Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດວັນທີ 25 ກຸມພາ 2022

Posted on 25/02/202225/02/2022 By ປະກາດ Pakaad No Comments on ພະຍາກອນອາກາດວັນທີ 25 ກຸມພາ 2022

ພະຍາກອນອາກາດ ປະຈໍາວັນທີ 25/02/2022 ເວລາ 7:00 ໂມງ

ມວນອາກາດເຢັນໄດ້ອ່ອນກໍາລັງລົງຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະໜາວ ເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 25/2/2022 ຫາເວລາ 7:00 ໂມງ ວັນທີ 26/2/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 05-16 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 10-25 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 15-25 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 10-26 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກ ຫຸ້ມຢູ່ໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນ ລະຫວ່າງ 09-23 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງ ທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງ ໂອກາດ. ອຸນຫະພູມໃນລະຫວ່າງ 10-25 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ປັບລາຄານໍ້າມັນຂຶ້ນອີກຄັ້ງ ເລີ່ມ 25 ກຸມພາ 2022
Next Post: ລາວ – ອົດສະຕຣາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

Related Posts

ຝົນຕົກກວມຫຼາຍກວ່າ 40% ຂອງພື້ນທີ່ແຕ່ລະພາກ Featured
ຂ່າວດີແທ້ໆແຂວງຫົວພັນຜ່ອນຄາຍມາດຕະການ Featured
ແຈ້ງການໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ຂອງພຣະສົງ Featured
ເສຍຊີວິດ 813 ຄົນ ຈາກອຸບັດຕິເຫດ 5.576 ຄັ້ງ ໃນປີ 2021 Featured
ເປີດຕົວຢ່າງ Chery eQ7, ລົດ SUV ພະລັງໄຟຟ້າ ທີ່ Vientiane International Motor Expo ITECC MALL Featured
vivo V20 Pro ຮັບຮອງ 5G ພ້ອມຟັງຊັນການຖ່າຍຮູບ ທີ່ສຸດຍອດແທ້ໆ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme