Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແມ່ຕູ້ອາຍຸ78ປີຕິດໂຄວິດເສຍຊີວິດທີ່ນະຄອນຫລວງວຽງຈັນ

Posted on 07/11/202107/11/2021 By ປະກາດ Pakaad No Comments on ແມ່ຕູ້ອາຍຸ78ປີຕິດໂຄວິດເສຍຊີວິດທີ່ນະຄອນຫລວງວຽງຈັນ

ມາຮອດວັນທີ 07 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 47.056 ຄົນ, ເສຍຊີວິດສະສົມ 82 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 754 ຄົນ, ກໍາລັງປິ່ນປົວ 8.359 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້: ເພດຍິງ, ອາຍຸ 78 ປີ, ອາຊີບ ຜູ້ເຖົ້າ, ບ້ານດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງ.

ພະຍາດປະຈຳຕົວ ໄຂ່ຫລັງຊຸດໂຊມ ໄດ້ 5 ປີ ແຕ່ບໍ່ເຄີຍຟອກ ແລະ ເປັນຄວາມດັນເລືອດສູງ ກິນຢາປະຈຳ, ຍັງບໍ່ໄດ້ສັກຢາວັກຊີນ.

ວັນທີ 21 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19

ວັນທີ 22 ຕຸລາ 2021 ຜົນກວດແມ່ນພົບເຊື້ອ ແລະ ໄດ້ໄປກັກໂຕຢູ່ສູນລ້ານຊ້າງ

ວັນທີ 23 ຕຸລາ 2021 ຜູ້ກ່ຽວມີອາການໄອ, ມີຂີ້ສະເຫລດ, ຖ່າຍເປັນນໍ້າ, ມີຮາກ, ເຈັບແຫນ້ນຫນ້າເອິກເວລາທີ່ໄອຫລາຍ ແລ້ວ ຈຶ່ງຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ

ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແມ່ນແຕ່ວັນທີ 23 ຕຸລາ – 06 ພະຈິກ 2021, ເປັນເວລາ 15 ວັນ

ຮອດເວລາ 06:30 ໂມງຂອງວັນທີ 06 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ.

Featured, ໂຄວິດ-19

Post navigation

Previous Post: ນະຄອນຫຼວງວຽງຈັນໜັກສຸດມື້ນີ້ທົ່ວປະເທດກາຍພັນຄົນ
Next Post: ການຊື້ເຄື່ອງກວດໂຄວິດແບບໄວໃຊ້ເອງມີຄວາມສ່ຽງ

Related Posts

ການນຳພັກ-ລັດ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ Featured
ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021 Featured
ເສຍຊີວິດໃໝ່ 5 ເສຍຊີວິດສະສົມ 558 Featured
ຫຼວງພະບາງມື້ນີ້ຕິດເພີ່ມ67ຄົນ Featured
ຮູບແຕ້ມພະຍານາກທີ່ງົດງາມ ດ້ວຍຝີມືຄົນລາວ Featured
ຂະຫຍາຍການຕະຫຼາດອອນລາຍ ສ້າງ Smart Farmer ຈາກນະວັດຕະກໍາລະບົບນໍ້າຄົບວົງຈອນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme