Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເສຍຊີວິດເພີ່ມ 1 ຕິດເຊື້ອເພີ່ມ 116 ຄົນ (ຊຸມຊົນ 2)

Posted on 15/07/202115/07/2021 By ປະກາດ Pakaad No Comments on ເສຍຊີວິດເພີ່ມ 1 ຕິດເຊື້ອເພີ່ມ 116 ຄົນ (ຊຸມຊົນ 2)

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 15 ກໍລະກົດ 2021.

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 14 ກໍລະກົດ 2021 : ໄດ້ກວດວິເຄາະທັງໝົດ 1,451 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 116 ຄົນ, ຈາກ ນະຄອນຫຼວງ 01 ກໍລະນີ, ຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ, ສາລະວັນ 04 ກໍລະນີ ແລະ ອຸດົມໄຊ 01 ກໍລະນີ.

ໃນນັ້ນ ມີກໍລະນີນຳເຂົ້າ 114 ຄົນ ມາຈາກ ແຂວງຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ ແລະ ສາລະວັນ 04 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ສ່ວນຕິດເຊື້ອໃນຊຸມຊົນ 2 ຄົນ ມາຈາກນະຄອນຫຼວງ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ.

– ສຳລັບ ກໍລະນີໃໝ່ ໃນນະຄອນຫຼວງວຽງຈັນ ແມ່ນເປັນພະຍາບານ ເຊິ່ງຕິດເຊື້ອຈາກການດູແລປິ່ນປົວຄົນເຈັບໂຄວິດ-19 ເຊິ່ງມີຜູ້ສຳຜັດໃກ້ຊິດ 6 ຄົນ, ຜູ້ກ່ຽວແມ່ນບໍ່ໄດ້ໄປໃສ, ສຳລັບ ຜູ້ໃກ້ຊິດ ແມ່ນຖືກເກັບຕົວຢ່າງ ຜົນກວດໃຫ້ຜົນລົບ ແລະ ຖືກສົ່ງເຂົ້າຈຳກັດບໍລິເວນ ຢູ່ສະຖານທີ່ກຳນົດໄວ້.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,092 ຄົນ, ເສຍຊີວິດສະສົມ 4 ຄົນ ( ເສຍຊີວິດໃໝ່ 1 ເປັນເພດຊາຍ, ອາຍຸ 67 ປີ) ແລະ ກໍາລັງປິ່ນປົວ ທັງໝົດ 708 ຄົນ.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ: ວັນທີ 14 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2,365 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ;

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 5,869 ຄົນ.

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ປະກາດຫາເຈົ້າຂອງກະເປົາເງິນ ອອກຊື່ນາງສຸດາພອນ ພົມມະລິນ
Next Post: ລັດຖະບານຍີ່ປຸ່ນໃຫ້ທຶນການສຶກສາລະດັບປະລິນຍາໂທ ແລະປະລິນຍາເອກ ແກ່ ສປປ ລາວ

Related Posts

ຫຼາຍພື້ນທີ່ຈະມີຝົນຕົກແລະລົມແຮງ Featured
ກະຊວງ ສສກ ແລະ ໂຄງການໂອກາດດ້ານການສຶກສາລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ໄລຍະ III Featured
ຂໍ້ມູນປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂຄວິດ ທັງສອງ ຂອງວັນທີ 20 ເມສາ 2021 Uncategorized
ນະຄອນຫຼວງ ສັ່ງເດັດຂາດ! ໃຜລະເມີດຄໍາສັ່ງ ປັບໃໝ 5 ແສນ – 10 ລ້ານກີບ Featured
ມີ 52 ປໍ້າ ເປີດບໍລິການມື້ນີ້ ນະຄອນຫຼວງວຽງຈັນ Featured
ນໍ້າຖ້ວມຂົວເຊຈໍາພອນແລ້ວ ປະຊາຊົນລະວັງໄພນໍ້າຖ້ວມ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme