Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນະຄອນຫຼວງ ແຈ້ງການສືບຕໍ່ປິດຮ້ານບັນເທີງ-ຄາຣາໂອເກະ ລະເມີດ ໃຫ້ລົບລ້າງໃບດຳເນີນທຸລະກິດທັນທີ

Posted on 11/02/202211/02/2022 By ປະກາດ Pakaad No Comments on ນະຄອນຫຼວງ ແຈ້ງການສືບຕໍ່ປິດຮ້ານບັນເທີງ-ຄາຣາໂອເກະ ລະເມີດ ໃຫ້ລົບລ້າງໃບດຳເນີນທຸລະກິດທັນທີ

ເຈົ້າຄອງ ນະຄອນຫຼວງ ວຽງຈັນ ໄດ້ໃຫ້ຮູ້ວ່າ: ກ່ຽວກັບ ການຜັນຂະຫຍາຍມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂອງ ລັດຖະບານ ໃນໄລຍະໃໝ່ ຢູ່ ນະຄອນຫຼວງວຽງຈັນ.

ແມ່ນຈະຍັງໄດ້ໃຫ້ສືບຕໍ່ ປິດ ຮ້ານບັນເທິງ ແລະ ຮ້ານຄາລາໂອເກະ (ຖ້າຮ້ານໃດລະເມີດ ແມ່ນໃຫ້ລົບລ້າງໃບອະນຸ ຍາດດຳເນີນທຸລະກິດ ແລະ ປັບໃໝ), ຜ່ອນຜັນ ໄລຍະເວລາໃນການຈໍາກັດບໍລິເວນຕໍ່ ແຕ່ລະເປົ້າໝາຍຜູ້ທີ່ເດີນທາງເຂົ້າ ສປປ ລາວ

ຜ່ານ ນະຄອນຫຼວງ ວຽງຈັນ ແມ່ນໃຫ້ປະຕິບັດຕາມ ຂໍ້ 1.1, 1.2, 1.3, 1.4 ແລະ 1.5 ຂອງແຈ້ງການຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ລົງວັນທີ 03 ກຸມພາ 2022.

ສໍາລັບຄົນຕ່າງປະເທດ ທີ່ອາໄສຢູ່ ນະຄອນຫຼວງວຽງຈັນ ລວມທັງຜູ້ທີ່ເດີນທາງເຂົ້າມາ ແມ່ນຕ້ອງໄດ້ໃຊ້ບໍລິການ “ລາວ ສູ້ໆ” ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ຢືນຢັນສະຖານະຄວາມສ່ຽງຂອງຕົນ ໃນເວລາເຄື່ອນເຂົ້າສະຖານທີ່ຕ່າງໆ.

ອະນຸຍາດໃຫ້ເປີດກິລາ ໃນຮົ່ມ ແລະ ກາງແຈ້ງ ທຸກປະເພດ (ແຕ່ຕ້ອງມີການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ), ອະນຸຍາດໃຫ້ແກ່ການບໍລິການລົດໂດຍສານ, ຜູ້ໂດຍສານ, ຜູ້ທີ່ເດີນທາງດ້ວຍພາຫະນະປະເພດເດີນທາງໄປ-ມາ ໄດ້ຢ່າງເປັນປົກກະຕິ ແລະ ສຳລັບການກະກຽມເປີດດ່ານປະເພນີ-ດ່ານທ້ອງຖິ່ນ ຍັງຕ້ອງໄດ້ຄົ້ນຄວ້າ ແລະ ພິຈາລະນາຕື່ມອີກ.

.

Featured, ແຈ້ງການ​

Post navigation

Previous Post: ປີ 2021 ອົງການກາແດງແຫ່ງຊາດລາວ ລະດົມທຶນຊ່ວຍເຫລືອຜູ້ປະສົບໄພພິບັດໄດ້ 15 ຕື້ກວ່າກີບ
Next Post: ຂ່າວພະຍາກອນອາກາດ ປະຈໍາວັນ 12/2/2022

Related Posts

ການຕິດເຊື້ອສູງຫຼາຍ ໂດຍສະເພາະນະຄອນຫຼວງ Featured
ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່ Featured
ປະຫວັດຫຍໍ້ຜູ່ສະໝັກເລືອກຕັ້ງ ສສຊ ແຕ່ລະແຂວງ ອ່ານໃຫ້ລະອຽດ ແລ້ວໄປໃຊ້ສິດເລືອກຕັ້ງໃນວັນທີ 21 ກຸມພາ Featured
ລາວ – ອົດສະຕຣາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ Featured
ອີຊູຊຸສະຫຼອງຍອດຈອງ 10 ວັນ 100 ຄັນ ຢືນຢັນໃຫ້ເຫັນຄວາມເປັນຜູ້ນໍາແຫ່ງໂລກກະບະຕົວຈິງ ຂອງລົດກະບະລຸ່ນໃໝ່! “All-New Isuzu D-Max” Featured
ການຄຸ້ມຄອງໃບຂັບຂີ່ຍານພະຫະນະຂົນສົ່ງທາງບົກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme