Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເປີດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022

Posted on 21/07/202221/07/2022 By ປະກາດ Pakaad No Comments on ເປີດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ, ລັດຖະບານ ໄດ້ຈັດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ, ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນຍັງມີຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ແລ້ວຍັງມີຜົນກະທົບຢ່າງໜັກໜ່ວງ ຈາກສະພາບການທີ່ເກີດຂຶ້ນຕໍ່ເສດຖະກິດໂລກ, ໂດຍສະເພາະຕໍ່ຕ່ອງໂສ້ການຄ້າລະຫວ່າງປະເທດ, ການສະໜອງນ້ຳມັນ, ສະບຽງອາຫານ, ສິນຄ້າທີ່ຈຳເປັນຈຳນວນໜຶ່ງບໍ່ພຽງພໍກັບຄວາມຕ້ອງການຈຶ່ງເປັນສາເຫດຕົ້ນຕໍເຮັດໃຫ້ລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າສູງຂຶ້ນ ແລະ ເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນໃນໂລກ, ນັບທັງປະເທດທີ່ຈະເລີນແລ້ວ, ຍິ່ງເປັນການຊ້ຳເຕີມຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າຂອງໂລກທີ່ແກ່ຍາວມາເປັນເວລາ 2 ປີກວ່າແລ້ວຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສໍາລັບຢູ່ປະເທດເຮົາກໍບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວເຊັ່ນດຽວກັນ, ໂດຍສະເພາະຜົນກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ທີ່ມີຄວາມບອບບາງຢູ່ແລ້ວເປັນຕົ້ນບັນຫາການຂາດດູນການຄ້າ ແລະ ເງິນຕາຕ່າງປະເທດ, ການເໜັງຕີງແຮງຂອງອັດຕາແລກປ່ຽນເງິນຕາ, ການເໜັງຕີງຂອງລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າ, ເຄື່ອງອຸປະໂພກບໍລິໂພກທີ່ເພີ່ມຂຶ້ນສູງ.

ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 21-22 ກໍລະກົດ ຊຶ່ງຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ 5 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດໄດ້ຮັບຮອງ ກໍຄື ການແກ້ໄຂບັນຫາລວມຂອງຊາດດັ່ງນີ້:

(1) ບົດສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ໃນ 6 ເດືອນຕົ້ນປີ 2022 ແລະ ທິດທາງວຽກຈຸດສຸມ 6 ເດືອນທ້າຍປີ 2022 ຂອງລັດຖະບານ;

(2) ບົດລາຍງານ ແຜນປະຕິບັດຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນປະຕິບັດຕົວຈິງ 2 ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2022 ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງຊາດ ຊຸດທີ IX;

(3) ບົດລາຍງານ ສະພາບການປະຕິບັດນະໂຍບາຍອັດຕາດອກເບ້ຍທະນາຄານ ລວມທັງສະພາບການຄຸ້ມຄອງສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳ ແລະ ຮ້ານຄຳ ໃນໄລຍະຜ່ານມາ ແລະ ສະເໜີທິດທາງຄາດໝາຍປັບປຸງໃນຕໍ່ໜ້າ;

(4) ບົດລາຍງານ ສະພາບການແກ້ໄຂການຂາດແຄນ, ບໍລິການນ້ຳມັນ ແລະ ການປັບປຸງໂຄງສ້າງລາຄານ້ຳມັນ ໃນປັດຈຸບັນ ແລະ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ;

(5) ບົດລາຍງານຜົນສຳເລັດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ທິດທາງແຜນການ, ມາດຕະການໃນຕໍ່ໜ້າ ພາຍຫຼັງການເປີດປະເທດ ໃນວັນທີ 9 ພິຶດສະພາ 2022 ແລະ ການແກ້ໄຂພະຍາດຕາມລະດູການ (ໄຂ້ຍຸງລາຍ).

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຂ່າວ: ກົມປະຊາສຳພັນ ຫສນຍ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME
Next Post: ພະຍາກອນອາກາດ ວັນທີ 24 ກໍລະກົດ 2022

Related Posts

ຕິດເຊື້ອເພີ່ມພຽງ 1 ກໍລະນີ (ໂຄວິດ-19 ວັນທີ 9 ມິຖຸນາ 2021) Featured
ລັດມີນະໂຍບາຍການນໍາເຂົ້າລົດໄຖນາ ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ ຂ່າວສານບ້ານເມືອງ
ຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງ Featured
ອາກາດໜາວເຢັນແລ້ວໂດຍສະເພາະພາກເໜືອ Featured
ອາກາດຮ້ອນແລະຝົນຟ້າຄະນອງໃນຫຼາຍເຂດ Featured
ຄວາມຄືບໜ້າການກໍ່ສ້າງຂົວນໍ້າພະນາຍ ບ້ານເກີນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme