Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມື້ນີ້ພົບຄົນຕິດເຊື້ອອີກ 93 ຄົນ (ຊຸມຊົນ 2 ນໍາເຂົ້າ 91)

Posted on 10/07/202110/07/2021 By ປະກາດ Pakaad No Comments on ມື້ນີ້ພົບຄົນຕິດເຊື້ອອີກ 93 ຄົນ (ຊຸມຊົນ 2 ນໍາເຂົ້າ 91)

ມາຮອດວັນທີ 9 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1,967 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 93 ຄົນ, ຈາກ ສະຫວັນນະເຂດ 45 ກໍລະນີ, ຈຳປາສັກ 45 ກໍລະນີ ຄຳມ່ວນ 1 ກໍລະນີ ແລະ ແຂວງບໍ່ແກ້ວ 2 ກໍລະນີ.

ໃນນັ້ນ ກໍລະນີນຳເຂົ້າມີ 91 ຄົນ ຈາກ ສະຫວັນນະເຂດ 45 ກໍລະນີ, ຈຳປາສັກ 43 ກໍລະນີ , ຄຳມ່ວນ 1 ກໍລະນີ ແລະ ບໍ່ແກ້ວ 2 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ການຕິດເຊື້ອໃນຊຸມຊົນມີ 2 ຄົນ ຈາກ ແຂວງຈຳປາສັກ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,630 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 453 ຄົນ.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ.

ວັນທີ 9 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,144 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 4,979 ຄົນ.

Featured, ຂ່າວສານບ້ານເມືອງ, ສຸຂະພາບ, ເຕືອນໄພ

Post navigation

Previous Post: ສປປ ລາວ ກຽມສະເຫລີມສະຫລອງວັນລັດຖະທຳມະນູນ ຄົບຮອບ 30 ປີ
Next Post: ພົບຄົນຕິດເຊື້ອຈາກແຮງງານນໍາເຂົ້າ 86 ຄົນ ໃນຊຸມຊົນ 3 ຄົນ

Related Posts

ອາກາດຍັງຈະສືບຕໍ່ເຢັນຫາໜາວ ເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊີ.ພີ.ລາວ ຈໍາກັດ ລົງນາມ ເຊື່ອມຕໍ່ລະບົບການຊຳລະຜ່ານ ເອັມ ມັນນີ Featured
ລັດຖະບານ ຈະຮັບລັດຖະກອນໃໝ່ປີ 2022 ຈໍານວນ 1.300 ຄົນ Featured
ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ Featured
ແຈ້ງເຕືອນ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມແຮງ 18-19 ເມສາ 2022 Featured
ຊົມເຊີຍຢ່າງສຸດໃຈ! ສະຫວັນນະເຂດ ປົວຄົນຕິດເຊື້ອດີເພີ່ມ 246 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme