິບ” ໂບວິລັກ ນັກກິລາເປຕັງທີມຊາດລາວ ປະເພດຊຸດຕິ້ງຍິງ ໄດ້ຫຼຽນເງິນທຳອິດ ໃຫ້ນັກກິລາລາວ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ.

ໂບວິລັກ ເທບພະກັນ ນັກກິລາເປຕັງທີມຊາດລາວ ປະເພດຊຸດຕິ້ງຍິງ ເສຍໃຫ້ ກິນ ເຈີຣີ ເທັສ ນັກກິລາມຽນມາ ດ້ວຍຄະແນນ 27-44 ຄະແນນ. ກິນ ເຈີຣີ ເທັສ ໄດ້ຫຼຽນຄຳ ໄປຄອງ, ໂບວິລັກ ໄດ້ຫຼຽນເງິນ ແລະ ເປັນຫຼຽນເງິນທຳອິດ ໃຫ້ແກ່ ນັກກິລາລາວ, ສ່ວນຫຼຽນທອງຮ່ວມ ແມ່ນນັກກິລາກຳປູເຈຍ ແລະ ຫວຽດ ນາມ ເຈົ້າພາບ, ຂະນະທີ່ ຫຼຽນຄຳ ຊຸດຕີ້ງຊາຍ ແມ່ນນັກກິລາຈາກໄທ, ຫຼຽນເງິນ ຫວຽດນາມ ເຈົ້າພາບ ແລະ ຫຼຽນທອງຮ່ວມ ແມ່ນ ມຽນມາ ແລະ ກຳປູເຈຍ, ສ່ວນ ສີສົມພອນ ສັນນະຈອນ ນັກກິລາທີມຊາດລາວ ຕົກຮອບທຳອິດ.

ການແຂ່ງຂັນກິລາເປຕັງ ໃນຊີເກມ ຄັ້ງນີ້ ມີການຊີງໄຊກັນທັງໝົດ 8 ລາຍ ການຄື: ຊຸດຕິ້ງຍິງ-ຊາຍ, ທີມຄູ່ຍິງ-ຄູ່ຊາຍ, ທີມຄູ່ປະສົມ, ທີມຊຸດຍິງ 2 ຊາຍ 1, ທີມຊຸດຍິງ ແລະ ທີມຊຸດຊາຍ, ກິລາເປຕັງ ມີ 6 ຊາດ ເຂົ້າຮ່ວມຊີງໄຊຄື: ສສ ຫວຽດນາມ ເຈົ້າພາບ, ສປປ ລາວ, ໄທ, ມາເລເຊຍ, ມຽນມາ ແລະ ກຳປູເຈຍ. ແຂ່ງຂັນລະຫວ່າງວັນທີ 13-19 ພຶດສະພານີ້, ໂດຍ ສປປ ລາວ ສົ່ງນັກກິລາຮ່ວມຊີງໄຊຄົບທັງ 8 ລາຍການ.

Cr: ສົງການ ພັນແພງດີ

Featured, ກິລາ

Post navigation

Previous Post: ພະຍາກອນອາກາດ ປະຈໍາວັນທີ 14 ພຶດສະພາ 2022
Next Post: ລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ

Related Posts

ຍີ່ປຸ່ນ ຊ່ວຍສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃນ 6 ແຂວງຂອງ ສປປ ລາວ Featured
ມາດຕະການ ເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19 Featured
ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ Featured
ສານອວຍພອນປີໃໝ່ລາວ ຈາກປະທານປະເທດ Featured
ແຂວງວຽງຈັນເຂັ້ມງວດມາດຕະການຮອດ 31/10/2021 Featured
ຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme