Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ການຊື້ເຄື່ອງກວດໂຄວິດແບບໄວໃຊ້ເອງມີຄວາມສ່ຽງ

Posted on 07/11/202107/11/2021 By ປະກາດ Pakaad No Comments on ການຊື້ເຄື່ອງກວດໂຄວິດແບບໄວໃຊ້ເອງມີຄວາມສ່ຽງ

ປັດຈຸບັນ ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ.

ຈຸດປະສົງຫຼັກຂອງການນຳໃຊ້ແມ່ນເພື່ອໃຫ້ສາມາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກປ່ຽວຜູ້ຕິດເຊື້ອອອກຈາກຄົນອື່ນໄດ້ແຕ່ຫົວທີ ໂດຍສະເພາະຈຸດທີ່ມີຄວາມສ່ຽງຢູ່ເຂດຫ່າງໄກສອກຫຼີກ ທີ່ເຂົ້າເຖິງການກວດຫາເຊື້ອໄດ້ຍາກ ແລະ ຕ້ອງໄດ້ເວລາຫຼາຍໃນຂົນສົ່ງຕົວຢ່າງເຂົ້າມາຫ້ອງວິເຄາະ. ຊຸດກວດແບບໄວຈຶ່ງເປັນໜຶ່ງຍຸດທະສາດທີ່ນຳໃຊ້ເພື່ອຈຳກັດການແຜ່ເຊື້ອອອກສູ່ວົງກ້ວາງ.

ມີຫຼາຍຄົນຊື້ຊຸດກວດແບບໄວມາກວດເອງ ຊຶ່ງເປັນສິ່ງທີ່ພວກເຮົາບໍ່ແນະນໍາມາຕັ້ງແຕ່ຕົ້ນ. ມີຫຼາຍເຫດຜົນທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງຍ້ອນວ່າ

– ຊຸດກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ບໍ່ໄດ້ຜ່ານການພິຈາລະນາ ແລະ ອະນຸມັດຈາກກົມອາຫານ ແລະ ຢາ.

– ຊຸດກວດທີ່ເຫັນໂຄສະນາຂາຍນີ້ ສ່ວນໃຫຍ່ແມ່ນບຸກຄົນນໍາເຂົ້າແບບບໍ່ໄດ້ຮັບການອະນຸຍາດ.

– ຊຸດກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີໂຕໃດທີ່ໃຫ້ຜົນຖືກຕ້ອງ 100%, ໝາຍຄວາມວ່າ ມັນມີສາມາດຜິດພາດໄດ້ສູງ ໂດຍສະເພາະຖ້າຜົນກວດເປັນລົບ (ອອກເປັນລົບແຕ່ບໍ່ໄດ້ໝາຍຄວາມວ່າບໍ່ຕິດເຊື້ອ).

– ບຸກຄົນທີ່ຊື້ມາກວດເອງບໍ່ມີຄວາມຊໍານານໃນການເກັບຕົວຢ່າງຊຶ່ງຖ້າເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ຜົນກວດກໍຈະບໍ່ຖືກຕ້ອງ.

– ການຖີ້ມໄມ້ຕ້ອຍຕົວຢ່າງ ແລະ ຊຸດກວດທີ່ໃຊ້ແລ້ວລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນແມ່ນຍິ່ງອັນຕະລາຍ ເພາະຊຸດກວດທີ່ມີເຊື້ອນັ້ນສາມາດກາຍເປັນແຫຼ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອລາມເປັນວົງກວ້າງໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.

ທ່ານຄວນຊາບວ່າ ການກວດເພື່ອຢັ້ງຢືນສຸດທ້າຍຕ້ອງແມ່ນການກວດໃນຫ້ອງວິເຄາະດ້ວຍເຕັກນິກສະເພາະເທົ່ານັ້ນ.

ສະນັ້ນ, ເຖິງທ່ານຈະໄດ້ກວດແບບໄວມາແລ້ວ ທ່ານມີຄວາມຈໍາເປັນຕ້ອງໄປກວດໃນຈຸດບໍລິການຂອງພວກເຮົາຕື່ມອີກເທື່ອໜຶ່ງ ໂດຍສະເພາະທ່ານທີ່ໄດ້ກວດເອງແລ້ວພົບວ່າຕິດເຊື້ອ ເພື່ອຢັ້ງຢືນສຸດທ້າຍວ່າຕິດເຊື້ອແທ້. ທ່ານສາມາດແຈ້ງຕໍ່ເຈົ້າໜ້າທີ່ໃນຈຸດທີ່ທ່ານຈະໄປກວດນັ້ນຊາບກ່ອນວ່າທ່ານໄດ້ກວດດ້ວຍເຄື່ອງກວດແບບໄວພົບຜົນບວກ ເພື່ອເຈົ້າໜ້າທີ່ໃນຈຸດບໍລິການນັ້ນຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໄກ້ຊິດກັບຄົນອື່ນ.

ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານເພື່ອມາຮັບເຂົ້າໄປປິ່ນປົວໂດຍໄວ.

Featured, ເຕືອນໄພ, ໂຄວິດ-19

Post navigation

Previous Post: ແມ່ຕູ້ອາຍຸ78ປີຕິດໂຄວິດເສຍຊີວິດທີ່ນະຄອນຫລວງວຽງຈັນ
Next Post: ອາກາດເຢັນທົ່ວທຸກພາກມື້ນີ້ 9 ພະຈິກ 2021

Related Posts

ແຂວງອຸດົມໄຊແຈ້ງການຂໍລະດົມທຶນແລະການຊ່ວຍເຫຼືອເພື່ອຮັບມືໂຄວິດ Featured
ນະໂຍບາຍ 3 ເດືອນ 3% ໄຟຟ້າລາວ ຂາດທຶນລວມ ປະມານ 18 ຕື້ກວ່າກີບ Featured
ທົ່ວປະເທດຕິດເພີ່ມ +2.212 ເສຍຊີວິດໃໝ່ 2 Featured
ເມືອງສອງຄອນ ກວດພົບແຮງງານ ຕິດເຊື້ອ 17 ຄົນ ພາຍຫຼັງອອກຈາກສູນຂັ້ນແຂວງ Featured
ປີໃໝ່ລາວປີນີ້ພັກຍາວ 13-17 ເມສາ 2022 Featured
ຂະຫຍາຍການຕະຫຼາດອອນລາຍ ສ້າງ Smart Farmer ຈາກນະວັດຕະກໍາລະບົບນໍ້າຄົບວົງຈອນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme