Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກູ້ໄພແຂວງສະຫວັນນະເຂດຂາດເຂີນ ຊຸດ PPE ແລະ ອຸປະກອນຈໍາເປັນ! ວອນຜູ້ໃຈບຸນຊ່ວຍແດ່

Posted on 20/08/202120/08/2021 By ປະກາດ Pakaad No Comments on ກູ້ໄພແຂວງສະຫວັນນະເຂດຂາດເຂີນ ຊຸດ PPE ແລະ ອຸປະກອນຈໍາເປັນ! ວອນຜູ້ໃຈບຸນຊ່ວຍແດ່

ປະຈຸບັນທາງອາສາກູ້ໄພ ສະຫວັນນະເຂດ ພວກເຮົາຂາດເຂີນຊຸດ PPE ເຫຼົ້າ 90/95 ຂ້າເຊື້ອ ຜ້າແມດອັດປາກ 95 ຊຸະນິດກັນເຊື້ອ ທ່ານໃດໃຈບຸນກຸສົນ ນັກທຸລະກິດ ບໍລິສັດຫ້າງຮ້ານ ຂໍຄວາມຊ່ວຍເຫຼືອຊ່ວຍຊຸກຍູ້ອຸປະຖຳທີມງານໜ່ວຍກູ້ໄພ ສະຫວັນນະເຂດ ເພື່ອໃຊ້ໃນການອອກປະຕິບັດຫນ້າທີ່ ຄື :

– ຮັບຜູ້ປ່ວຍຕິດເຊື້ອ, – ສີດພົ່ນຢາຂ້າເຊື້ອຕາມສະຖານທີ່ຂຸດແດງ ແລະ ສະຖານທີ່ຕ່າງໆ, – ມ້ຽນສົບຜູ້ເສຍຊີວິດໂຄວິດ19, – ອອກປະຕິບັດໜ້າທີ່ ຮັບຜູ້ປ່ວຍຕາມສູນກັກກັນ, – ອອກເຫດໃນພື້ນທີ່ສີແດງ ແລະ ພື້ນທີ່ການເກີດອຸບັດຕິເຫດ.

ຂໍວອນຜູ້ໃຈບຸນສະຫນັບສະຫນູນຊຸກຍູ້ຊ່ວຍເຫລືອ ຫລື ບໍ່ສະດວກມາ ໃຫ້ທາງທີມງານໄປຮັບໄດ້ ຫລື ຊ່ວຍກັນຄົນລະເລັກລະຫນ້ອຍເພື່ອໃຫ້ວຽກງານ ຊ່ວຍເຫລືອສັງຄົມຂອງທີມງານ ອາສາກູ້ໄພ 1629.

ຂໍຂອບໃຈ ທ່ານຫຼາຍໆ ໃນການປະກອບສ່ວນໃນວຽກງານຊ່ວຍເຫລືອສັງຄົມ ແລະ ເພື່ອມະນຸດສະທຳ ຂໍອວຍໄຊໃຫ້ພອນທ່ານ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນກ້າວໜ້າທຸກປະການ ຂໍຂອບໃຈຢ່າງສູງ

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການປະກອບຊຸກຍູ້ຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ : , – ເຂົ້າສານ, ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ, – ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ, – ອຸປະກອນການແພດຕ່າງໆ , – ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ, -ນ້ຳມັນລົດອອກເຫດ.

ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ. ສະຖານທີ່ : ບ້ານ ສອນໄຊ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ ຕິດຕໍ່ສອບຖາມ:020 28285454

Featured, ການກຸສົນ, ຂ່າວສານບ້ານເມືອງ

Post navigation

Previous Post: 10 ຂໍ້ຫ້າມ ແລະ 11 ຂໍ້ຜ່ອນຜັນ ຮອດ 2 ກັນຍາ 2021
Next Post: ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໃນຄຸກ 48 ຄົນ! ຂະນະທີຕົວເລກມື້ນີ້ ສູງທີ່ສຸດ 440 ຄົນ

Related Posts

ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured
ຕິດເຊື້ອໃໝ່ 1.291 ຄົນ ນະຄອນຫຼວງວຽງຈັນ 615 ຄົນ Featured
ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ Featured
ມື້ນີ້! ຊຸມຊົນ +19 ນໍາເຂົ້າ + 265 Featured
ປະສົບການໃໝ່ຈາກ PEUGEOT ລົດສໍາລັບຄອບຄົວ ແລະ ຜູ້ປະກອບການທີ່ນໍາໃຊ້ລົດໃນການບັນທຸກເຄື່ອງແບບຈັດເຕັມ Featured
ແຈ້ງການດ່ວນທີ່ສຸດ! ຊອກຫາແຮງງານຈາກ ສາມຫຼ່ຽມຄໍາ ລັກເຂົ້າມາຫຼວງພະບາງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme