Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຕືອນໄພນໍ້າຖ້ວມນໍ້ານອງ ພາກເໜືອ ແລະ ພາກໃຕ້

Posted on 19/07/202119/07/2021 By ປະກາດ Pakaad No Comments on ເຕືອນໄພນໍ້າຖ້ວມນໍ້ານອງ ພາກເໜືອ ແລະ ພາກໃຕ້

ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານພາກເໜືອ ຂອງປະເທດລາວ ປ່ອງໃສ່ ພາຍຸໝຸນເຂດຮ້ອນ ເຈີມປາກ່າ (Cenpaka) ທີ່ກຳລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກຢູ່ແຂວງພາກເໜືອ ແລະ ພາກໃຕ້ ໃນໄລຍະວັນທີ 19 ຫາ 20 ກໍລະກົດ 2021 ນີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ນໍ້າຖ້ວມ ນໍ້ານອງ. ຢູ່ບັນດາແຂວງລຸ່ມນີ້:

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ (ເມືອງ ຕົ້ນເຜີ້ງ ແລະ ເມືອງ ຫ້ວຍຊາຍ), ຫຼວງນ້ຳທາ (ເມືອງ ລອງແລະ ເມືອງ ວຽງພູຄາ), ຫຼວງພະບາງ, ໄຊຍະບູລີ, ຈຳປາສັກ (ເມືອງ ປາກຊ່ອງ), ເຊກອງ (ເມືອງ ດາກຈຶງ) ແລະ ອັດຕະປື (ເມືອງ ພູວົງ) ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊຸ ເກີດຂື້ນໃນໄລຍະ 2 ວັນຕໍ່ໜ້ານີ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ຈໍາປາສັກ,ເຊກອງ ແລະ ອັດຕະປື.

.

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ຂໍ້ຫ້າມແລະຂໍ້ຜ່ອນຜັນໃນການປະຕິບັດມາດຕະການຮອດວັນທີ 3 ສິງຫາ
Next Post: ຈັບໄດ້ແລ້ວ ! ຜູ້ກໍ່ເຫດປິດຊີບສອງເອື້ອຍ-ນ້ອງຢູ່ບ້ານແສງສະຫວ່າງ

Related Posts

ຕິດເຊື້ອໃໝ່ 560 ເສຍຊີວິດ 2 Featured
ລາຍລະອຽດການຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ ແລະ ອີກ 6 ແຂວງ Featured
ແຂວງໄຊຍະບູລີຍົກລະດັບປ້ອງກັນໂຄວິດຮອດ 11 ພະຈິກ 2021 Featured
ເທວະດາຫລວງຈະອອກໄປຕັກນ້ຳຕາມຮີດຄອງ Featured
ເສຍຊີວິດເພີ່ມ 1 ຕິດເຊື້ອເພີ່ມ 116 ຄົນ (ຊຸມຊົນ 2) Featured
ຕິດເຊື້ອໃນ ຊຸມຊົນ ທີ່ ນະຄອນຫຼວງ +7 ແລະ ທ່ົວປະເທດ +13 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme