Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະແດງຄວາມເສຍໃຈມາຍັງຄອບຄົວຂອງທັງສອງ

Posted on 01/11/202101/11/2021 By ປະກາດ Pakaad No Comments on ສະແດງຄວາມເສຍໃຈມາຍັງຄອບຄົວຂອງທັງສອງ

ມາຮອດວັນທີ 31 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 40.956 ຄົນ, ເສຍຊີວິດສະສົມ 67 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 219 ຄົນ, ກໍາລັງປິ່ນປົວ 7.381 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:

ຜູ້ທີ 1 ແມ່ນ ເປັນເພດຊາຍ, ອາຍ 46 ປີ, ສັນຊາດ ລາວ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ (ເສຍຊີວິດ ຢູ່ນະຄອນຫລວງວຽງຈັນ).

ຜູ້ກ່ຽວ ໄດ້ກັກໂຕ ຢູ່ຄ້າຍຄຸມຂັງນາໄຫນາໂນ ຍ້ອນເສບຢາ ແລະ ກໍານົດໂທດ ເປັນເວລາ 02 ປີ. ປະຫວັດພະຍາດຜ່ານມາ ຄົນເຈັບບໍ່ມີອາການສະແດງອອກ, ຄົນເຈັບນອນປ່ວຍຕິດຕຽງຊ່ວຍເຫລຶອຕົນເອງບໍ່ໄດ້ ແລະ ຄົນເຈັບເປັນພະຍາດວັນນະໂລກປອດ ແລ້ວເລີ້ມປີ່ນປົວ ແຕ່ວັນທີ 13ກັນຍາ 2021.

ເວລາ 09:00 ໂມງ ຂອງວັນທີ 31 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2 ແມ່ນ ເປັນເພດຍິງ, ອາຍຸ 48 ປີ, ອາຊີບ ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານໜອງປຸ່ງ, ເມືອງໂພນໂຮງ, ແຂວງວຽງຈັນ)

ຄອບຄົວທັງໝົດ ມີ 4 ຄົນລວມທັງຜູ້ກ່ຽວ ຊື່ງທີ່ຕິດເຊື້ອມີ 2 ຄົນ (ຜົວ ແລະ ຫຼານສາວ). ຜູ້ກ່ຽວມີພະຍາດປະຈໍາຕົວ ເປັນຄວາມດັນເລືອດສູງ ບໍ່ໄດ້ກີນຢາປະຈໍາ ແລະ ພະຍາດຫືດ ບໍ່ໄດ້ກິນຢາປະຈຳ. ໄດ້ຮັບການສັກຢາວັກຊີນ 02 ເຂັມຄົບແລ້ວ.

ຜູ້ກ່ຽວມີອາການປວດຕົນໂຕ, ໄອ, ອີດເມື່ອຍ, ເປັນຫວັດຕະຫຼອດ, ຄະນະສະເພາະກິດເມືອງ ຈື່ງໄດ້ໄປເກັບຕົວຢ່າງໃນວັນທີ 25 ຕຸລາ 2021.

ວັນທີ 26 ຕຸລາ 2021 ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ຢູ່ ມສ ໂພນໂຮງ, ແຂວງວຽງຈັນ.

ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 26-31 ຕຸລາ 2021 ເປັນເວລາ 5 ວັນ.

ເວລາ 14:30 ໂມງ ຂອງວັນທີ 31 ຕຸລາ 2021 ມີອາການໄອຢ່າງຕໍ່ເນື່ອງ, ເຈັບແຫ້ນນຫນ້າເອິກ ແລະ ຫາຍໃຈຝຶດ. ມາຮອດເວລາ 19:30 ໂມງ ຂອງມືດຽວກັນ ຄົນເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການກະຕຸ້ນ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ໄດ້ເຊິດຊູຄົນເຈັບ, ຄົນເຈັບບໍ່ຕອບສະຫນອງ ເເລະ ເສຍຊີວິດເວລາຕໍ່ມາ

Featured, ໂຄວິດ-19

Post navigation

Previous Post: ຈາກໄປອີກສອງຄົນຕິດເພີ່ມ685ຄົນ
Next Post: ພາກເໜືອຈະມີມວນອາກາດເຢັນແລະຝົນຂໍໃຫ້ຮັກສາສຸຂະພາບ

Related Posts

ການຄຸ້ມຄອງໃບຂັບຂີ່ຍານພະຫະນະຂົນສົ່ງທາງບົກ Featured
ປະກາດຊອກຫາ ທ້າວສົມຫມໍ ຈາກບ້ານໄປຊອກເຮັດວຽກທີ່ບໍ່ແກ້ວ ໄດ້ 2 ປີປາຍແລ້ວບໍ່ຮູ້ຂ່າວ Featured
ຂ່າວດີ! ນະຄອນຫຼວງ ຕົວເລກ ເປັນສູນ ແລ້ວ! ມື້ນີ້ຕິດນໍາເຂົ້າ 1 ຄົນ ຢູ່ສະຫວັນະເຂດ Featured
ແຕ່ມື້ເລີ່ມເປີດປະເທດ ຂົວມິດຕະພາບ 1 ມີຄົນເຂົ້າ-ອອກແລ້ວ ຫຼາຍກວ່າ 3.700 ຄົນ Featured
2 ທັນວາ ຄົບຮອບ 46 ປີ ໝັ້ນຍືນ Featured
ການຕະຫຼາດອອນລາຍຍຸກໃໝ່ ທີ່ແບຣນຕ້ອງເພິ່ງພາ ອິນຟູເຊັນເຊີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme