Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຕືອນພາຍຸໄລອອນຣັອກປ່ຽນເປັນດີເປລຊັນຮອດລາວຝົນຕົກກວມທຸກພາກ

Posted on 11/10/202112/10/2021 By ປະກາດ Pakaad No Comments on ເຕືອນພາຍຸໄລອອນຣັອກປ່ຽນເປັນດີເປລຊັນຮອດລາວຝົນຕົກກວມທຸກພາກ

ແຈ້ງເຕືອນພາຍຸດີເປລຊັນ ປະຈໍາວັນທີ 11 ຕຸລາ 2021 ເວລາ 7:00 ໂມງ.ພາຍຸໝຸນເຂດຮ້ອນ ໄລອອນຣັອກ (LIONROCK) ໄດ້ອ່ອນກໍາລັງເປັນ ພາຍຸດີເລຊັນ ຊຶ່ງໃນເວລາ 6 ໂມງເຊົ້າຂອງວັນທີ 11 ຕຸລາ 2021, ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 20.6 ອົງສາເໜືອ ແລະ ເສັ້ນແວງທີ 106.2 ອົງສາ ຕາເວັນອອກ ແລະ ໄດ້ສືບຕໍ່ເຄື່ອນທີ່ໃນທິດຕາເວັນຕົກ-ຕາເວັນຕົກສ່ຽງ ເໜືອ ດ້ວຍຄວາມໄວ 16 ກິໂລແມັດຕໍ່ຊົ່ວໂມງ

ພາຍຸຫົວນີ້ຍັງເຄື່ອນທີ່ຢູ່ ທາງພາກເໜືອຂອງ ສສ ຫວຽດນາມ ແລະ ຈະສືບຕໍ່ອ່ອນກໍາລັງລົງ ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ຍັງກວມເອົາເຂດພາກເໜືອ ແລະ ພາກກາງຂອງປະເທດລາວ ເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ຫລວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສ ຢູ່ລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ແລະ ລົມພັດແຮງ ເຮັດໃຫ້ຕົ້ນໄມ້ຫັກລົ້ມ ຫລັງຄາເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມ ທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບ ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 75% ຂອງພາກ, ອຸນຫະພູມໃນ ລະຫວ່າງ 18-28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 19-34 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 26-36 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມ ໃນລະຫວ່າງ 24-35 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 24-34 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນ ບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%, ອຸນຫະພູມ ໃນລະຫວ່າງ 15-27 ອົງສາ.

Featured, ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ, ໂຄວິດ-19

Post navigation

Previous Post: ລົດພ່ວງປະທະລົດສິບສອງລໍ້ທາງພູເກົ້າຫຼັກ
Next Post: ລາຍລະອຽດຜູ້ຕິດເຊື້ອທີ່ເສຍຊີວິດທັງ4ຄົນ

Related Posts

ນະຄອນຫຼວງວຽງຈັນຍັງເພີ່ມສີ່ຮ້ອຍກວ່າຄົນ Featured
ແຂວງຄໍາມ່ວນອອກຄໍາສັ່ງເພີ່ມມາດຕະການສະບັບໃໝ່ Featured
ວັກຊິນໄຟເຊີ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາຮອດ ສປປລາວ ແລ້ວ Featured
ແຕ່ມື້ເລີ່ມເປີດປະເທດ ຂົວມິດຕະພາບ 1 ມີຄົນເຂົ້າ-ອອກແລ້ວ ຫຼາຍກວ່າ 3.700 ຄົນ Featured
ຮອງເລຂາພັກແຂວງສາລະວັນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບອັກຄີໄພທີ່ເມືອງລະຄອນເພັງ Featured
ດ່ວນ! ປິດຕຶກເຂດນອກ ໂຮງໝໍແຂວງຄໍາມ່ວນ 14 ວັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme