ພະຍາກອນອາກາດ ເວລາ 7:00 ໂມງເຊົ້າວັນທີ 2 ພະຈິກ 2021 ເຖິງເວລາ 7:00 ໂມງເຊົ້າວັນທີ 3 ພະຈິກ 2021.
ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຍັງເຢັນຫາ ໜາວເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນ ແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນເຂດພາກເໜືອ.
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນ ລະຫວ່າງ 15-24 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ແລະຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 18-31 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%, ອຸນຫະພູມ ໃນລະຫວ່າງ 24-33 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 22-32 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງແຂວງ, ອຸນຫະພູມໃນລະຫວ່າງ 14-27 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດ ເຢັນໃນຕອນເຊົ້າ ແລະຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 23-33 ອົງສາ.
ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະຈະມີຝົນຕົກໃນລະດັບ ຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 14-26 ອົງສາ.