Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເອັດສຊີຈີ ສານຕໍ່ມອບທຶນການສຶກສາ ໃນໂຄງການ “SCG Sharing the Dream” ປີທີ 10

Posted on 17/12/202117/12/2021 By ປະກາດ Pakaad No Comments on ເອັດສຊີຈີ ສານຕໍ່ມອບທຶນການສຶກສາ ໃນໂຄງການ “SCG Sharing the Dream” ປີທີ 10

ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 10 ຈຸດປະກາຍຄວາມຝັນພ້ອມພັກດັນສູ່ອະນາຄົດທີ່ດີ.

ວັນທີ 16 ທັນວາ 2021, ນະຄອນຫຼວງວຽງຈັນ ເອັດສຊີຈີ ສານຕໍ່ໂຄງການ “SCG Sharing the Dream”ໃນ ສປປ ລາວ ເປັນປີທີ 10 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ເນັ້ນສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ເປັນຄົນເກັ່ງແລະດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ສາມາດທີ່ຈະມີໂອກາດທາງການສຶກສາ ແລະ ສາມາດນໍາຄວາມຮູ້ ມາຊ່ວຍພັດທະນາປະເທດຊາດໄດ້ຢ່າງຢືນຍົງ.

ທ່ານ ພີລະມາດ ວະຈະນານະວັດ ກໍາມະການຜູ້ຈັດການ ບໍລິສັດ ຄໍາມ່ວນຊີມັງ ຈໍາກັດ ກ່າວວ່າ “ເອັດສຊີຈີ ໄດ້ມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ເຊິ່ງເປັນປີທີ 10 ພວກເຮົາເຫັນຄວາມສໍາຄັນຂອງຄວາມຝັນ ແລະ ຄວາມມຸ່ງໝັ້ນຂອງນ້ອງນັກຮຽນ ໃນປີນີ້ ທາງເຮົາໄດ້ມອບທຶນການສຶກສາລະດັບປະລິນຍາຕີໃຫ້ນ້ອງນັກສຶກສາຈໍານວນ 6 ທຶນ ຂ້າພະເຈົ້າເຊື່ອວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆທຸກຄົນທີ່ມີຄວາມຕັ້ງໃຈໃນການສຶກສາຮໍ່າຮຽນ ແຕ່ຂາດເຂີນທຶນຮອນ ຈະສາມາດມີໂອກາດໄດ້ພັດທະນາໂຕເອງໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ເປັນປະໂຫຍດໃຫ້ແກ່ຕົນເອງ ເພື່ອຮັບໃຊ້ປະເທດຊາດ ແລະ ເຮັດໃຫ້ນ້ອງໆໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງການສຶກສາຮໍ່າຮຽນ ເພື່ອມາໃຊ້ໃນການປະກອບອາຊີບຂອງຕົນໃນອະນາຄົດຕໍ່ໄປອີກດ້ວຍ”

.

ເອັດສຊີຈີ ເນັ້ນຊຸກຍູ້ໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພູມມິພາກອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ກໍາປູເຈຍ ແລະ ມຽນມາ ທົ່ວພູມມິພາກອາຊຽນ

ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີ ເຂົ້າໄປດໍາເນີນທຸລະກິດສໍາຫຼັບ ສປປ ລາວ ເອັດສຊີຈີ ດໍາເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງຕໍ່ເນື່ອງ ເຊິ່ງທຶນດັ່ງກ່າວຈະສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ.

ກ່ຽວກັບ SCG : ເອັດສຊີຈີ ກຸ່ມບໍລິສັດຊັ້ນນໍາໃນຂອບເຂດອາຊຽນປັດຈຸບັນປະກອບດ້ວຍ 3 ທຸລະກິດຫຼັກໄດ້ແກ່ທຸລະກິດຊີມັງ-ຜະລິດຕະພັນກໍ່ສ້າງ, ທຸລະກິດເຄມີໂຄ ແລະ ທຸລະກິດແພັກເກັດຈິ້ງ ຕະຫຼອດໄລຍະຫຼາຍກວ່າ 108 ປີ ເອັດສຊີຈີດໍາເນີນທຸລະກິດຕາມແນວທາງການພັດທະນາແບບຍືນຍົງພາຍໃຕ້ຫຼັກການທີ່ດີມຸ້ງສູ່ຄວາມເປັນຜູ້ນໍາໃນອາຊຽນ ແລະ ກຽມພ້ອມສໍາລັບການແຂ່ງຂັນລະດັບໂລກ ໂດຍມີການພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ຜ່ານການສ້າງສັນນະວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ນອກຈາກນັ້ນ ຍັງເນັ້ນສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າໄປດຳເນີນທຸລະກິດ.

ເອັດສຊີຈີ ເລີ່ມດໍາເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ 2003 ດໍາເນີນທຸລະກິດພາຍໃຕ້ 3 ບໍລິສັດຄື: Khammouane Cement Limited (KCL),SCG International Laos Co., Ltd., ແລະ SCG Logistics (Lao) ເພື່ອຜະລິດແລະຈັດຈໍາໜ່າຍຊີມັງ ສິນຄ້າວັດສະດຸກໍ່ສ້າງ ແລະ ເຄື່ອງຕົບແຕ່ງເຮືອນຄົບວົງຈອນສໍາລັບທຸກຄວາມຕ້ອງການຂອງຜູ້ບໍລິໂພກພາຍໃຕ້ຍີ່ຫໍ້ SCG ແລະ COTTO ເຊັ່ນ: ສິນຄ້າກຸ່ມຫຼັງຄາ ຝ້າ ຝາຜະໜັງ ແລະ ເພດານ ກະໂລ້ເຊຣາມິກ ສະນວນກັນຄວາມຮ້ອນ ສຸຂະພັນ ກ໊ອກນໍ້າ ແລະຄອນກຣີດຜະສົມແລ້ວ

Featured, ການກຸສົນ, ການສຶກສາ, ທຸລະກິດ

Post navigation

Previous Post: ແຂວງໄຊຍະບູລີ ອອກມາດຕະການສະບັບໃໝ່
Next Post: ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 1249 ຄົນ

Related Posts

ແຂວງຄໍາມ່ວນອອກຄໍາສັ່ງສະບັບໃໝ່ຮອດທ້າຍເດືອນທັນວາ Featured
ລະວັງໄພພາຍຸດຽນມູ Dianmu 24-26 ກັນຍາ ພາກກາງພາກໃຕ້ Featured
ພະຍາກອນອາກາດ ປະຈໍາວັນທີ 14 ພຶດສະພາ 2022 Featured
ດ່ານນໍ້າເຫືອງເກັບລາຍຮັບໄດ້ 263ຕື້ກວ່າກີບໃນໄລຍະ 9ເດືອນ Featured
ສປປ ລາວ ສັກວັກຊິນ ມີຄວາມຄືບໜ້າຕາມເປົ້າທີ່ຕັ້ງໄວ້ Featured
ເສຍຊີວິດ 8 ຄົນ ຕິດເພີ່ມ 1333 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme