Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລັດມີແຜນປັບຄ່າແຮງງານຂັ້ນຕໍ່າເປັນ 1,5 ລ້ານກີບຕໍ່ເດືອນ

Posted on 28/01/202228/01/2022 By ປະກາດ Pakaad No Comments on ລັດມີແຜນປັບຄ່າແຮງງານຂັ້ນຕໍ່າເປັນ 1,5 ລ້ານກີບຕໍ່ເດືອນ

ຂ່າວຈາກ Lao National Radio ໃຫ້ຮູ້ວ່າ: ສູນກາງສະຫະພັນກໍາມະບານລາວ ກຽມປຶກສາຫາລືຄັ້ງສຸດທ້າຍກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕໍ່າ ພາຍໃນເດືອນມີນາປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ຊັດເຈນ ແລ້ວສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ສາມຝ່າຍໄດ້ຕົກລົງຮ່ວມກັນ.

ທ່ານ ພອນສານ ວິໄລເມັ້ງ, ຮອງປະທານ ຄະນະບໍລິ ຫານງານສູນກາງສະຫະພັນກໍາມະບານລາວ ໃຫ້ສໍາພາດວ່າ: ຄ່າແຮງງານຂັ້ນຕໍ່າຢູ່ລາວໃນປັດຈຸບັນ ແມ່ນ 1.100.000 ກີບ/ຄົນ/ເດືອນ ໂດຍເລີ່ມປະຕິບັດນັບແຕ່ກາງປີ 2018 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດໄດ້ 3 ປີກວ່າ,

ຍ້ອນຄ່າຄອງຊີບ ກໍຄື ລາຄາສິນຄ້າຕາມທ້ອງຕະຫລາດມີການເໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ກໍາມະກອນ ແລະ ຜູ້ອອກແຮງງານທີ່ມີເງິນເດືອນຕໍ່າ. ດັ່ງນັ້ນ ສູນກາງສະຫະພັນກໍາມະບານລາວ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ສໍາຫລວດກ່ຽວກັບຄວາມຈໍາເປັນໃນການດໍາລົງຊີວິດປະຈໍາວັນຂອງກໍາມະກອນ ແລະ ຜູ້ອອກແຮງງານຫລາຍກວ່າ 3.600 ຄົນ ພາຍ ໃນ 18 ແຂວງທົ່ວປະເທດ, ກວມເອົາ 4 ຂົງເຂດ ຄື:

ກະສິກໍາ, ອຸດສາຫະກໍາ, ບໍລິການ ແລະ ກໍ່ສ້າງ, ເຊີ່ງທຸກແຂວງລ້ວນແຕ່ສະເໜີໃຫ້ປັບປຸງຄ່າແຮງງານຂັ້ນຕໍ່າຄືນໃໝ່. ໃນໄລຍະຜ່ານມາ ຄະນະກໍາມະການ 3 ຝ່າຍ ຄື: ສູນກາງສະ ຫະພັນກໍາມະບານລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ປຶກສາຫາລືຮ່ວມກັນແລ້ວຫລາຍຄັ້ງ ແລະ ເຫັນດີໂດຍພື້ນຖານໃຫ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າຕື່ມອີກ

ແຕ່ຍັງບໍ່ທັນໄດ້ກໍານົດເປັນເອກະພາບ ຫລື ຕົກລົງກັນຢ່າງລະອຽດເທື່ອວ່າຈະເພີ່ມຂຶ້ນຈໍານວນເທົ່າໃດ, ແຕ່ສະ ເພາະສູນກາງສະຫະພັນກໍາມະບານລາວ ແມ່ນສະເໜີໃຫ້ປັບຂຶ້ນຈາກ 1.100.000 ກີບ ເປັນ 1.500.000 ກີບ/ຄົນ/ເດືອນ.

ທ່ານ ພອນສານ ວິໄລເມັ້ງ ໃຫ້ຮູ້ຕື່ມວ່າ: ກອງປະຊຸມຄະນະກໍາມະການ 3 ຝ່າຍຄັ້ງສຸດທ້າຍກ່ຽວກັບການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຄາດວ່າຈະຈັດຂຶ້ນພາຍໃນເດືອນມີນາ ປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງສຸດທ້າຍທີ່ຊັດເຈນວ່າ ຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າອີກເທົ່າໃດ ຫລື ຈະເອົາຕາມທີ່ສູນກາງສະຫະພັນກໍາມະບານລາວ ສະເໜີ ຫລື ບໍ່ ເນື່ອງຈາກບັນດາຫົວໜ່ວຍທຸລະກິດ ກໍຄື ຜູ້ໃຊ້ແຮງງານຕ່າງໆ ໃນທົ່ວປະເທດແມ່ນພົບຄວາມຫຍຸ້ງຍາກຫລາຍສົມ ຄວນຈາກສະພາບການລະບາດຂອງພະຍາດໂຄວິດ-19, ເຊີ່ງອາດເຮັດໃຫ້ບາງຫົວໜ່ວຍແຮງງານພົບຄວາມຫຍຸ້ງຍາກໃນການປັບຂຶ້ນຄ່າແຮງງານຂັ້ນຕໍ່າ.

ຢ່າງໃດກໍ່ຕາມ ທ່ານຢືນຢັນວ່າ: ຄ່າແຮງງານຂັ້ນຕໍ່າຕ້ອງໄດ້ປັບຂຶ້ນແນ່ນອນ ແຕ່ຈະປັບຂຶ້ນໜ້ອຍ ຫລື ຫລາຍນັ້ນ ຕ້ອງລໍຖ້າການຕົກ ລົງຮ່ວມກັນໃນກອງປະຊຸມຄະນະກໍາມະການ 3 ຝ່າຍກ່ອນ ເພາະຫລັງຈາກຈາກກອງປະຊຸມຄັ້ງນີ້ ຈະໄດ້ສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ 3 ຝ່າຍໄດ້ຕົກລົງກັນ.

ໃນໄລຍະຜ່ານມາ ສປປ ລາວ ໄດ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ມາແລ້ວ 8 ຄັ້ງ, ໃນນີ້ ຄັ້ງຫລ້າສຸດ ແມ່ນປັບຂຶ້ນຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ ເຊີ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ພຶດສະພາ ປີ 2018 ຈົນມາຮອດປັດຈຸບັນນີ້.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ປັບລາຄານໍ້າມັນຂຶ້ນອີກຄັ້ງທົ່ວປະເທດ ເລີ່ມ 28 ມັງກອນ 2022
Next Post: ມີທັງລົມແລະໜາວຕອນຄືນຫາເຊົ້າໃນຫຼາຍເຂດ

Related Posts

ສັ່ງປິດຮ້ານລະເມີດຄໍາສັ່ງມີ ເຍົາວະລາດ-ເອັກ 2-ໂກດັງ-ລິແລັກ-ຣັດສຕິດ Featured
ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່ Featured
ລາຍງານໂຄວິດມື້ນີ້ມີຄົນເສຍຊີວິດອີກນຶ່ງຄົນ Featured
ພະຍາກອນອາກາດວັນທີ 25 ກຸມພາ 2022 Featured
ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ ແລະ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ Featured
ພົບແລ້ວ 2 ເຫດເຮືອຫຼົ້ມທີ່ອ່າງນ້ຳໄຜ່ ເມືອງລ້ອງແຈ້ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme