ວັນທີ 27 ກຸມພາ 2021 ທີ່ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ (ຫລັງໃໝ່) ໄດ້ມີການຍົກກາໝາຍຊາດຂຶ້ນຕິດຢູ່ສີໜ້າຈຸດສູງສຸດຂອງອາຄານ ໂດຍມີທ່ານ ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ທັງເປັນຄະນະກໍາມະການຊີ້ນໍາການປຸກສ້າງຫໍສະພາແຫ່ງຊາດ (ຜູ້ປະຈໍາການຄະນະຄຸ້ມຄອງໂຄງການ) ພ້ອມດ້ວຍຄະນະຮັບຜິດຊອບກໍ່ສ້າງຝ່າຍລາວ ແລະ ຫວຽດນາມ ເຂົ້າຮ່ວມ ແລະ ຕິດຕາມ.

ໂອກາດດັ່ງກ່າວ, ທ່ານ ເກດແກ້ວ ສີຫາລາດ ໄດ້ກ່າວວ່າ: ການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ແມ່ນໄດ້ເລີ່ມກໍ່ສ້າງຕັ້ງແຕ່ເດືອນ 8 ປີ 2018 ຈົນມາຮອດປັດຈຸບັນນີ້ ສາມາດເວົ້າໄດ້ວ່າເປັນໂຄ້ງສຸດທ້າຍແລ້ວ ເຊິ່ງວຽກຕ່າງໆຕ້ອງໄດ້ໃຫ້ສໍາເລັດ ເຊັ່ນ: ວຽກຕົບແຕ່ງນອກອາຄານ, ການຕົບແຕ່ງພາຍໃນ ແລະ ວຽກງານຕິດຕັ້ງລະບົບຈໍານວນໜຶ່ງ; ສໍາລັບວຽກໂຄງສ້າງທັງໝົດນັ້ນຖືວ່າສໍາເລັດ 100% ແລ້ວ ແຕ່ເພື່ອເປັນປະການຕິບັດຕາມການຊີ້ນໍາຂອງຄະນະຮັບຜິດຊອບ

ນັບແຕ່ນີ້ຫາຕົ້ນເດືອນ 3 ປີ 2021 ແມ່ນຈະໄດ້ສຸມໃສ່ວຽກຕົບແຕ່ງອາຄານ, ວຽກຕົກແຕ່ງຫ້ອງປະຊຸມໃຫຍ່, ຫ້ອງຮັບແຂກ ແລະ ສະຖານທີ່ສໍາຄັນຕ່າງໆ ເຊິ່ງຈະໄດ້ສຸມໃສ່ໃຫ້ສໍາເລັດແລ້ວ ເພື່ອໃຫ້ສາມາດນໍາໃຊ້ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຈະເປີດຂຶ້ນໃນມໍ່ໆນີ້;

ອັນນີ້ແມ່ນຄາດໝາຍສູ້ຊົນ ແລະ ຫລັງຈາກເອົາກາໝາຍຊາດຂຶ້ນແລ້ວ ຈະໄດ້ເລີ່ມລົງມືຕົກແຕ່ງທັງສີໜ້າ ແລະ ທັງຂອບຫລັງຄາໃຫ້ສວຍງາມ.

ຂ່າວ ສອນສັກ ວັນວິໄຊ
