Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບຄະນະລັດຖະບານ ປຶກສາຫາລືຫລາຍບັນຫາສໍາຄັນຮີບດ່ວນ

Posted on 20/04/202220/04/2022 By ປະກາດ Pakaad No Comments on ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບຄະນະລັດຖະບານ ປຶກສາຫາລືຫລາຍບັນຫາສໍາຄັນຮີບດ່ວນ

(ສພຊ) ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ; ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ;

ພ້ອມທັງຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມກັນ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ.

ໃນວັນທີ 20 ເມສານີ້ ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະ ຊຸມຮ່ວມກັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ຄະນະລັດຖະບານ, ເປັນຕົ້ນ ລັດຖະມົນຕີກະຊວງຕ່າງໆ ແລະ ແຂກທີ່ຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາບ ແລະ ຂ່າວ: ສອນສັກ ວັນວິໄຊ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ເມືອງຄູນຄໍາ ປະກາດຫາເຈົ້າຂອງລົດຈັກຈໍານວນ 24 ຄັນດ່ວນ
Next Post: ອາກາດເຢັນໄດ້ມີກໍາລັງອ່ອນລົງຍັງປົກຄຸມຢູ່ເຂດ ພາກເໜືອດ້ານຕາເວັນອອກ

Related Posts

ເກີດແຜ່ນດິນໄຫວຫ່າງຈາກຕົວເມືອງໄຊສະຖານ ປະມານ 23 ກິໂລແມັດ Featured
ແຂວງຈໍາປາສັກ ຈັດພິທີປູກຕົ້ນໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ Featured
ນໍ້ານົມແມ່ດີທີ່ສຸດສໍາລັບລູກ! ເພື່ອປະເທດຊາດມີປະຊາກອນທີ່ສຸຂະພາບແຂງແຮງສົມບູນ Featured
ອີຊູຊຸສົ່ງທ້າຍປີ ເປີດໂຕກະບະລຸ້ນໃໝ່ “NEW! ISUZU D-MAX” ຜູ້ນຳແຫ່ງໂລກກະບະ…ເໜືອຂີດຈຳກັດ Featured
ພະຍາກອນອາກາດປະຈຳວັນທີ 31 ມີນາ 2022 Featured
ສຸນທອນພົດ ປະທານປະເທດ ໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme