Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຈັບແກ້ງຄ້າຢາທີ່ບ້ານດອນໜູນໄດ້ 4 ຄົນ ພ້ອມຍຶດຊັບຈໍານວນຫຼາຍ

Posted on 26/12/202126/12/2021 By ປະກາດ Pakaad No Comments on ຈັບແກ້ງຄ້າຢາທີ່ບ້ານດອນໜູນໄດ້ 4 ຄົນ ພ້ອມຍຶດຊັບຈໍານວນຫຼາຍ

ປກສ ໄຊທານີ ມ້າງລາຍໃຫຍ່ ພ້ອມຂອງກາງ 31.000 ກວ່າເມັດ, ເງິນບາດ 3 ລ້ານກວ່າບາດ ແລະ ລົດໃຫຍ່ລົດຫຼູ 3 ຄັນ.

ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັກກັ້ນ ແລະ ຕ້ານຢາເສບຕິດ ສົມທົບກັບກໍາລັງຕໍາຫຼວດວິຊາສະເພາະ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດກໍາລັງເຂົ້າມ້າງກຸ່ມແກ້ງເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ບ້ານດອນໜູນ

ສາມາດຈັບຕົວໄດ້ 4 ຄົນ ພ້ອມຂອງກາງຢາບ້າ 31.000 ກວ່າເມັດ, ເງິນບາດ 3 ລ້ານກວ່າບາດ ແລະ ລົດໃຫຍ່ 3 ຄັນ.

ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ວັນທີ 23 ທັນວາ 2021 ຕິດຕາມມ້າງຄະດີຄ້າຂາຍຢາເສບຕິດລາຍໃຫຍ່ ຢູ່ບ້ານດອນໜູນ ເມືອງໄຊທານີ ໄດ້ 4 ຄົນ ລວມມີຢາບ້າທັງໝົດ 31.210 ເມັດ;

ຜູ້ຖືກທັງ 4 ຄົນ ຊື່: ທ້າວ ສຸບັນ ອາຍຸ 58 ປີ ມີ ຢາບ້າ 30.000 ເມັດ; ທ້າວ ອາລີ ອາຍຸ 39 ປີ ມີຂອງກາງ 210 ເມັດ; ນາງ ໄຊພອນ ອາຍຸ 57 ປີ ມີຂອງກາງ 1.000 ເມັດ ແລະ ທ້າວ ສາຍສະໝອນ ອາຍຸ 29 ປີ ບໍ່ມີຂອງກາງ.

ເຄື່ອງຂອງກາງທີ່ພົວພັນໃນການເຄື່ອນໄຫວຄ້າຂາຍຢາເສບຕິດມີ: ເງິນກີບ 100 ກວ່າລ້ານກີບ, ເງິນບາດ 3.780.000 ບາດ, ວັດຖຸຄ້າຍຄືຄໍາຈໍານວນໜຶ່ງ, ລົດໃຫຍ່ 3 ຄັນ,

ໃນນັ້ນ ລົດແລນຄູເຊີ ປຣາໂດ ສີຂາວ ເລກທະບຽນ ອດ 4555 ກຳແພງນະຄອນ; ລົດຟໍຈູນເນີອໍເນວ ສີຂາວ ເລກທະບຽນ ຫດ 3838 ກໍາແພງນະຄອນ ແລະ ລົດແຣງໂຣເວີ ສີຂາວ ເລກທະບຽນ ມມ 1112 ກໍາແພງນະຄອນ, ໂທລະສັບ 3 ເຄື່ອງ ມາດຳເນີນຄະດີຕາມກົດໝາຍ.

.

.

.

.

.

Featured, ຂ່າວສານບ້ານເມືອງ, ໄພສັງຄົມ

Post navigation

Previous Post: ພະນັກງານທີ່ສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຖືກໄລ່ອອກວຽກ
Next Post: ເສຍຊີວິດໃໝ່ 3 ຄົນ ຕິດເຊື້ອໃໝ່ 547 ຄົນ

Related Posts

ພະຍາກອນອາກາດ ປະຈໍາວັນທີ 26 ພຶດສະພາ 2022 ຂ່າວສານບ້ານເມືອງ
ຜູ້ຕິດເຊື້ອຢູ່ຫລວງພະບາງຕ້ອງໄດ້ຮັບຜິດຊອບຄ່າອາຫານແລະທີ່ພັກເອງ Featured
ດ່ວນ! ໃໝ່ຫຼ້າສູດ ຄໍາສັ່ງຂອງເຈົ້າ ນະຄອນ ຫລວງພຣະບາງ Featured
ຄວາມໜາວເຢັນຍັງສືບຕໍ່ປົກຄຸມເປັນວົງກວ້າງ Featured
ສາລະວັນ ພ້ອມແລ້ວໃນການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ IX ຂ່າວສານບ້ານເມືອງ
ໄຊຍະບູລີໜັກສຸດຕິດເພີ່ມ 606 ທົ່ວປະເທດ 1282 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme