Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະມາຄົມແພດເດັກລາວ ຫາລືແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ

Posted on 18/11/202018/11/2020 By ປະກາດ Pakaad No Comments on ສະມາຄົມແພດເດັກລາວ ຫາລືແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ

ຕອນເຊົ້າວັນທີ 17 ພະຈິກ 2020 ທີ່ໂຮງແຮມດອນຈັນພາເລດ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມວິຊາການຕໍ່ເນື່ອງ ຂອງສະມາຄົມແພດເດັກລາວຄັ້ງທີ 16 ພາຍໃຕ້ຫົວຂໍ້ ແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ ໂດຍການເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຮຈ ດຣ ຄໍາເປ ພົງສະຫັວດ ປະທານສະມາຄົມແພດເດັກລາວ, ທ່ານ Dr. Pia Rebello Britto ຜູ້ຕ່າງໜ້າອົງການ UNICEF ປະຈໍາລາວ ແລະ ບັນດາທ່ານໝໍເດັກ ຈາກທົ່ວປະເທດເຂົ້າຮ່ວມ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຄໍາເຫັນໃນກອງປະຊຸມຄັ້ງນີ້ວ່າ: ໃນ ປີ 2020 ນີ້ ໄດ້ກ້າວເຂົ້າສູ່ ປີສຸດທ້າຍໃນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນ ປະຕິບັດງານຕ່າງໆ ຂອງກະຊວງສາທາລະນະສຸກ. ກອງປະຊຸມຄັ້ງນີ້ ມີເປົ້າໝາຍເພືອ່ຫລຸດການເສຍຊິວິດຂອງເດັກ ແລະທັງເປັນການເພີ່ມພູນຄວາມສາມາດໃຫ້ແກ່ທ່ານໝໍ ທີ່ເຮັດໜ້າທີ່ປິ່ນປົວເດັກ ເປັນການແລກປ່ຽນບົດຮຽນ ປະສົບການຕ່າງໆ ທີ່ພົບໃນແຕ່ລະໂຮງໝໍ ແລະ ແລກປ່ຽນຄວາມຮູ້ເຊີ່ງກັນແລະກັນ. ມື້ນີ້ຍັງເປັນວັນສໍາຄັນລະດັບໂລກ ຄື ວັນທີ 17.11.2020 (ເປັນວັນເດັກເກີດບໍ່ຖ້ວນເດືອນໂລກ) ເຊີ່ງເດັກທີ່ເກີດກ່ອນກໍານົດຍັງເປັນບັນຫາທີ່ໜັກໜ່ວງ ແລະເປັນສາຍເຫດສ່ວນໃຫຍ່ຂອງການເສຍຊິວິດໃນເດັກອາຍຸຕໍ່າກວ່າ 5 ປີໃນທົ່ວໂລກ ແລະ ໃນລາວ.

ການເສຍຊິວິດຂອງເດັກຍັງເປັນໜື່ງຂອງເງື່ອນໄຂທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກຄວາມທຸກຍາກໃນ ປີ 2030 ທີ່ລັດຖະບານໄດ້ວາງໄວ້. ເຖິງວ່າໃນໄລຍະຜ່ານມາອັດຕາການຕາຍຂອງເດັກຈະຫລຸດລົງກໍ່ຕາມ ແຕ່ກໍ່ຍັງບໍ່ທັນບັນລຸຕາມທີ່ກໍານົດໄວ້ ນອກນັ້ນ, ໂພຊະນາການ ແລະ ການລ້ຽງດູເດັກກໍ່ມີຄວາມສໍາຄັນ ທີ່ຈະເຮັດໃຫ້ເດັກນ້ອຍລາວເຮົາມີການພັດທະນາທີ່ດີ ແລະມີຄຸນນະພາບທັງດ້ານສະຕິປັນຍາ ແລະ ການຈະເລີນເຕີບໂຕທີ່ສົມບູນ ຈື່ງຈະສົ່ງຜົນໃຫ້ຊາດເຮົາມີປະຊາກອນທີມີຄຸນນະພາບ ສະນັ້ນ, ຈື່ງຮຽກຮ້ອງໃຫ້ທ່ານໝໍເດັກທຸກໆຄົນ ແລະ ຜູ້ທີ່ເບີ່ງແຍງກ່ຽວກັບສຸຂະພາບຂອງເດັກ ແຕ່ສູນກາງລົງຮອດທ້ອງຖີ່ນ ຕ້ອງຍົກສູງຄຸນນະພາບຂອງການປີ່ນປົວ, ການແນະນໍາ ແລະ ການປ້ອງກັນຕ່າງໆໃຫ້ແກ່ພໍ່ແມ່ ຜູ້ປົກຄອງ ແລະ ປະຊາຊົນທົ່ວໄປໃຫ້ດີຂື້ນ.

ປະຈຸບັນ, ພວກເຮົາຍັງປະເຊີນໜ້າກັັບໄພຂົ່ມຂູ່ຈາກພະຍາດໂກວິດ19 ຢ່າງໜັກໜ່ວງ ສ ປປ ລາວ ກໍ່ແມ່ນນຶ່ງໃນປະເທດທີ່ໄດ້ຮັບຜົນກະທົບດັ່ງກ່າວ ແຕ່ຍ້ອນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ, ທຸກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ, ສາກົນ ແລະ ການຮ່ວມມືທີ່ດີຂອງຊຸມຊົນ ຈຶ່ງເຮັດໃຫ້ ສປປ ລາວ ສາມາດຍາດເອົາໄຊຊະນະເປັນແຕ່ລະໄລຍະໃນການຕອບໂຕ້ຕໍ່ບັນຫາດັ່ງກ່າວ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມ ໃຫ້ເອົາໃຈໃສ່ສືບຕໍ່ພັດທະນາດ້ານວິຊາການໃນແຕລະສາຂາວິຊາ ໃຫ້ສາມາດເປັນທີ່ເພີ່ງ ຫລື ເປັນທີ່ປຶກສາໃຫ້ໃຫ້ແກ່ແພດເດັກທົ່ວປະເທດ, ສືບຕໍ່ກອງປະຊຸມວິຊາການຕໍ່ເນື່ອງ, ມີຄວາມສາມະຄີ ແລະ ເປັນບ່ອນເຕົ້າໂຮມຄວາມສາມະຄີແພດເດັກທົ່ວປະເທດ ອອກແຮງປະກອບສ່ວນໃນການປິ່ນປົວຄົນເຈັບ ເພື່ອຊ່ວຍລຸດຜ່ອນການເຈັບເປັນ ແລະ ເສຍຊິວິດຂອງເດັກທີ່ຍັງບໍ່ທັນໄດ້ບັນລຸຕາມຍຸດທະສາດທີ່ວາງໄວ້, ທັງເພີ່ມທະວີໃນວຽກງານຄົ້ນຄວ້າວິທະຍາສາດເພື່ອຊອກຫາຂໍ້ມູນນໍາມາປັບໃຊ້ໃນການປິ່ນປົວ ແລະ ຂຽນຄູ່ມືປີ່ນເພື່ອເປັນບ່ອນອີງໃຫ້ຫລາຍຂື້ນ.

ກອງປະຊຸມຄັ້ງນີ້ ດໍາເນີນແຕ່ວັນທີ 17-18 ພະຈິກ 2020 ໂດຍຜູ້ແທນກອງປະຊຸມຈະໄດ້ຮັບຟັງ, ສົນທະນາ, ປຶກສາຫາລື ແລກປ່ຽນ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ ເພື່ອຊອກຊ່ອງທາງໃນການແກ້ໄຂບັນຫາໃຫ້ສຳເລັດເປັນກ້າວໆ.

Lao National Radio

Featured, ສຸຂະພາບ

Post navigation

Previous Post: ບ້ານອຸດົມມີໄຊຈັດງານແຂ່ງຂັນຊ່ວງເຮືອປະຈຳປີຢ່າງຄຶກຄື້ນ
Next Post: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ອັດລົງດ້ວຍຜົນສໍາເລັດອັນຈົບງາມ

Related Posts

ການຄຸ້ມຄອງໃບຂັບຂີ່ຍານພະຫະນະຂົນສົ່ງທາງບົກ Featured
vivo V20 Pro ຮັບຮອງ 5G ພ້ອມຟັງຊັນການຖ່າຍຮູບ ທີ່ສຸດຍອດແທ້ໆ Featured
ແຈ້ງການເພີ່ມເຕີມຂອງແຂວງຫຼວງພະບາງໃນການຮັບມືໂຄວິດ19 Featured
ການສັກວັກຊິນທົ່ວປະເທດ ຄົບເຂັມກວມ 61,24% ແລ້ວ Featured
ຜູ້ຕິດໂຄວິດຈາກໄປອີກສາມຄົນແລະຕິດເພີ່ມ685ຄົນ Featured
ນໍ້ານົມແມ່ດີທີ່ສຸດສໍາລັບລູກ! ເພື່ອປະເທດຊາດມີປະຊາກອນທີ່ສຸຂະພາບແຂງແຮງສົມບູນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme