Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວດ່ວນ! ມີຄົນເຈັບເສຍຊີວິດ ຢູ່ຫ້ອງນໍ້າ ໂຮງໝໍແຂວງສະຫວັນນະເຂດ

Posted on 02/08/202102/08/2021 By ປະກາດ Pakaad No Comments on ຂ່າວດ່ວນ! ມີຄົນເຈັບເສຍຊີວິດ ຢູ່ຫ້ອງນໍ້າ ໂຮງໝໍແຂວງສະຫວັນນະເຂດ

ແຂວງ ສະຫວັນນະເຂດ ວັນທີ 02/08/2021 ເວລາ 13:21 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບການປະສານງານ ຈາກຄະນະສະເພາະກິດ ໃຫ້ເຂົ້າມ້ຽນຄາບສົບຜູ້ເສຍຊີວິດທີ່ ໂຮງຫມໍແຂວງ ສະຫວັນນະເຂດ ໃນຫ້ອງນ້ຳ.

ກໍລະນີສົງໄສຕິດເຊື້ອໂຄວິດ19 (ຜົນກວດຍັງບໍ່ອອກລໍຖ້າຜົນກວດ,ເປັນແຮງງານມາຈາກປະເທດໄທ ) ຂໍ້ມູນຜູ້ເສຍຊີວິດ ຜູ້ກ່ຽວເປັນເພດຊາຍ ອາຍຸ 45 ປີ ສັນຊາດລາວ ອາຊີບກຳມະກອນ ເຮັດວຽກຍູ່ປະເທດໄທ ບ້ານເກີດເມືອງນອນແມ່ນ ບ້ານກາຈຸ, ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ.

ຜູ້ກ່ຽວ ໄດ້ເດີນທາງມາກັກໂຕທີ່ສູນຫລັກ9 ຫລັງຈາກນັ້ນຜູ້ກ່ຽວໃດ້ມາປີ່ນປົວທີ່, ໂຮງຫມໍແຂວງ ສະຫວັນນະເຂດ ຕືກແຍກປ່ຽວ.

ອີງຕາມສອບຖາມຂໍ້ມູນ ຜູ້ເສຍຊີວິດມີພະຍາດປະຈຳໂຕ ການເສຍຊີວິດ ຍັງບໍ່ຮູ້ຂໍ້ມູນອັນຊັດເຈນ ເພາະຜົນກວດໂຄວິດຍັງບໍ່ທັນອອກ ສ່ວນລາຍລະອຽດທາງທີມງານຈະລາຍງານຕາມຫລັງ,

ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ສ່ວນສົບຜູ້ເສຍຊີວິດ ທາງທີມງານ ໜ່ວຍກູ້ໄພ ສະຫວັນນະເຂດ 1629 ໄດ້ປະຕິບັດຕາມມາດຕະການ ຄະນະສະເພາະກິດວາງອອກ.

ໜ່ວຍກູ້ໄພສະຫວັນນະເຂດ1629

.

.

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ເມືອງສອງຄອນ ກວດພົບແຮງງານ ຕິດເຊື້ອ 17 ຄົນ ພາຍຫຼັງອອກຈາກສູນຂັ້ນແຂວງ
Next Post: ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ

Related Posts

ຂໍຂອບໃຈ ແລະ ຮູ້ບຸນຄຸນ ສປ.ຈີນ ມອບວັກຊິນ ຊີໂນຟາມ ແກ່ ສປປ ລາວ ອີກ 1.000.000 ໂດສ Featured
ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ Featured
ແຂວງຄໍາມ່ວນອອກຄໍາສັ່ງເພີ່ມມາດຕະການສະບັບໃໝ່ Featured
ຍາມເຊົ້າໜາວແຕ່ຈະຮ້ອນຍາມບ່າຍ Featured
ຍັງຕິດຫຼາຍມື້ນີ້! ຊຸມຊົນ +26 ນໍາເຂົ້າ +385 Featured
ອາກາດຍັງຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme