ການຕິດເຊື້ອໃໝ່ຂອງພະຍາດນີ້ ເຖິງວ່າຈະມີຕົວເລກຫຼຸດລົງພຽງໜ້ອຍດຽວກໍ່ຕາມ ແຕ່ກໍ່ຍັງໜ້າເປັນຫ່ວງທີ່ສຸດເນື່ອງຈາກອັດຕາການກວດຕົວຢ່າງພົບເຊື້ອສະເລັ່ຍທົ່ວປະເທດຍັງສູງເກີນ 10%. ແຂວງຫຼວງນໍ້າທາ ມີການຕິດເຊື້ອສູງກວ່າທຸກວັນຜ່ານມາ. ການຕິດເຊື້ອໃໝ່ຂື້ນ-ລົງໃນແຕ່ລະວັນ ແລະ ການມີບ້ານແດງເພີ່ມຂື້ນທຸກວັນ ສະແດງໃຫ້ເຫັນເຖິງການກະຈາຍຂອງເຊື້ອພະຍາດໃນທຸກຫົນແຫ່ງ.
ກຸ່ມຄົນທີ່ຕິດເຊື້ອ ໃນໄລຍະ 2 ອາທິດຜ່ານມາ ນັບແຕ່ວັນທີ 21 ຕຸລາ ເຖິງ ວັນທີ 3 ພະຈິກ ມີການປ່ຽນແປງທີ່ສໍາຄັນ ໂດຍຜ່ານມາແມ່ນກຸ່ມກໍາມະກອນໂຮງຈັກໂຮງງານຕິດເຊື້ອຫຼາຍ ແຕ່ໃນສອງອາທິດຜ່ານມານີ້ ກຸ່ມທີ່ຕິດເຊື້ອຫຼາຍກວ່າໝູ່ ແມ່ນກຸ່ມທີ່ຢູ່ໃນສະຖານການສຶກສາ ລອງລົງມາແມ່ນກຸ່ມຄອບຄົວ ທີ່ແມ່ນຜູ້ສູງອາຍຸ, ເດັກນ້ອຍ ແລະ ແມ່ເຮືອນ.
ນີ້ເປັນອີກສະຖານະນະການໜຶ່ງ ທີ່ຢາກໃຫ້ທຸກທ່ານ ເຫັນໄດ້ວ່າ ປະຈຸບັນ ການຕິດເຊື້ອໃນຄອບຄົວເລີ່ມພົ້ນເດັ່ນ ແລະ ສະມາຊິກຄອບຄົວ ມີການຕິດເຊື້ອຫຼາຍຂື້ນເປັນກຸ່ມຄອບຄົວ.
ຄະນະສະເພາະກິດໄດ້ແນະນໍາເລື້ອຍໆ ກ່ຽວກັບການປະຕິບັດມາດຕະການປ້ອງກັນໃນລະດັບຄອບຄົວ ແລະຍັງຄົງຢໍ້າເຕືອນທຸກວັນ ເພື່ອໃຫ້ບັນດາທ່ານໄດ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ເຖິງວ່າ ມັນຈະເຮັດໄດ້ຍາກ ໃນການແຍກຫ່າງ ໃນການກິນເຂົ້າແບບກິນໃຜກິນມັນ ການບໍ່ນັ່ງຮ່ວມພາເຂົ້າປິ່ນໜ້າໃສ່ກັນ ທີ່ບໍ່ເຄີຍເຮັດມາຄອງ ການໃສ່ຜ້າປິດປາກ-ດັງ ກ່ອນຈະດູແລຜູ້ສູງອາຍຸໃນເຮືອນ ແຕ່ພວກເຮົາບໍ່ມີທາງເລືອກອື່ນທີ່ດີກວ່ານີ້ ສະນັ້ນຂໍໃຫ້ຫົວໜ້າຄອບຄົວລຸລ່ວງໃຫ້ທຸກຄົນໃນຄອບຄົວ ແລະ ໃສ່ໃຈປະຕິບັດຄືນໃໝ່ຢ່າງເຂັ້ມງວດທີ່ສຸດ.
ຈາກສະຖານະການແຜ່ເຊື້ອພະຍາດໂຄວິດໃນປະຈຸບັນນີ້ຢູ່ໃນປະເທດເຮົາ ກໍ່ຄືຢູ່ໃນທົ່ວໂລກ ມັນສົ່ງສັນຍານໃຫ້ທຸກຄົນຊາບວ່າ ເຮົາຍັງຈະຢູ່ກັບພະຍາດນີ້ໄປອີກດົນນານ.
ບັນດາປະເທດເອີຣົບ ຫຼື ປະເທດທີ່ຄວາມສາມາດຜະລິດວັກຊິນໃຊ້ເອງ ແລະ ໄດ້ສັກໃຫ້ປະຊາຊົນເກີນ 90% ກໍ່ຍັງມີການຕິດເຊື້ອສູງ ແລະ ປະຈຸບັນປະເທດເຫຼົ່ານັ້ນ ຍັງຕິດເຊື້ອສູງ ຢູ່ອັນດັບຕົ້ນໆຂອງໂລກ.
ສະນັ້ນ ຂໍໃຫ້ທຸກຄົນກຽມພ້ອມ ຢູ່ກັບພະຍາດນີ້ໃຫ້ໄດ້ ສໍາຄັນທີ່ສຸດຕ້ອງຢູ່ຢ່າງປອດໄພທີ່ສຸດ ຊຶ່ງນີ້ເປັນພຶດຕິກໍາຂອງບຸກຄົນ ທີ່ບໍ່ມີມາດຕະການໃດບັງຄັບທ່ານໄດ້ ນອກຈາກຜູ້ກ່ຽວຕ້ອງຕື່ນຕົວປະຕິບັດ ແລະ ມີຄວາມຮັບຜິດຊອບສູງຕໍ່ຄົນອ້ອມຂ້າງ. ສີ່ງທີ່ທຸກຄົນຄວນປະຕິບັດເພື່ອກະກຽມຕົນເອງ ມີດັ່ງນີ້:
ຫຼຸດໂອກາດສ່ຽງຂອງຕົນເອງ ໂດຍ ໝັ່ນລ້າງມືເລື້ອຍໆ, ໃສ່ຜ້າປິດປາກດັງຢ່າງຖືກຕ້ອງ ແລະ ໃສ່ເປັນປະຈໍາ, ເປັນຄົນຊ່າງສັງເກດຖ້າທ່ານຕ້ອງໄປສະຖານທີ່ໃດໜຶ່ງ ແລະ ຢູ່ຫ່າງຄົນອື່ນເອົາໄວ້. ຫຼີກເວັ້ນການສໍາພັດມື ຫຼື ຮ່າງກາຍ ເມື່ອທ່ານພົບປະໝູ່ເພື່ອນ ແລະ ບໍ່ກິນເຂົ້າຮ່ວມໂຕະກັນເດັດຂາດ ເພາະວ່າ ບໍ່ວ່າຈະຢູ່ຮ້ານອາຫານ ຫຼື ຢູ່ເຮືອນ ທຸກບ່ອນ ມາດຕະການປ້ອງກັນໃນຈຸດນີ້ ແມ່ນເຮັດໄດ້ຍາກທີ່ສຸດ.
ກະກຽມສະບູ ຫຼື ນໍ້າຢາລ້າງມືທີ່ມີທາດເຫຼົ້າ ໃຫ້ພຽງພໍໃຊ້ ຕໍ່ຄວາມຕ້ອງການໃຊ້ຂອງທຸກຄົນໃນ ຄອບຄົວ ໃນແຕ່ລະເດືອນ. ໃຊ້ຊີວິດຢ່າງມີສະຕິ ບໍ່ວ່າທ່ານຈະໄປໃສ ຢູ່ໃສ ຕ້ອງຮູ້ວ່າຕົນເອງໄດ້ພົບໃຜ ໄດ້ໄກ້ຊິດຜູ້ໃດ ແລະ ໂອ້ລົມກັບໃຜເມື່ອໃດ. ກະກຽມຢາສາມັນປະຈໍາບ້ານໃຫ້ມີໄວ້ ລວມທັງບາຫຼອດແທກອຸນະພູມ ເພື່ອໃຊ້ໃນເວລາຈໍາເປັນ.
ມີການວາງແຜນໃນການຊື້ເຄື່ອງອຸປະໂພກບໍລິໂພກ ຂອງຄອບຄົວຢ່າງລະອຽດ. ພະຍາຍາມຫຼຸດການອອກໄປຊື້ທຸກວັນ ແຕ່ຖ້າມີເງື່ອນໄຂ ໃຫ້ຊື້ເທື່ອໜື່ງ ກຸ້ມໄດ້ເປັນອາທິດ ຫຼື ຫຼາຍກວ່ານັ້ນຍີ່ງດີ ເພື່ອຫຼຸດການໄປຕະຫຼາດຫຼາຍເທື່ອ ແລະ ສ່ຽງຫຼາຍຄັ້ງ. ໄລຍະນີ້ ທຸກຄົນຄວນດໍາລົງຊີວິດຢ່າງມີແບບແຜນ ປະຢັດ-ມັດທະຍັດ ແຕ່ຄົບຖ້ວນອາຫານ 5 ໝວດ ສໍາລັບທຸກຄົນໃນຄອບຄົວ.
ສໍາລັບສໍານັກງານຫ້ອງການ: ຜູ້ບໍລິຫານຄວນຜັນຂະຫຍາຍມາດຕະການປ້ອງກັນ ມາເປັນກິດຈະກໍາຢ່າງລະອຽດ, ຈັດກຸ່ມພະນັກງານເຮັດວຽກເປັນຈຸໜ່ວຍ ຜັດປ່ຽນກັນ ເພື່ອຮັບປະກັນວ່າ ເມື່ອພະນັກງານບາງຄົນຕິດເຊື້ອ ພະນັກງານທ່ານອື່ນ ຍັງສາມາດເຄື່ອນໄຫວວຽກໄດ້. ນອກນັ້ນ ການອະນາໄມຂ້າເຊື້ອບ່ອນເຮັດວຽກ ກໍ່ສໍາຄັນທີ່ສຸດ ຊຶ່ງພະນັກງານທຸກຄົນ ຄວນຖືເປັນບຸລິມະສິດ ເຮັດເອງໂດຍບໍ່ລໍຖ້າໃຜ ແລະ ເຮັດທຸກວັນຢ່າງຈິງຈັງເມື່ອມາປະຈໍາການ ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນຕົນເອງ.
ສໍາລັບພໍ່ແມ່ຜູ້ປົກຄອງ ທີ່ມີລູກໄປຮຽນໜັງສື: ຄະນະສະເພາະກິດຮຽກຮ້ອງ ໃຫ້ທ່ານສອນລູກ ລ້າງມືໃຫ້ເປັນ ແລະ ລ້າງໃຫ້ສະອາດ, ສອນໃຫ້ເດັກໃຊ້ຜ້າປິດປາກດັງຢ່າງຖືກຕ້ອງ ລວມທັງເວລາຖີ້ມໃຫ້ປອດໄພ, ສອນໃຫ້ເດັກຮູ້ຈັກໄອຈາມໃສ່ກົກແຂນຕົນເອງ ໃນບາງຄັ້ງທີ່ຖອດຜ້າປິດປາກດັງອອກແລ້ວ. ນອກນັ້ນ ຜູ້ປົກຄອງ ຄວນໄດ້ກະກຽມໃຫ້ລູກ ນໍ້າຢາລ້າງມື, ຜ້າປິດ-ປາກດັງ ແລະ ແນະນໍາລູກຫຼານໃຫ້ຮູ້ວ່າ ການຢູ່ຫ່າງຈາກໝູ່ຄົນອື່ນຕ້ອງເຮັດແນວໃດ. ເຖິງຢ່າງໃດກໍ່່ຕາມ ຄູອາຈານ ກໍ່ມີບົດບາດສໍາຄັນຢ່າງຍີ່ງ ໃນການສົ່ງເສີມ ແລະ ກະຕຸ້ນໃຫ້ນັກຮຽນໄດ້ປະຕິບັດເຊັ່ນນີ້ຢ່າງຖືກຕ້ອງ.
ສໍາລັບຜູ້ທີ່ຕ້ອງອອກເຮືອນ ເພື່ອຈຸດປະສົງໃດກໍ່ຕາມ ຈົ່ງຫຼີກລ້ຽງການແວ່ຫຼາຍຈຸດຫຼາຍບ່ອນ, ລະມັດລະວັງທີ່ສຸດຕ້ອງເມື່ອພົບປະຄົນອື່ນ ຫຼື ເຮັດວຽກໃດໜຶ່ງ. ເມື່ອທ່ານກັບເຖິງເຮືອນ ກ່ອນອື່ນໝົດທ່ານຕ້ອງໄດ້ທໍາຄວາມສະອາດຮ່າງກາຍທັນທີ ຈຶ່ງໄປເຮັດຢ່າງອື່ນ ຫຼື ໄປອຸ້ມລູກຕົນເອງ.
ການໄປຮ່ວມເຮືອນດີ, ເຮືອນບຸນ ຫຼື ເຮືອນກໍາ ເປັນສິ່ງທີ່ຍັງເປັນຈຸດສ່ຽງສູງທີ່ສຸດ ຖ້າຈໍາເປັນຕ້ອງໄປ ຂໍໃຫ້ທ່ານປະຕິບັດການຮ່ວມງານແບບປອດໄພທີ່ສຸດ ໂດຍລ້າງມືເລືອຍໆ, ໃສ່ຜ້າປິດປາກ-ດັງຕະຫຼອດເວລາ ແລະ ຄວນເຕືອນສະຕິຕົນເອງສະເໝີ ຖ້າຖອດຜ້າປິດປາກ-ດັງເພື່ອກິນອາຫານໃນງານບຸນທີ່ທ່ານຮ່ວມ ນັ້ນໝາຍເຖິງທ່ານໄດ້ສ່ຽງແລ້ວ. ເປັນຫ່ວງທີ່ສຸດແມ່ນກຸ່ມຜູ້ສູງອາຍຸທີ່ໄປຮ່ວມງານ ຖ້າຫຼີກລ່ຽງໄດ້ ກະຂໍໃຫ້ໃຊ້ວິທີອື່ນ ໃນການປະກອບສ່ວນ ທີ່ບໍ່ສ່ຽງດີກວ່າ.