Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນະໂຍບາຍ 3 ເດືອນ 3% ໄຟຟ້າລາວ ຂາດທຶນລວມ ປະມານ 18 ຕື້ກວ່າກີບ

Posted on 28/05/202128/05/2021 By ປະກາດ Pakaad No Comments on ນະໂຍບາຍ 3 ເດືອນ 3% ໄຟຟ້າລາວ ຂາດທຶນລວມ ປະມານ 18 ຕື້ກວ່າກີບ

ໄຟຟ້າລາວຈະຂາດທຶນ 6 ຕື້ກວ່າກີບຕໍ່ເດືອນສະເພາະການປະຕິບັດນະໂຍບາຍຫລຸດຄ່າໄຟຟ້າ 3%

ລັດວິສາຫະກິດໄຟຟ້າລາວ ຈະຂາດທຶນ 6 ຕື້ກວ່າກີບຕໍ່ເດືອນສະເພາະການປະຕິບັດນະໂຍບາຍຫລຸດຄ່າກະແສໄຟຟ້າພາກທີ່ຢູ່ອາໃສ 3% ຂອງມູນຄ່າໃບບິນທັງ ໝົດ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຮອບທີ 2 ທີ່ເກີດຂຶ້ນຢູ່ລາວໃນປັດຈຸບັນນີ້ ໂດຍປະຕິບັດເປັນເວລາ 3 ເດືອນ ຄື: ເດືອນພຶດສະພາ ຫາ ເດືອນກໍລະກົດ 2021.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ໃຫ້ສໍາພາດວ່າ: ການຫລຸດຄ່າກະແສໄຟຟ້າ ພາກທີ່ຢູ່ອາໃສ 3% ໃນຄັ້ງນີ້ ຖືເປັນການປະ ກອບສ່ວນ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຂອງປະຊາຊົນລາວບັນດາເຜົ່າຈາກການລະບາດຂອງພະຍາດໂຄວິດ-19, ເຊີ່ງລັດວິສາຫະກິດໄຟຟ້າລາວ ມີຄວາມສາມາດຫລຸດໄດ້ເທົ່ານີ້ ເພາະຍັງມີໜີ້ສິນທີ່ຕ້ອງຈ່າຍຈຳນວນຫລາຍ. ສະເພາະການປະຕິບັດນະໂຍບາຍຫລຸດຄ່າກະແສໄຟຟ້າດັ່ງກ່າວນີ້ ຈະເຮັດໃຫ້ລັດວິສາຫະກິດໄຟຟ້າລາວ

ຂາດທຶນເດືອນລະ 6 ຕື້ກວ່າກີບ ໂດຍບໍ່ໄດ້ລວມການຂາດທຶນອື່ນໆ ທີ່ມີຢູ່ແລ້ວ. ຜູ້ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ກ່າວຕື່ມວ່າ: ການຫລຸດຄ່າກະແສໄຟຟ້າຄັ້ງນີ້ ເຖີງວ່າບໍ່ຫລາຍ ແລະ ບໍ່ຖືກໃຈຂອງຫລາຍຄົນ ແຕ່ຖືເປັນການປະກອບສ່ວນສໍາຄັນຂອງລັດວິສາຫະກິດໄຟຟ້າລາວທີ່ມີຕໍ່ປະຊາຊົນ ກໍຄື ຜູ້ຊົມໃຊ້ກະແສໄຟ ຟ້າໃນລາວທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນທ່າມ ກາງສະພາບທີ່ລັດວິສາຫະກິດໄຟຟ້າລາວມີໜີ້ສິນທີ່ຕ້ອງຈ່າຍເປັນຈໍານວນຫລາຍ.

ຂ່າວ: ມົດແດງນ້ອຍ
ພາບ: ຈັນທະວອນ ຄໍາພິລາວົງ
ວິທະຍຸກະຈາຍສຽງແຫ່ງຊາດລາວ

Featured, ການກຸສົນ, ທຸລະກິດ

Post navigation

Previous Post: foodpanda ຊ່ວຍເຫຼືອຄະນະສະເພາະກິດຕ້ານ ໂຄວິດ 19 ທົ່ວປະເທດ! ລວມມູນຄ່າ 120 ລ້ານ ກີບ! 
Next Post: ຊົມເຊີຍ ສະມາຄົມຈີນ ສະຫວັນນະຂດ ມອບຕຽງນອນ 30 ໜ່ວຍ ໃຫ້ຄະນະສະເພາະກິດ

Related Posts

ຂ່າວດ່ວນເລື່ອນການລົງທະບຽນເບີຮອດທ້າຍເດືອນມີນາປີໜ້າ Featured
ອາກາດຍັງໜາວເຢັນຫາໜາວເຢັນຫລາຍຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ Featured
ບັນຍາກາດ ໂຄງການສົ່ງເສີມການຂາຍແລະ ເຈລະຈາ ທຸລະກິດອອນໄລ ໄທ-ລາວ ຈັດຂຶ້ນລະຫວ່າງວັນທີ 1 ກໍລະກົດ – 31 ສິງຫາ 2020 ທຸລະກິດ
ຂ່າວໂຄວິດປະຈໍາວັນສະຖານະການໜ້າເປັນຫ່ວງ Featured
ເຕືອນພາຍຸໄລອອນຣັອກປ່ຽນເປັນດີເປລຊັນຮອດລາວຝົນຕົກກວມທຸກພາກ Featured
ທະນາຄານແຫ່ງ ສປປ ລາວ ກຽມອອກພັນທະບັດ ດອກເບ້ຍ 20% ຕໍ່ປີ ມູນຄ່າ 5 ພັນຕື້ກີບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme