Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາດວໍເຮັດໃຫ້ເສຍຊີວິດໄດ້ໂດຍສະເພາະເດັກນ້ອຍ ແຕ່ສາມາດປ້ອງກັນໄດ້

Posted on 28/09/202128/09/2021 By ປະກາດ Pakaad No Comments on ພະຍາດວໍເຮັດໃຫ້ເສຍຊີວິດໄດ້ໂດຍສະເພາະເດັກນ້ອຍ ແຕ່ສາມາດປ້ອງກັນໄດ້

28 ກັນຍາ ວັນຕ້ານພະຍາດວໍ້ໂລກ: ພະຍາດວໍ້ພາໃຫ້ຄົນເສຍຊີວິດ. ໃນທຸກໆປີ ໃນ 1000 ຄົນໃດ ຈະມີ 10 ຄົນເສຍຊີວິດຈາກພະຍາດວໍ້ໂດຍສະເພາະໃນອາຊີ ແລະ ອາຝີກກາ – ເຊິ່ງສ່ວນໃຫຍ່ແມ່ນ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 15 ປີ.

99% ຂອງກໍລະນີຕິດເຊື້ອດັ່ງກ່າວ ແມ່ນເກີດມາຈາກຖືກໝາທີ່ມີເຊື້ອພະຍາດວໍ້ກັດ.

ຖ້າຫາກທ່ານຖືກໝາ ຫຼື ແມວກັດ ໃຫ້ທ່ານລ້າງບາດແຜດ້ວຍນໍ້າສະອາດ (ນໍ້າໄຫຼ) ແລະ ສະບູ ຢ່າງໜ້ອຍ 15 ນາທີ, ທາບາດແຜດ້ວຍຢາຂ້າເຊື້ອ (ນໍ້າຢາເບຕາດີນ), ໄປພົບແພດຢູ່ໂຮງໝໍທີ່ຢູ່ໃກ້ບ້ານໂດຍດ່ວນ.

ສັກຢາກັນວໍ້ໃຫ້ໝາຂອງທ່ານສາມາດຊ່ວຍປ້ອງກັນຄົນໃນຄອບຄົວ ແລະ ຜູ້ອື່ນໆ ຈາກພະຍາດວໍ້ໄດ້ 🐶 #WorldRabiesDay #ວັນຕ້ານພະຍາດວໍ້ໂລກ

ພະຍາດວໍ້ສາມາດປ້ອງກັນໄດ້ 100%!

ເຊີນຊວນບັນດາທ່ານນໍາເອົາສັດລ້ຽງ ໝາ, ແມວ ໄປສັກຢາກັນພະຍາດວໍ້ຟຣີ ໃນຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 28 ເດືອນກັນຍາ ປີ 2021 ເປັນຕົ້ນໄປ.

ໂດຍ: ສູນຂ່າວສານການແພດສຸຂະສຶກສາ

Featured, ສຸຂະພາບ

Post navigation

Previous Post: ດ່ວນເດີ!ແຂວງຄໍາມ່ວນມີຄໍາສັງໃໝ່ລັອກດ່າວຮອດ11ຕຸລາ
Next Post: ໂຮງງານຕັດຫຍິບແລະຕະຫຼາດໃນນະຄອນວຽງຈັນມີຄົນຕິດເຊື້ອຫຼາຍທີ່ສຸດ

Related Posts

ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ Featured
ທະນາຄານແຫ່ງ ສປປ ລາວ ກຽມອອກພັນທະບັດ ດອກເບ້ຍ 20% ຕໍ່ປີ ມູນຄ່າ 5 ພັນຕື້ກີບ Featured
ທົ່ວປະເທດເພີ່ມ 1702 ນະຄອນຫຼວງວຽງຈັນ 914 Featured
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II Featured
ຍັງເພີ່ມຂຶ້ນຕໍ່ເນື່ອງ! ເສຍຊີວິດ 1 ຕິດໃໝ່ 427 Featured
ລຸດລົງຢ່າງຕໍ່ເນື່ອງ ມື້ນີ້ເພີ່ມ 140 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme