Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄະນະນຳກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ

Posted on 04/09/202004/09/2020 By ປະກາດ Pakaad No Comments on ຄະນະນຳກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ

ໃນວັນທີ 1 ກັນຍາ 2020 ນີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍ ພອນ ສະຫາຍ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020) ແລະ ວັນການທູດ ສສ ຫວຽດ ນາມ ຄົບຮອບ 75 ປີ (28/8/ 1945-28/8/2020). ໃນໂອກາດດັ່ງກ່າວ, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະ ນໍາ ແລະ ພະນັກງານກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາ ປະນາ ສສ ຫວຽດນາມ ແລະ ວັນ ການທູດ ສສ ຫວຽດນາມ ຄົບ ຮອບ 75 ປີ ຢ່າງສຸດໃຈ.

ພ້ອມ ນັ້ນ, ສະຫາຍກໍໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ ຫຼວງໃນຫຼາຍດ້ານຂອງ ສສ ຫວຽດນາມ ທີ່ສາມາດຍາດມາ ໄດ້ໃນຕະຫຼອດ 75 ປີ ຜ່ານມາ ເຊັ່ນ: ເສດຖະກິດຂະຫຍາຍຕົວ ໄວ, ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ. ນອກຈາກນັ້ນ, ສະຫາຍ ສະເຫຼີມ ໄຊ ກົມມະສິດ ຍັງໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ຂະ ແໜງການຕ່າງປະເທດຍາດມາ ໄດ້ໃນຕະຫຼອດໄລຍະ 75 ປີ ຜ່ານ ມາ ທີ່ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງ ສສ ຫວຽດ ນາມ ນັບມື້ນັບສູງເດັ່ນຂຶ້ນໃນເວ ທີພາກພື້ນ ແລະ ສາກົນ, ເຊິ່ງປະ ກອບສ່ວນອັນສໍາຄັນໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ, ພິເສດ ປີ 2020 ນີ້ ສສ ຫວຽດນາມ ໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະ ຊຸມສຸດຍອດອາຊຽນ, ກອງປະ ຊຸມໄອປາ ຄັ້ງທີ 36, ທັງເປັນສະ ມາຊິກບໍ່ຖາວອນຂອງສະພາ ຄວາມໝັ້ນຄົງ, ສສ ຫວຽດນາມ ສາມາດຈັດບັນດາກອງປະຊຸມ ດັ່ງກ່າວໃນຮູບແບບໃໝ່ຜ່ານລະ ບົບອອນລາຍ (Video Conference) ໄດ້ຢ່າງດີເລີດ ໃນທ່າມກາງການແຜ່ລະບາດ ຂອງ ພະຍາດໂຄວິດ-19.

ພິເສດ, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມື ກັນຢ່າງສະໜິດແໜ້ນ ແລະ ມີປະ ສິດທິພາບສູງ ລະຫວ່າງກະຊວງ ການຕ່າງປະເທດລາວກັບ ສະ ຖານທູດຫວຽດນາມ ໃນໄລຍະ ຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ ການພົວພັນອັນເປັນມູນເຊື້ອທີ່ດີ ລະຫວ່າງສອງຝ່າຍ ໃຫ້ຂະຫຍາຍ ຕົວ ແລະ ມີຜົນສໍາເລັດຫຼາຍດ້ານ.

ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການ ຊ່ວຍເຫຼືອຢ່າງທັນການ ຂອງ ສສ ຫວຽດນາມ ຕໍ່ ສປປ ລາວ ໃນໄລ ຍະຜ່ານມາ, ໂດຍສະເພາະໃນ ຊ່ວງໄລຍະການລະບາດຂອງ ພະຍາດໂຄວິດ-19 ເຖິງວ່າ ຫວຽດນາມ ຈະໄດ້ຮັບຜົນກະ ທົບຈາກພະຍາດດັ່ງກ່າວເຊັ່ນ ກັນແຕ່ກໍຍັງໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ເປັນຕົ້ນ ໄດ້ສົ່ງ ຄະນະແພດຊ່ຽວຊານ, ຢາປົວພະ ຍາດ ພ້ອມທັງອຸປະກອນການ ແພດມາຊ່ວຍລັດຖະບານລາວ.

ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມ ມະສິດ ກໍໄດ້ສະແດງຄວາມ ເຫັນໃຈຕໍ່ ສສ ຫວຽດນາມ ທີ່ ຫວ່າງບໍ່ດົນມານີ້ ໄດ້ພົບຜູ້ຕິດ ເຊື້ອພະຍາດໂຄວິດ-19 ຮອບໃໝ່ ແລະ ໄດ້ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍຄວາມ ເອົາໃຈໃສ່ຢ່າງໃກ້ຊິດ ແລະ ການ ນໍາພາອັນສະຫຼາດສ່ອງໃສຂອງ ການນໍາພັກ-ລັດ, ສສ ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງ ກ່າວໄດ້ຢ່າງສິ້ນເຊີງ ແລະ ຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິ.

ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ່າ ຮຸ່ງ ໄດ້ສະແດງຄວາມ ຂອບ ໃຈຢ່າງຍິ່ງຕໍ່ການມາອວຍພອນ ຄັ້ງນີ້ ຂອງ ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມຄະ ນະ ທີ່ໃຫ້ຄວາມສໍາຄັນຢ່າງຈິງ ໃຈຂອງພັກ-ລັດຖະບານ ແຫ່ງ ສປປ ລາວ ແລະ ຊົມເຊີຍຕໍ່ການ ຈັດພິທີໂຮມຊຸມນຸມ ແລະ ບັນດາ ກິດຈະກໍາຕ່າງໆເພື່ອສະເຫຼີມສະ ຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ, ເປັນຕົ້ນແມ່ນ ການວາງສະແດງຮູບພາບການ ພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມທັງ, ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດ ນາມ-ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ຫວຽດນາມ-ລາວ ນັບມື້ໄດ້ຮັບການຖະນຸຖະໜອມ ບໍາລຸງສ້າງ ແລະ ໄດ້ຮັບການ ເຊີດຊູຢ່າງບໍ່ຢຸດຢັ້ງ.

ໂດຍ: ສາຍເພັດ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະພົນຕຳຫຼວດ ປກສ ແຂວງສະຫວັນນະເຂດ
Next Post: ຂະຫຍາຍທຸລະກິດ ດ້ວຍ “ວິທີແຟຣນຊາຍ”

Related Posts

ຄົນເຈັບ ໂຄວິດ-19 ເສຍຊິວິດ ອີກ 1 ຄົນ ທີ່ແຂວງສະຫວັນນະເຂດ Featured
ມາດຕະການ ເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19 Featured
ພະຍາກອນອາກາດ ປະຈໍາວັນທີ 26 ພຶດສະພາ 2022 ຂ່າວສານບ້ານເມືອງ
ຫ້ອງໃຕ້ດິນ ລັ ບ ຢູ່ ສ ວ ນ ຈັ ບ ໄ ປ ໝົດຄອບຄົວ Featured
ການພົບປະ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ Featured
ນັກຮຽນເຈັບທ້ອງ ແລະ ອາການຜິດປົກກະຕິ ກະທັນຫັນ ຫຼາຍຄົນ ຫຼັງກິນຢາຂ້າແມ່ທ້ອງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme