Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແດດແຕ່ເຊົ້າ ອາກາດມື້ນີ້ອຸ່ນຂຶ້ນ

Posted on 02/03/202202/03/2022 By ປະກາດ Pakaad No Comments on ແດດແຕ່ເຊົ້າ ອາກາດມື້ນີ້ອຸ່ນຂຶ້ນ

ພະຍາກອນອາກາດ ປະຈໍາວັນທີ 02 ມີນາ 2022ເວລາ 7:00 ໂມງ

ມວນອາກາດເຢັນມີກໍາລັງອ່ອນຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້. ສ່ວນແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 02/03/2022 ເຖິງ ເວລາ 7:00 ໂມງ ວັນທີ 03/03/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 13-29 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 11-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ບາງບໍລິເວນໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 20-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ພ້ອມມີໝອກ ແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 16-35 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວ ໄປ. ອຸນຫະພູມໃນລະຫວ່າງ 10-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດ ຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-37 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 12-29 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ປະກາດຫາເຈົ້າຂອງລົດຈັກ ຈໍານວນ 4 ຄັນ
Next Post: ສະພາບໂຄວິດມື້ນີ້ ປົວດີ 169 ຕິດໃໝ່ 273

Related Posts

ແຂວງເຊກອງອອກມາດຕະການສະບັບໃໝ່ Featured
ຄົນເຈັບຕິດໂຄວິດເສຍຊິວິດໃໝ່ທັງສອງຢູ່ນະຄອນຫຼວງວຽງຈັນ Featured
ຮ້ອນໝົດມື້ ແຕ່ບາງເຂດຈະມີຝົນແລະລົມ Featured
ອອກໂຮງໝໍໃໝ່601ຄົນແຕ່ບວກເພີ່ມ635ຄົນ Featured
ລາຍລະອຽດການຕັດສິນຂອງສານ : ຈໍາເລີຍທັງ 6 ໃຫ້ການຮ່ວມມື ຈຶ່ງຖືກລົງໂທດແຕ່ເຄິ່ງດຽວ Featured
ການຕິດເຊື້ອຫຼຸດລົງຕໍ່ເນື່ອງ ທົ່ວປະເທດ +229 (ເສຍຊີວິດໃໝ່ 2) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme