Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມວນອາກາດໜາວເຢັນທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ

Posted on 29/11/202129/11/2021 By ປະກາດ Pakaad No Comments on ມວນອາກາດໜາວເຢັນທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ

ພະຍາກອນອາກາດ ວັນທີ 29 ພະຈິກ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 30 ພະຈິກ 2021

ມວນອາກາດໜາວເຢັນທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໄດ້ສືບຕໍ່ເພີ່ມກໍາລັງແຮງຂຶ້ນຕື່ມອີກ, ສົມທົບກັບກະແສລົມມໍລະສຸມ ຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກໍາລັງແຮງ, ຊຶ່ງຈະເຮັດໃຫ້ອາກາດ ເຢັນ ຫາໜາວເຢັນລົງຕື່ມອີກໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນແຂວງພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-21 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາໜາວເຢັນຫລາຍ ໂດຍສະເພາະຢູ່ເຂດພູສູງ ຮ່ອມພູ ແລະ ເປີ້ນພູ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປ. ອຸນຫະພູມໃນລະຫວ່າງ 18-30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 15-30 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-24 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 19-31 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ຫລຶ ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນ ລະຫວ່າງ 10-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ແຈ້ງການດ່ວນສັກວັກຊິນເຂັມ 3 ແຂວງສະຫວັນນະເຂດ
Next Post: ເສຍຊີວິດໃໝ່ 7 ຄົນ ຕິດໃໝ່ 929 ຄົນ

Related Posts

ສະຫວັນນະເຂດ ແຈ້ງການດ່ວນ ຮັບມື ພາຍຸ ເຈີມປາກາ Featured
ເສຍຊີວິດໃໝ່ 4 ຕິດເຊື້ອເພີ່ມ 2.404 (ນວ 1.350) Featured
EU ຊ່ວຍລາວ 515.000.000.000 ກີບ ໃຊ້ໃນວຽກງານການສຶກສາ ແລະ ໂພສະນາການ Featured
ສປປ ລາວ ກຽມສະເຫລີມສະຫລອງວັນລັດຖະທຳມະນູນ ຄົບຮອບ 30 ປີ Featured
ງົດງາມ ຍົກຍອດຂຶ້ນແລ້ວ ຫໍພຣະເມນ ເພື່ອຖວານພຣະເພີງ ແດ່ ມະຫາງ່ອນ ດໍາລົງບຸນ (ຊົມຄລິບ) Featured
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໃນຄຸກ 48 ຄົນ! ຂະນະທີຕົວເລກມື້ນີ້ ສູງທີ່ສຸດ 440 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme