ຖະແຫລງຂ່າວກ່ຽວກັບການປະຕິບັດວຽກງານຂອງເຈົ້າໜ້າທີ່ກວດກາການຄ້າແຂວງຄຳມ່ວນໃນການກວດກາລົດເມຂົນສົ່ງໂດຍສານທີ່ໄດ້ມີການຂົນສົ່ງສິນຄ້ານອກລະບົບ.
ກ່ຽວກັບເຫດການ ທ້າວ ນ້ອຍ ຈຽງສະກຸນ ທີ່ໄດ້ໄລສົດ ຜ່ານເຟສບຸກສ່ວນຕົວ ແລະ ໄດ້ມີການແຊຜ່ານສື່ ຕ່າງໆ ໃນວັນທີ 25 ກຸມພາ 2022 ຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກວດກາການຄ້າແຂວງຄຳມ່ວນ ໃນການກວດກາລົດເມຂົນສົ່ງຜູ້ໂດຍສານໝາຍເລກທະບຽນ ຄຳມ່ວນ ບກ 0455. ຕໍ່ກັບເຫດດັ່ງກ່າວ ເຈົ້າໜ້າທີ່ໆ ກ່ຽວຂ້ອງ ໂດຍມີ ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນແຂວງ, ໃນນາມຕາງໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ຄຳມ່ວນ, ທ່ານ ພັ/ຕ ວັນຄຳ ເດດຂຸນຟອງ ຮອງຫົວໜ້າພະແນກຕຳຫລວດເສດ ຖະກິດ ປກສ ແຂວງ, ມີເຈົ້າໜ້າທີ່ ປກສ ກຸ່ມຈອມແຈ້ງ ໄດ້ຖະແຫລງຂ່າວຊີ້ແຈງກ່ຽວກັບການປະຕິບັດວຽກງານ ກວດກາການຄ້າ ຂອງເຈົ້າໜ້າທີ່ກວດກາການຄ້າແຂວງ, ໃນການກວດກາລົດເມຂົນສົ່ງຜູ້ໂດຍສານ ໝາຍເລກທະ ບຽນ ຄຳມ່ວນ ບກ 0455, ຍີ່ຫໍ້ ຮຸນໄດ, ສີຟ້າ-ຂາວ. ຕົ້ນທາງມາແຕ່ນະຄອນຫລວງວຽງຈັນ ຈຸດປາຍທາງແມ່ນ ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ເຊິ່ງໃນເວລາ 17:30 ໂມງ ຂອງວັນທີ 25 ກຸມພາ 2022 ທາງອົງການປະຕິບັດ ວຽກງານກວດກາການຄ້າໄດ້ມອບໝາຍແຕ່ງຕັ້ງໃຫ້ເຈົ້າໜ້າທີ່ກວດກາການຄ້າໄປຕິດຕາມ – ກວດກາລົດເມຂົນສົ່ງຄັນ ດັ່ງກ່າວ.
![](https://pakaad.com/wp-content/uploads/2022/03/fb_img_16463945418415629596226763340788-1024x683.jpg)
ໃນເບື້ອງຕົ້ນທາງເຈົ້າໜ້າທີ່ກວດກາການຄ້າໄດ້ກວັກລົດເມຄັນດັ່ງກ່າວຢູ່ຕໍ່ໜ້າສະຖານນີຂົນສົ່ງໂດຍສານຫຼັກ4 ເພື່ອຂໍກວດກາ ແຕ່ເຈົ້າຂອງລົດບໍ່ຍອມເຂົ້າຈອດໃນຄິວລົດເມ, ທາງເຈົ້າໜ້າທີ່ກໍ່ໄດ້ຕິດຕາມລົດໄປຮອດເຮືອນເຈົ້າ ຂອງລົດ ( ບ້ານເລົ່າໂພໄຊ ) ແລ້ວຈຶ່ງໄດ້ສະເໜີຕົວຂໍກວດກາເບິ່ງເອກະສານກ່ຽວກັບສິນຄ້າ ແລະ ກວດກາສິນຄ້າ ໃນລົດເນື່ອງຈາກວ່າລົດເມຄັນດັ່ງກ່າວໄດ້ບັນທຸກສິນຄ້າມາເປັນຈຳນວນຫລາຍ. ທາງເຈົ້າຂອງລົດໄດ້ບອກກັບເຈົ້າ ໜ້າທີ່ວ່າຂໍ້ມູນເອກະສານຕ່າງໆ ຂອງສິນຄ້າແມ່ນຢູ່ກັບເຈົ້າຂອງສິນຄ້າດັ່ງນັ້ນທາງເຈົົ້າໜ້າທີ່ຈຶ່ງສະເໜີໃຫ້ຜູ້ກ່ຽວຕິດ ຕໍ່ປະສານຫາເຈົ້າຂອງສິນຄ້າ ເພື່ອນໍາເອົາເອກະສານມາແຈ້ງຕໍ່ເຈົ້າໜ້າທີ່ ແຕ່ຜູ້ກ່ຽວກໍ່ປະຕິເສດວ່າບໍ່ມີເບີໂທ ແລະ ບໍ່ຮູ້ຈັກວ່າເປັນຂອງໃຜ ຖ້າເຈົ້າໜ້າທີ່ຕ້ອງການກວດກາກໍ່ຕ້ອງໄດ້ນັ່ງເຝົ້າລໍຖ້າຈົນກວ່າເຈົ້າຂອງສິນຄ້າຈະມາຮັບ ເອົາສິນຄ້າ, ຈົນເວລາຜ່ານໄປສອງຊົ່ວໂມງກໍ່ຍັງບໍ່ໃຫ້ກວດກາເອກະສານ, ພ້ອມດຽວກັນນັ້ນຜູ້ກ່ຽວກໍ່ໃຊ້ທ່າທີບໍ່ສຸ ພາບ ເວົ້າຈາທ້າທາຍໃສ່ເຈົ້າໜ້າທີ່ ແລະ ກໍ່ໄດ້ຖ່າຍວິດີໂອໄລສົດຜ່ານເຟສຂອງຕົນ ເພື່ອປະຈານຕ່າງໆ ນາໆ ໃນການປະຕິບັດວຽກງານຂອງເຈົ້າໜ້າທີ່, ທາງເຈົ້າໜ້າທີ່ກໍ່ໄດ້ບອກໃຫ້ຜູ້ກ່ຽວຢຸດຖ່າຍວີດີໂອແຕ່ຜູ້ກ່ຽວກໍ່ບໍ່ຟັງຈຶ່ງ ເຮັດໃຫ້ມີການໂຕ້ຖຽງກັນ .
ສຳລັບການປະຕິບັດວຽກງານຂອງເຈົ້າໜ້າທີ່ໃນມື້ນັ້ນ ພວກເຮົາແມ່ນໄດ້ປະຕິບັດຕາມຂັ້ນເທິງມອບໝາຍ ແລະ ກໍ່ໄດ້ມີການຂໍທິດຊີ້ນຳຈາກຂັ້ນເທິງເປັນແຕ່ລະໄລຍະ, ທຸກຄົນໄປປະຕິບັດໜ້າທີ່ແມ່ນເປັນພະນັກງານລັດຖະ ກອນສົມບູນ ແລະ ບໍ່ໄດ້ມຶນເມົາແຕ່ຢ່າງໃດ. ກ່ອນຈະອອກເຄື່ອນໄຫວປະຕິບັດວຽກງານກວດກາການຄ້າ ໄດ້ຕ້ອງ ມີຈຳນວນ 03 ຄົນຂື້ນເມືອຕາມທີ່ດຳລັດ 508/ລບ ໄດ້ກຳນົດໄວ້.
ຜ່ານມາຄັ້ງວັນທີ 13 ກຸມພາ 2022 ລົດເມຄັນດັ່ງກ່າວກໍ່ໄດ້ມີການຂົນສົ່ງສິນຄ້າມາກ່ອນແລ້ວ ໃນຄັ້ງນັ້ນ ທາງເຈົ້າໜ້າທີ່ກວດກາການຄ້າພວກເຮົາກໍ່ໄດ້ສະເໜີຕົວຂໍເຂົ້າກວດກາ ແຕ່ເຈົ້າຂອງລົດກໍ່ບໍ່ໄດ້ໃຫ້ຄວາມຮ່ວມມືແຕ່ ຢ່າງໃດ ພ້ອມທັງນາບຂູ່, ທ້າທາຍ, ໃຊ້ວາຈາແຂງກະດ້າງໃສ່ເຈົ້າໜ້າທີ່ ແລະ ທັງຕິດຈັກລົດເພື່ອຈະຖອຍຫລັງຕໍາສິ່ງ ທີ່ກີດຂວາງ ພ້ອມນັ້ນກໍ່ຍັງໂທເອົາໝູ່ປະມານສິບປາຍຄົນ ມາຕັ້ງວົງຊຸມນຸມ ແລະ ເວົ້າຈາທ້າທາຍສົບປະໝາດ, ໃຊ້ທ່າທີອັນຕະພານນັກເລງ
![](https://pakaad.com/wp-content/uploads/2022/03/fb_img_16463945455085301007614744289076-1024x768.jpg)
ເມື່ອເປັນດັ່ງນັ້ນທາງອົງການປະຕິບັດວຽກງານກວດກາການຄ້າຈຶ່ງໄດ້ປະສານຫາຂະແໜງ ການກ່ຽວຂ້ອງມາເຂົ້າຮ່ວມກວດການຳມີຄື: ເຈົ້າໜ້າທີ່ຕຳຫລວດເສດຖະກິດແຂວງ, ອຳນາດການປົກຄອງບ້ານ ເລົ່າໂພໄຊ, ເຈົ້າໜ້າທີ່ປກຊ-ປກສ ກຸ່ມຈອມແຈ້ງ ພ້ອມທັງໄດ້ເຮັດບົດບັນທຶກກວດກາຮ່ວມກັນໄວ້ ແຕ່ຜູ້ກ່ຽວບໍ່ ຍອມເຊັນ,
ຈົນມາຮອດວັນທີ 25 ກຸມພາ 2022 ທາງເຈົ້າໜ້າທີ່ກວດກາການຄ້າຈຶ່ງໄດ້ໄປກວດກາເປັນຄັ້ງທີສອງ ແຕ່ບໍ່ໄດ້ຮັບຄວາມຮ່ວມມືຈາກຜູ້ກ່ຽວແຕ່ຢ່າງໃດ ຈາກນັ້ນຈຶ່ງໄດ້ຂໍທິດຊີ້ນຳຈາກຂັ້ນເທິງໃນການນຳເອົາຜູ້ກ່ຽວໄປ ສຶກສາອົບຮົມ ແລະ ສືບສວນ – ສອບສວນ, ສ່ວນລົດ ແລະ ສິນຄ້າແມ່ນໄດ້ນຳມາຮັກສາໄວ້ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອລໍຖ້າກວດກາໂດຍຊ່ອງໜ້າກັບເຈົ້າຂອງສິນຄ້າ.
ໃນວັນທີ 28 ກຸມພາ 2022 ເຈົ້າໜ້າທີ່ກວດກາການຄ້າໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຕາງ ໜ້າເຈົ້າຂອງລົດເມໄດ້ທຳການກວດກາສິນຄ້າໃນລົດຄືນ ຜ່ານການກວດກາພົບເຫັນສິນຄ້າຈຳນວນ 58 ລາຍການໃນ ນັ້ນແມ່ນພົບເຫັນຈັກສະຕິນຈຳນວນ 32 ເຄື່ອງ ພ້ອມດ້ວຍອາໄຫລ່ ເຊີ່ງສິນຄ້າດັ່ງກ່າວແມ່ນເປັນສິນຄ້າຄຸ້ມຄອງ ການນຳເຂົ້າຈໍາໜ່າຍ (ສິນຄ້າຜິດລະບຽບ).
![](https://pakaad.com/wp-content/uploads/2022/03/fb_img_1646394543675835426044077652425-1024x768.jpg)
ຕໍ່ການກະທຳຂອງທ້າວ ນ້ອຍ ຈຽງສະກຸນ ເຈົ້າຂອງລົດເມໝາຍເລກທະບຽນ ຄຳມ່ວນ ບກ 0455, ຍີ່ຫໍ້ ຮຸນໄດສີຟ້າ-ຂາວ ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ຄືດັ່ງນີ້ :
ກົດໝາຍວ່າດ້ວຍວິສາຫະກິດ ສະບັບ ປັບປຸງ ເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013, ມາດຕາ 213 ການດຳເນີນທຸລະກິດໂດຍບໍ່ຖືກວັດຖຸປະສົງ.
ບຸກຄົນ ຫຼື ນິຕິບຸກຄົນທີ່ໄດ້ດໍາເນີນທຸລະກິດໂດຍບໍ່ຖືກວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກສຶກ ສາອົບຮົມ ຫຼື ປັບໄໝ ແຕ່ 1.000.000 ກີບ ຫາ 5.000.000 ກີບຕໍ່ຄັ້ງ
ຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 1499/ອຄ.ກພນ, ລົງວັນທີ 8 ກັນຍາ 2017, ໝວດທີ 5, ມາດຕາ 21 , ຂໍ້”ຄ” ມີຄື:
ກ່ຽວກັບການລັກລອບນໍາເຂົ້າ-ສົ່ງອອກສິນຄ້າ, ການລົບຫຼີກພັນທະ ຫຼື ຄ່າທໍານຽມຕ່າງໆ ຫຼື ປະຕິບັດພັນທະ ຫຼື ຄ່າທໍານຽມບໍ່ເຕັມອັດຕາສ່ວນ ຈະຖືກບັບໄໝ (70%) ຂອງມູນຄ່າສິນຄ້າເຄື່ອງຂອງ ແລະ ຕ້ອງປະຕິບັດພັນທະຕ່າງໆ ຢ່າງຄົບຖ້ວນຕາມລະບຽບກົດໝາຍ;
ການຄ້າຂາຍສິນຄ້າ, ການບໍລິການ ໂດຍບໍ່ອອກໃບເກັບເງິນ ຫຼື ອອກໃບເກັບເງິນບໍ່ຖືກຕ້ອງຕາມລະບຽບ ຂອງອາກອນ(ຍົກເວັ້ນກໍລະນີທີ່ບໍ່ຕ້ອງອອກໃບບິນເກັບເງິນ) ຈະຖືກປັບໄໝ (20%) ສໍາລັບຄັ້ງທີໜຶ່ງ, (40%) ສໍາລັບຄັ້ງທີສອງ, (60%) ສໍາລັບຄັ້ງທີສາມຂອງຈໍານວນອາກອນທີ່ໄລ່ໃຫ້ເສຍ ພ້ອມທັງມອບພັນ ທະອາກອນໃຫ້ລັດຢ່າງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ.
ລົດເມຄັນດັ່ງກ່າວ ໄດ້ຮັບຈ້າງຂົນສົ່ງສິນຄ້າທີ່ຜິດລະບຽບກົດໝາຍປະເພດ ຈັກຕັດໄມ້ (ຈັກສະຕິນ) ແລະອາໄຫລ່ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງເຊີ່ງເຫັນວ່າຂັດຕໍ່ລະບຽບການວາງອອກຄື:
ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0076/ອຄ.ກຂອ, ລົງວັນທີ 13
ມັງກອນ 2012 ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ;
ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0080/ກປ, ລົງວັນທີ 19 ມິຖຸນາ 2012 ວ່າດ້ວຍລະບຽບການນຳເຂົ້າ, ການຄຸ້ມຄອງ ແລະ ການນຳໃຊ້ເຄື່ອງຈັກຕັດໄມ້;
ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0780/ອຄ.ຄພນ, ລົງວັນທີ 29 ເມສາ 2013 ກ່ຽວກັບການເພີ່ມທະວີການຕິດຕາມກວດກາການຈໍາໜ່າຍຈັກຕັດໄມ້ຕາມຫ້າງຮ້ານທົ່ວໄປ.
ກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ ສະບັບປັບປຸງ ເລກທີ 036/ສພຊ, ລົງວັນທີ 12 ທັນວາ 2012:
ໝວດທີ 1: ການຂົນສົ່ງຜູ້ໂດຍສານ, ມາດຕາ 23 (ໃໝ່) ການຂົນສົ່ງຜູ້ໂດຍສານ
ການຂົນສົ່ງຜູ້ໂດຍສານ ແມ່ນ ການເຄື່ອນຍ້າຍຜູ້ໂດຍສານ ຈາກຈຸດໜຶ່ງໄປອີກຈຸດໜຶ່ງ ດ້ວຍຍານພາຫະ ນະຂົນສົ່ງດ້ວຍຄວາມປອດໄພ ແລະ ຮອດຈຸດໝາຍປາຍທາງ, ລົດເມໂດຍສານແມ່ນເພິ່ນອະນຸຍາດໃຫ້ຂົນ ສົ່ງແຕ່ຜູ້ໂດຍສານ ແຕ່ຜູ້ກ່ຽວພັດເອົາໄປຂົນສົ່ງສິນຄ້າ.
ປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2017 ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017:
ມາດຕາ 142: ການເປັນນັກເລງອັນທະພານ
ບຸກຄົນໃດທີ່ບໍ່ເຄົາລົບນັບຖືລະບຽບວິໄນຂອງການດໍາລົງຊີວິດຂອງສັງຄົມ ຫາກໄດ້ໃຊ້ຄວາມຮຸນແຮງ, ໃຊ້ການນາບຂູ່, ໃຊ້ຄວາມຫຍາບຊ້າ ຫຼື ໄດ້ມີການກະທໍາອື່ນ ເຊິ່ງຝືນຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຈະຖືກຕໍານິວິຈານ ແລະ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ;
ໃນກໍລະນີມີການຈັດຕັ້ງເປັນກຸ່ມ ຫຼື ເປັນອາຈິນ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມ ເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໄໝ ແຕ່ 3.000.000 ກີບ ຫາ 15.000.000 ກີບ;
ມາດຕາ 168: ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ
ບຸກຄົນໃດ ຫາກໄດ້ສ້າງຄວາມເສຍຫາຍຜ່ານສັງຄົມອອນລາຍ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມ ເດືອນ ຫາ ສາມປີ ແລະ ຈະຖືກປັບໄໝ ແຕ່ 4.000.000 ກີບ ຫາ 20.000.000 ກີບ.
ມາດຕາ 205: ການນິນທາ ແລະ ການໃສ່ຮ້າຍ
ບຸກຄົນໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ດ້ວຍການຂຽນ, ການເວົ້າ ຫຼື ດ້ວຍຮູບການອື່ນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.
ມາດຕາ 207: ການປ້ອຍດ່າ
ບຸກຄົນໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫຼື ກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.
ມາດຕາ 371: ການຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່
ບຸກຄົນໃດ ຫາກໄດ້ນາບຂູ່ ຫຼື ໃຊ້ຄວາມຮຸນແຮງ ເພື່ອຂັດຂວາງເຈົ້າໜ້າທີ່ເຊິ່ງປະຕິບັດວຽກງານຂອງລັດ ຫຼື ຂອງສັງຄົມ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໄໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.
ມາດຕາ 372: ການໝິ່ນປະໝາດເຈົ້າໜ້າທີ່
ບຸກຄົນໃດ ຫາກກະທໍາ, ຫຍາບຊ້າ ຫຼື ໄດ້ຫາຄວາມບໍ່ຈິງໃສ່ເຈົ້າໜ້າທີ່ ເພື່ອເຮັດໃຫ້ເສື່ອມເສຍຊື່ສຽງ, ເສຍບົດບາດ ເຊິ່ງເຮັດໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.
ດໍາລັດ 508/ລບ, ລົງວັນທີ 04 ທັນວາ 2012 ວ່າດ້ວຍການກວດກາການຄ້າ, ຕາມມາດຕາ 32: ມາດຕະການຕໍ່ຜູ້ລະເມີດຂອງຜູ້ຖືກກວດກາ ແລະ ບຸກຄົນອື່ນ
ຜູ້ຖືກກວດກາ ແລະ ບຸກຄົນອື່ນ ຈະຖືກກ່າວເຕືອນ, ຮັບຜິດຊອບທາງແພ່ງ ຫຼື ທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ຕໍ່ພຶດຕິກຳດັ່ງນີ້: ບໍ່ໃຫ້ຄວາມຮ່ວມມື, ຂັດຂວາງ, ສ້າງຄວາມຫຍຸ້ງຍາກ, ຂົ່ມຂູ່, ໃຊ້ຄວາມຫຍາບຄາຍ, ໃຊ້ຄວາມຮຸນແຮງ ຫຼື ທໍາຮ້າຍຮ່າງກາຍເຈົ້າໜ້າທີ່ກວດກາການຄ້າ.
![](https://pakaad.com/wp-content/uploads/2022/03/photocollage_20220304_1902448627147233792750367078-1024x575.jpg)