Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຮອງລັດຖະມົນຕີ ກະຊວງການເງິນ ລົງເຄື່ອນໄຫວວຽກ ທີ່ແຂວງວຽງຈັນ

Posted on 20/08/202020/08/2020 By ປະກາດ Pakaad No Comments on ຮອງລັດຖະມົນຕີ ກະຊວງການເງິນ ລົງເຄື່ອນໄຫວວຽກ ທີ່ແຂວງວຽງຈັນ

ແຂວງວຽງຈັນ: ຮອງລັດຖະມົນຕີ ກະຊວງການເງິນ ລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ຢູ່ ແຂວງວຽງຈັນ.

ໃນວັນທີ 19 ສິງຫາ 2020 ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ນຳພາຄະນະຮັບຜິດຊອບຊີ້ນຳ, ຄະນະວິຊາການຂອງກະຊວງລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ຢູ່ແຂວງວຽງຈັນ, ໂດຍມີ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງພາຍໃນພະແນກການເງິນແຂວງວຽງຈັນ ແລະ ພະແນກການອ້ອມຂ້າງເຂົ້າຮ່ວມ.

ເພຶ່ອເປັນບ່ອນອີງໃຫ້ແກ່ການມີຄຳເຫັນຊີ້ນຳຈາກກະຊວງການເງິນ ທ່ານ ຄຳເຫັຼກ ທອງສະຫວັນ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານຫຍໍ້ໃນການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ຂອງແຂວງວຽງຈັນ ເຊິ່ງປີ 2020 ເປັນປີໜຶ່ງທີ່ມີຄວາມຫຍຸ້ງຍາກສັບສົນຕໍ່ເສດຖະກິດ,ການເງິນໂລກ ກໍ່ຄືຢູ່ປະເທດເຮົາປະຈຸບັນພວມປະເຊີນໜ້າກັບສິ່ງທ້າທາຍທົບສອບຫຼາຍປະການ,ອັດຕາແລກປ່ຽນເງິນຕາສູງຂຶ້ນ,ລາຄາສິນຄ້າ, ລາຄານ້ຳມັນມີການເໜັງຕີງ, ການຄ້າ, ການບໍລິການ,ການທ່ອງທ່ຽວໄດ້ຢຸດສະງັກລົງນັບແຕ່ເດືອນກຸມພາເປັນຕົ້ນມາ

ສາເຫດຍ້ອນເກີດຈາກການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ໃນທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍ່ຕາມແຂວງວຽງຈັນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຫັຼກການລວມສູນລາຍຮັບ-ລາຍຈ່າຍງົບປະມານ, ສູ້ຊົນຄຸ້ມຄອງລາຍຈ່າຍໃຫ້ໄປຕາມແຜນ, ຂຸດຄົ້ນແຫ່ຼງລາຍຮັບທີ່ຍັງບົ່ມຊ້ອນ, ເກັບໃຫ້ໄດ້ໝົດ ແລະ ມອບເຂົ້າງົບປະມານໃຫ້ຄົບຖ້ວນ,

ພ້ອມກັນນັ້ນກໍ່ຈຳກັດ ແລະ ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ,ເພີ່ມທະວີຄຸ້ມຄອງ, ຕິດຕາມ, ກວດກາ, ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍຢ່າງເຂັ້ມງວດ. ສະແດງອອກໃນ 6 ເດືອນຕົ້ນປີສາມາດປະຕິບັດລາຍຮັບໄດ້ທັງໝົດ 72 ຕື້ກວ່າກີບ (ລວມພູດສູນກາງ ແລະທ້ອງຖິ່ນ) ເທົ່າກັບ 30,05% ຂອງແຜນການປີ,ຖ້າທຽບໃສ່ 6 ເດືອນຂອງປີຜ່າານມາຫຼຸດລົງ 30 ຕື້ກວ່າກີບ ຫຼືຫຼຸດລົົງ 34%, ປະຕິບັດລາຍຈ່າຍໄດ້ທັງໝົດ 255 ຕື້ກວ່າກີບ, ເທົ່າກັບ 42,10% ຂອງແຜນການປີ,ຖ້າທຽບໃສ່ 6 ເດືອນຂອງປີຜ່ານມາຫຼຸດລົງ 5%,

ແຂວງວຽງຈັນຍັງເປັນແຂວງຂາດດຸ່ນດ້ານລາຍຈ່າຍ ເຊິ່ງຕ້ອງໄດ້ຮັບການດຸ່ນດ່ຽງຈາກສູນກາງຕາມແຜນໝົດປີ 371 ຕື້ກວ່າກີບ,ໃນ 6 ເດືອນຕົ້ນປີປະຕິບັດໄດ້ 194 ຕື້ກວ່າກີບ,ເທົ່າກັບ 52,27% ຂອງແຜນການປີ. ຄາດຄະເນ 6 ເດືອນທ້າຍປີ ຈະປະຕິບັດລາຍຮັບໃຫ້ໄດ້ 60 ຕື້ກວ່າກີບ,ໝົດປີຈະປະຕິບັດໄດ້ພຽງແຕ່ 140 ຕື້ກວ່າກີບ.

ພາຍຫຼັງທີ່ໄດ້ຮັບຟັງກາຍລາຍງານຫຍໍ້ຈາກຫົວໜ້າພະແນກການເງິນແຂວງວຽງຈັນແລ້ວ ຕາງໜ້າບັນດາກົມຈາກກະຊວງການເງິນ ໄດ້ມີຄຳເຫັນຊີ້ນຳໃນແຕ່ລະໜ້າວຽກຕໍ່ກັບການຈັດຕັ້ງປະຕິບັດແຜນດັດແກ້ 6 ເດືອນທ້າຍປີ 2020 ຂອງແນກການເງິນແຂວງວຽງຈັນໃຫ້ໄດ້ຕາມຕົວເລກຄາດຄະເນທີ່ໄດ້ວາງໄວ້.

ຂ່າວສານບ້ານເມືອງ

Post navigation

Previous Post: ສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 60 ປີ
Next Post: ກອງປະຊຸມຄະນະລັດຖະບານ ປະຈໍາເດືອນສິງຫາ 2020 ມີຫຼາຍປະເດັນຖືກຮັບຮອງ

Related Posts

ພະຍາກອນອາກາດ ປະຈຳວັນທີ່ 23 ມິຖຸນາ 2022 Featured
ໄປໃສ່ມອງເຈຍຢູ່ຖໍ້າ ພົບພຣະພຸດທະຮູບ ເກົ່າແກ່ຈໍານວນຫຼາຍ ຂ່າວສານບ້ານເມືອງ
ຫົວຫນ້າຄະນະຜູ້ແທນ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77 Featured
ລາຍລະອຽດຜູ້ເສຍຊີວິດໃໝ່ຈາກເມືອງວັງວຽງ Featured
ເມືອງວັງວຽງ ແຈ້ງການສືບຕໍ່ປີດບັນດາກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຫຼື ການເຕົ້າໂຮມຄົນຈຳນວນຫຼາຍ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເມືອງພູຄູນ ປະກາດລັອກດ່າວ ເລີ່ມ 3 ສິງຫາ ເປັນຕົ້ນໄປ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme