Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງເຮັດວຽກຢູ່ທະຫານແຂວງບໍ່ແກ້ວ

Posted on 21/08/202023/08/2020 By ປະກາດ Pakaad No Comments on ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງເຮັດວຽກຢູ່ທະຫານແຂວງບໍ່ແກ້ວ

ວັນທີ 15 ສິງຫາ ນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງ ຫົວໜ້າກົມໃຫຍ່ເສນາທິການກອງ ທັບ ພ້ອມຄະນະ ໄດ້ລົງເຮັດວຽກ ຢູ່ທີ່ກອງບັນຊາການທະຫານ ແຂວງບໍ່ແກ້ວ ໂດຍໄດ້ຮັບການ ຕ້ອນຮັບຈາກຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ. ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ຮັບຟັງການລາຍ ງານສະພາບຈຸດພິເສດພາຍໃນ ກົມກອງໃນໄລຍະຜ່ານມາ ໂດຍ ສະເພາະດ້ານວິຊາສະເພາະ, ວຽກງານການເມືອງ-ນຳພາແນວຄິດ,ວຽກງານການທະຫານ, ແຜນ ການປ້ອງກັນ, ການສູ້ຮົບ, ການ ປ້ອງກັນໄພພິບັດ, ການກຽມ ພ້ອມສູ້ຮົບ, ວຽກງານອົບຮົມ- ຫັດແອບ, ວຽກງານກຳລັງພົນ ແລະ ວຽກງານພາລາທິການ- ເຕັກນິກຂອງບັນດາກົມກອງ, ໄດ້ຈັດຕັ້ງປະຕິບັດເຊື່ອມຊຶມກຳ ແໜ້ນແນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດຍົກສູງ ຄວາມຮັບຜິດຊອບໄປຄຽງຄູ່ ກັນນັ້ນຕ້ອງ ກຳແໜ້ນສະພາບ ການຂອງໂລກເວົ້າລວມ, ເວົ້າສະ ເພາະ ກໍຄືພາກພື້ນໃນປັດຈຸບັນກຳ ລັງຜັນແປໄປຢ່າງສັບສົນ, ຜູ້ບໍ່ ຫວັງດີຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ .

ສະຫາຍ ພົນຕີ ສີດາ ລໍ່ ຈົ່ງເຕັງເຈ້ຍຊ້າ ກໍໄດ້ຮຽກຮ້ອງ ໃຫ້ຄະນະພັກ-ຄະນະບັນຊາຕະ ຫຼອດພະນັກງານ-ນັກຮົບກອງ ບັນຊາການທະຫານແຂວງບໍ່ ແກ້ວ ຕ້ອງເອົາໃຈໃສ່ສືບຕໍ່ເຝິກ ຝົນຫຼໍ່ຫຼອມຕົນເອງສ້າງໃຫ້ໄດ້ ຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ແນວທາງ ການປ່ຽນແປງໃໝ່ຂອງພັກ, ພະ ນັກງານນຳພາຕ້ອງໄດ້ກຳແໜ້ນ ແນວທາງນະໂຍບາຍຂອງພັກ ແລະ ກຳແໜ້ນຂໍ້ກຳນົດກົດໝາຍ ຂອງ ລັດເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເຮັດວຽກເປັນໝູ່ຄະນະ, ເພີ່ມ ຄວາມສາມັກຄີໃຫ້ແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີແບບ ແຜນວິທະຍາສາດ, ເພື່ອສ້າງໃຫ້ ໄດ້ກອງທັບ ທີ່ທັນສະໄໝ ແລະ ທຽບທັນກັບສາກົນ ເພື່ອປະຕິ ບັດຕາມ 4 ໜ້າ ທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງວາງ ອອກ. ພ້ອມດຽວກັນນັ້ນ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ພ້ອມຄະນະຍັງໄດ້ ລົງຢ້ຽມຍາມ ແລະ ເຮັດວຽກຢູ່ທີ່ ກອງພັນ 405 ແລະ ກອງຮ້ອຍ 17 ຕື່ມອີກ.

ໂດຍ: ວໍລະສິດ ພິດສະຫາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມຄະນະລັດຖະບານ ປະຈໍາເດືອນສິງຫາ 2020 ມີຫຼາຍປະເດັນຖືກຮັບຮອງ
Next Post: ສອງກອງທັບ ລາວ-ຍີ່ປຸ່ນ ຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ

Related Posts

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ Featured
ກໍານົດຂັ້ນຕອນແລະເວລາການລົງທະບຽນເບີ Featured
ແຮງງານລາວທີ່ຕົກຄ້າງຢູ່ໄທ ຢາກກັບປະເທດ ໃຫ້ພົວພັນເຈົ້າໜ້າທີ່ດ່ວນ! Featured
ຝົນຈະຕົກຄ່ອຍຫາປານກາງ ຢູ່ທົ່ວທຸກພາກ ມື້ນີ້ 2/9/2021 Featured
ຕິດເຊື້ອໃນ ຊຸມຊົນ ທີ່ ນະຄອນຫຼວງ +7 ແລະ ທ່ົວປະເທດ +13 Featured
ຊົມເຊີຍ! ປະຊາຊົນບ້ານໂພນຄໍາ ສ້າງຂົວໄມ້ຊ່ວຍກັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme