Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ 54 ຄົນ ຢູ່ 9 ແຂວງ! ຖະແຫຼງຂ່າວ 1 ກັນຍາ 2021

Posted on 01/09/202101/09/2021 By ປະກາດ Pakaad No Comments on ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ 54 ຄົນ ຢູ່ 9 ແຂວງ! ຖະແຫຼງຂ່າວ 1 ກັນຍາ 2021

 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 31 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3,828 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 274 ຄົນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,289 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,418 ຄົນ.

ຈໍານວນຜູ້ຕິດເຊື້ອໃໝ່ 274ຄົນ, ມີກໍລະນີນໍາເຂົ້າ ມີ 220 ຄົນ ຈາກ ແຂວງວຽງຈັນ 1 ຄົນ, ຄຳມ່ວນ 4 ຄົນ, ສາລະວັນ 3 ຄົນ ,ຈຳປາສັກ 45 ຄົນ ແລະ ສະຫວັນນະເຂດ 167 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ, ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

ນະຄອນຫຼວງ 2 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ: ຈາກ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ 01 ຄົນ: ເພດຍີງ ອາຍຸ 36 ປີ ອາຊີບແມ່ເຮືອນ, ບ້ານໂພນສົມບູນ ເມືອງ ສີໂຄດຕະບອງ 01 ຄົນ, ເພດຍີງ ອາຍຸ 33 ປີ ອາຊີບ, ພະນັກງານບໍລິສັດວຽງທອງການຢາ ໄດ້ໄປວຽກລ່າສຸດວັນສຸກ ວັນທີ່ 27 ສີງຫາ 2021. ຜູ້ກ່ຽວ ເປັນຜູ້ສຳຜັດໃກ້ຊິດ ແລະ ຢູ່ໃນໄລຍະກັກໂຕ ທີ່ເຊື່ອມໂຍງກັບ ບໍລິສັດຂົນສົ່ງທາງບົກ-ທາງນໍ້າ ທ່າເຮືອຫຼັກ 4.

ແຂວງ ສະຫວັນນະເຂດ 12 ຄົນ: ມາຈາກ ບ້ານລັດຕະນະລັງສີໃຕ້ ມີ 04 ຄົນ ທີ່ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານການຢາໂຮງໝໍແຂວງ; ບ້ານຫົວເມືອງເໜຶອ ມີ 03 ຄົນ; ອີກ 05 ຄົນ ທີມງານກຳລັງສອບສວນເອົາຂໍ້ມູນເຊີ່ງຈະແຈ້ງໃຫ້ບັນດາທ່ານຊາບພາຍຫຼັງ

ບໍ່ແກ້ວ 18 ຄົນ: ທັງໝົດ 18 ຄົນມາຈາກ ເຂດເສດຖະກິດພິເສດສາມລ່ຽມທອງຄຳ

ຈໍາປາສັກ 14 ຄົນ : ພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸພອນ 12 ຄົນ; ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ 1 ຄົນ

ຄຳມ່ວນ 4 ຄົນ, ທັງໝົດເປັນໃນຄອບຄົວ ແລະ ສໍາພັດໃກ້ຊິດຂອງກໍລະນີຕິດເຊື້ອຜ່ານມາ, ເມືອງ ຫີນບູນ: 3 ຄົນ ຈາກບ້ານມ່ວງໄຂ່, ເມືອງ ທ່າແຂກ: 1 ຄົນ ຈາກບ້ານ ເລົາໂພໄຊ.

ຫຼວງນ້ຳທາ 1 ຄົນ

ຫຼວງພະບາງ 1 ຄົນ : ບ້ານປ່າໄຜ່ ເມືອງນານ, ຊື່ງ ສຳຜັດ ກັບຜູ້ຕິດເຊື້ອ ຈາກເມືອງ ນານ.

ໄຊຍະບູລີ 1 ຄົນ : ເປັນພະນັກງານຂັບລົດ ຢູ່ບໍລິສັດພອນສະຫັວນ ບ້ານສີເມືອງ, ເມືອ ງໄຊຍະບູລີ ສຳຜັດກັບຜູ້ເຊື້ອຜ່ານມາ.

ແຂວງວຽງຈັນ 1 ຄົນ : ບ້ານໂພນແພງ, ເມືອງທຸລະຄົມ ທີ່ເຊື່ອມໂຍງກັບກໍລະນີຈາກບ້ານ ດອນດູ່ ເມືອງຫາດຊາຍຟອງ.

 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານມີຄໍາຖາມ ກ່ຽວກັບ ໂຄວິດ-19 ບໍ່? ທີ່ນີ້ມີຄໍາຕອບ
Next Post: ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021

Related Posts

ໜັກສຸດເພີ່ມພັນສາມຮ້ອຍກວ່າຄົນ Featured
ໂບວິລັກ ຄວ້າຫຼຽນເງິນທຳອິດ ເປຕັ່ງປະເພດຊຸດຕິ້ງຍິງ Featured
ຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ Featured
ພິທີອະຣາດທະນາພຣະເຈົ້າສິງຫ໌ຄຳ ລົງຫົດສົງ ປີໃໝ່ລາວ Featured
ພະຍາກອນອາກາດ ປະຈໍາວັນທີ 14 ພຶດສະພາ 2022 Featured
ລາຍຊື່ປໍ້າ ນະຄອນຫຼວງວຽງຈັນ ເປີດບໍລິການ 31 ພຶດສະພາ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme