Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງການ ໃຫ້ກວດກາ ແລະ ເຝົ້າລະວັງກ່ຽວກັບການ ຈຳໜ່າຍຜະລິດຕະພັນຢາປິ່ນປົວ ໂຄວິດ-19 ແລະ ເຄື່ອງທົດສອບແບບໄວ

Posted on 04/05/202204/05/2022 By ປະກາດ Pakaad No Comments on ແຈ້ງການ ໃຫ້ກວດກາ ແລະ ເຝົ້າລະວັງກ່ຽວກັບການ ຈຳໜ່າຍຜະລິດຕະພັນຢາປິ່ນປົວ ໂຄວິດ-19 ແລະ ເຄື່ອງທົດສອບແບບໄວ

ແຈ້ງການ

ຮຽນ: ທ່ານ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ

ເລື່ອງ: ການຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບການຈໍລະຈອນຈຳໜ່າຍຜະລິດຕະພັນຢາປິ່ນປົວ ໂຄວິດ-19 ແລະ ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດ ວິເຄາະຫາການຕິດເຊື້ອໂຄວິດ-19.

– ອີງຕາມ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011;

– ອີງຕາມ ຄຳສັ່ງວ່າດ້ວຍການນຳເຂົ້າ, ຈໍລະຈອນຈຳໜ່າຍ ແລະ ນຳໃຊ້ ເຄື່ອງທົດສອບແບບໄວ AgRDT ເພື່ອກວດວິເຄາະ

ຊອກຫາການຕິດເຊື້ອໂຄວິດ-19 ສະບັບເລກທີ 3994/ສທ, ລົງວັນທີ 30 ທັນວາ 2021;

– ອີງຕາມ ຜົນການລົງຕິດຕາມ, ກວດກາຜະລິດຕະພັນປ້ອງກັນ ແລະ ປິ່ນປົວໂຄວິດ-19 ຢູ່ນະຄອນຫຼວງວຽງຈັນໃນລະຫວ່າງ

ວັນທີ 6-7 ເມສາ 2022.

ຜ່ານການຈັດຕັ້ງປະຕິບັດການອະນຸຍາດນຳໃຊ້ໃນພາວະສຸກເສີນ (Emergency Use Authorization, EUA) ໃຫ້ແກ່ຜະລິດຕະພັນຢາປິ່ນປົວໂຄວິດ-19 ແລະ ເຄື່ອງທົດສອບແບບໄວ Ag RDT (ຫຼື Antigen Test Kit, ATK) ກວດວິເຄາະຫາການຕິດເຊື້ອໂຄວິດ-19 ເພື່ອແກ້ໄຂສະພາບການລະບາດໃນໄລຍະຜ່ານມາ, ສົມທົບກັບການລົງຕິດຕາມ, ກວດກາການຈໍລະຈອນຈຳໜ່າຍເຫັນວ່າ ມີການຈໍລະຈອນຈຳໜ່າຍ ຫຼາກຫຼາຍທີ່ບໍ່ຖືກຕ້ອງຕາມລະບຽບການ

ໃນນັ້ນລວມທັງການຈຳໜ່າຍຜະລິດຕະພັນທີ່ບໍ່ໄດ້ຮັບອະນຸຍາດ ແລະ ການຈຳໜ່າຍຜະລິດຕະພັນທີ່ໄດ້ຮັບອະນຸຍາດ ແຕ່ຢູ່ໃນສະຖານທີ່ ທີ່ບໍ່ໄດ້ຮັບອະນຸຍາດດ້ານວິຊາການຈາກກະຊວງສາທາລະນະສຸກ ທັງຢູ່ໃນສະຖານທີ່ ທີ່ມີຕົວຕົນ ແລະ ໃນສັງຄົມອອນລາຍ ເຊິ່ງບໍ່ສາມາດຮັບປະກັນດ້ານຄວາມປອດໄພ, ຄຸນນະພາບ ແລະ ປະສິດທິພາບໃນການກວດວິເຄາະ ແລະ ປິ່ນປົວໂຄວິດ-19.

ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງພະແນກສາທາລະນະສຸກນະຄອນຫຼວງ ແລະ ບັນດາແຂວງ ຈົ່ງຊີ້ນຳຕໍ່ຂະແໜງອາຫານ ແລະ ຢາ ນະຄອນຫຼວງ-ແຂວງ ແລະ ໜ່ວຍງານອາຫານ ແລະ ຢາເມືອງ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນຄືດັ່ງລຸ່ມນີ້:

1. ເອົາໃຈໃສ່ຕິດຕາມກວດກາ, ບັນທຶກຂໍ້ມູນແຫຼ່ງທີ່ມາ ແລະ ລາຄາຊື້-ຂາຍ ພ້ອມໃຫ້ຄຳແນະນຳແກ່ຜູ້ປະກອບການເພື່ອການຈັດຊື້ຜະລິດຕະພັນຈາກແຫຼ່ງທີ່ຖືກຕ້ອງ ແລະ ໄດ້ຮັບ EUA ຈາກກົມອາຫານ ແລະ ຢາ ເຊິ່ງສາມາດກວດສອບໃນເວັບໄຊ ແລະ ເຟດບຸກຂອງກົມອາຫານ ແລະ ຢາ (ລາຍລະອຽດດັ່ງເອກະສານຄັດຕິດທີ 1);

2. ມາເຖິງປະຈຸບັນກົມອາຫານ ແລະ ຢາໄດ້ອະນຸຍາດ EUA ສຳລັບຜະລິດຕະພັນຢາປິ່ນປົວໂຄວິດ-19 ທັງໝົດ 12 ລາຍການ (ຜະລິດພາຍໃນ 10 ລາຍການ, ນຳເຂົ້າ 2 ລາຍການ) ແລະ ເຄື່ອງທົດສອບແບບໄວທັງໝົດ 10 ລາຍການ (ລາຍລະອຽດດັ່ງບັນຊີຄັດຕິດ);

3. ຖ້າພົບເຫັນການຈໍລະຈອນຈຳໜ່າຍທີ່ບໍ່ຖືກຕ້ອງຕາມລະບຽບການແມ່ນໃຫ້ຍຶດ ແລະ ເກັບຮັກສາໄວ້ຂະແໜງອາຫານ ແລະ ຢາພ້ອມທັງບັນທຶກເກັບກຳຂໍ້ມູນໃນການສະໜອງ ແລະ ແຫຼ່ງທີ່ມາລະອຽດ ແລ້ວລາຍງານມາຍັງກອງກວດກາອາຫານ ແລະ ຢາ ເພື່ອສັງລວມ, ວາງມາດຕະການຕາມລະບຽບຫຼັກການ ແລະ ລາຍງານຂັ້ນເທິງເພື່ອຂໍທິດຊີ້ນຳ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

.

.

.

.

.

.

.

Featured, ເຕືອນໄພ, ແຈ້ງການ​

Post navigation

Previous Post: ແຈ້ງການເປີດນຳໃຊ້ໂທລະສັບສາຍດ່ວນ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໝາຍເລກ 1525
Next Post: ຕິດເຊື້ອໃໝ່ +230 ຄົນ ເສຍຊີວິດໃໝ່ 2

Related Posts

ລັດມີແຜນປັບຄ່າແຮງງານຂັ້ນຕໍ່າເປັນ 1,5 ລ້ານກີບຕໍ່ເດືອນ Featured
ສາຍໄຟແຮງກາງຢ່ອນກາງທາງລົດເກາະເກີດໄຟໄໝ້ເສຍຫາຍ Featured
ຜ່ອນຜັນຫຼາຍມາດຕະການ ແຕ່ຍັງສືບຕໍ່ປິດຮ້ານບັນເທີງແລະຄາຣະໂອເກະ Featured
ສະຫວັນນະເຂດ ແຈ້ງການດ່ວນ ຮັບມື ພາຍຸ ເຈີມປາກາ Featured
ລັອກດາວ ເມືອງປະທຸມພອນ ແຂວງຈໍາປາສັກ ຮອດ 17/9/2021 Featured
ສປຊ ຮັບຮອງ ສປປລາວ ພົ້ນຈາກສະຖານະປະເທດດ້ອຍພັດທະນາແລ້ວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme