Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຕືອນພາຍຸດີເປຣຊັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນລຸ່ມ

Posted on 27/10/202127/10/2021 By ປະກາດ Pakaad No Comments on ເຕືອນພາຍຸດີເປຣຊັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນລຸ່ມ

ອຸຕຸແຈ້ງເຕືອນພາຍຸ ດີເປຣຊັນ (Tropical Depression) ປະຈໍາວັນທີ 27 ຕຸລາ 2021.

ພາຍຸດີເປຣຊັນ (Tropical Depression) ທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລ ຈີນໃຕ້ຕອນລຸ່ມ, ໃນເວລາ 04:00 ໂມງມື້ນີ້ ມີຈຸດສູນກາງຢູ່ເສັ້ນຂະໜານທີ 12.1 ອົງສາເໜືອ ແລະ ເສັ້ນແວງທີ 109.3 ອົງສາຕາເວັນອອກ ກໍາລັງ ເຄື່ອນທີ່ໃນທິດຕາເວັນຕົກ ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງປະເທດ ຫວຽດນາມ ໃນຕອນເຊົ້າມື້ນີ້, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້ ໃນໄລຍະ ວັນທີ 27-28 ຕຸລາ 2021.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງ ທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາ ແຂວງອັດຕະປື, ຈໍາປາສັກ, ເຊກອງ ແລະ ສາລະວັນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນ ຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ຕົ້ນໄມ້ຫັກລົ້ມ ແລະ ເຮືອນເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພະຍາກອນອາກາດແຕ່ເວລາ 7:00 ໂມງເຊົ້າຂອງວັນທີ 27 ຕຸລາ 2021 ຫາ ເວລາ 7:00 ໂມງເຊົ້າຂອງວັນທີ 28 ຕຸລາ 2021.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ, ຈະມີຝົນຕົກໃນລະ ດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 10% ຂອງພາກ, ອຸນຫະພູມໃນລະຫວ່າງ 15-27 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ, ອຸນຫະພູມໃນລະຫວ່າງ 17-33 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນ ເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 23-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 21-33 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມ ມີລົມພັດແຮງເປັນບາງໂອກາດ, ອຸນຫະພູມໃນລະຫວ່າງ 15-27 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ອາກາດເຢັນ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 15-27 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ແຂວງຫຼວງພະບາງເພີ່ມມື້ນີ້177ຄົນ
Next Post: ເພີ່ມໃໝ່733ຄົນໃນ12ແຂວງ

Related Posts

ເສຍຊີວິດໃໝ່ 7 ຄົນ ຕິດໃໝ່ 929 ຄົນ Featured
ສານຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໂອກາດວັນສິ່ງແວດລ້ອມໂລກ Featured
ແຂວງຄໍາມ່ວນອອກຄໍາສັ່ງສະບັບໃໝ່ຮັບມືໂຄວິດ Featured
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX Featured
ພາກກາງພາກໃຕ້ມີຝົນຕົກຟ້າເຫຼື້ອມ Featured
ອຸຕຸແຈ້ງ ກຽມຮັບມືຝົນແລະລົມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme