Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະນັກງານແພດວິເຄາະເຮັດວຽກຢ່າງໜັກຮັບມືໂຄວິດ

Posted on 23/10/202123/10/2021 By ປະກາດ Pakaad No Comments on ພະນັກງານແພດວິເຄາະເຮັດວຽກຢ່າງໜັກຮັບມືໂຄວິດ

ສົ່ງແຮງໃຈໃຫ້ ພະນັກງານແພດວິເຄາະ, ພວກທ່ານແມ່ນໜຶ່ງໃນໜ່ວຍງານທີ່ຮັບມືກັບການລະບາດພະຍາດໂຄວິດ-19 ໜັກໜ່ວງທີ່ສຸດ ໂດຍສະເພາະການກວດຕົວຢ່າງ. ເຮັດວຽກທຸກມື້ບໍ່ມີພັກ.

ສປປ ລາວ ໄດ້ເອົາໃຈໃສ່ໃນການກວດຫາເຊື້ອນັບຕັ້ງແຕ່ໄລຍະເລີ່ມຕົ້ນຂອງການລະບາດຢູ່ ສປປ ລາວ ໃນປີ 2020, ມາຮອດປັດຈຸບັນທຸກແຂວງທົ່ວປະເທດ ມີຄວາມສາມາດກວດຊອກຫາເຊື້ອໄດ້ດ້ວຍວິທີວິເຄາະທີ່ໄດ້ມາດຕະຖານສາກົນ.ຮອດວັນທີ 22 ຕຸລາ 2021, ສປປ ລາວ ໄດ້ເກັບ ແລະ ກວດຕົວຢ່າງທັງໝົດ 702,402 ຕົວຢ່າງ ເຊິ່ງມາຈາກບຸກຄົນທົ່ວໄປ 503,947 ຕົວຢ່າງ, ແຮງງານ 198,455 ຕົວຢ່າງ ເຊິ່ງໃນນີ້ມີ 34,018 ຕົວຢ່າງທີ່ໃຫ້ຜົນບວກ.

ການເກັບ ແລະ ກວດຕົວຢ່າງແມ່ນມີມູນຄ່າມະຫາສານ ແລະ ຈຸດທີ່ສຳຄັນຫຼາຍກໍຄື ໜ້າທີ່ດັ່ງກ່າວຕ້ອງໄດ້ອາໄສເຫື່ອແຮງຂອງບຸກຄະລາກອນທີ່ມີຢ່າງຈຳກັດ ທີ່ໄດ້ເຮັດວຽກໜັກຕໍ່ເນື່ອງກັນເປັນເວລາເກືອບ 2 ປີ. ທ່ານສາມາດຊ່ວຍພວກເຮົາໄດ້ດ້ວຍການຢູ່ເຮືອນ ແລະ ບໍ່ເອົາຕົນເອງໄປຢູ່ບ່ອນສ່ຽງໃນໄລຍະທີ່ມີການລະບາດໃນຊຸມຊົນ. ພວກເຮົາທຸກຄົນຕ້ອງເຂົ້າໃຈນຳກັນວ່າ ເຮົາຈະຄວບຄຸມການລະບາດໄດ້ກໍຕໍ່ເມື່ອທຸກຄົນຮ່ວມມືກັນປະຕິບັດມາດຕະການທາງສາທາລະນະສຸກ ແລະ ມາດຕະການທາງສັງຄົມ.

ໝາຍຄວາມວ່າທ່ານຕ້ອງປ້ອງກັນຕົນເອງ ແລະ ປະຕິບັດມາດຕະການທີ່ທາງແພດ-ໝໍແນະນຳໃຫ້ເຄັ່ງຄັດ ແລະ ປະຕິບັດມາດຕະການທາງສັງຄົມທີ່ມີການປັບປຸງເປັນແຕ່ລະໄລຍະຕາມສະພາບຂອງການລະບາດ. ເຫດຜົນທີ່ຕ້ອງເຮັດໃຫ້ພ້ອມພຽງກັນແມ່ນ ຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງໜຶ່ງຄົນສາມາດເປັນຈຸດເລີ່ມຕົ້ນໃຫ້ມີການລະບາດເປັນວົງກ້ວາງໄດ້ໃນໄລຍະເວລາອັນສັ້ນ ແລະ ຜູ້ຕິດເຊື້ອສ່ວນຫຼາຍກໍບໍ່ສະແດງອາການເຊິ່ງທ່ານສາມາດຕິດເຊື້ອໄດ້ແບບບໍ່ຮູ້ໂຕ ແລະ ແຜ່ໄປໃຫ້ຄົນອື່ນຕໍ່.

ຂໍໃຫ້ທ່ານເຂົ້າໃຈວ່າການກວດຫາເຊື້ອພະຍາດພຽງຢ່າງດຽວຈະບໍ່ສາມາດຄວບຄຸມການລະບາດໄດ້ ພວກເຮົາທຸກຄົນຕ້ອງເຮັດທຸກຢ່າງຄວບຄູ່ກັນໃຫ້ມີປະສິດທິພາບທີ່ສຸດ.

Featured, ໂຄວິດ-19

Post navigation

Previous Post: ໂຄວິດມື້ນີ້ເພີ່ມ 467ຄົນ
Next Post: ພະນັກງານບໍານານເພດຊາຍຈາກນະຄອນຫຼວງວຽງຈັນ

Related Posts

ກູ້ໄພແຂວງຄໍາມ່ວນ ມອບເຄື່ອງຈັກພົ່ນຢາຂ້າເຊື້ອໃຫ້ແກ່ ເມືອງໄຊບົວທອງ Featured
ແຂວງຫຼວງພະບາງຕົວເລກຊຸມຊົນແຊງນະຄອນຫຼວງວຽງຈັນແລ້ວ Featured
ເສຍຊີວິດອີກຄົນລະບາດໃນຊຸມຊົນຍັງບໍ່ມີທ່າອ່ຽງລຸດລົງ Featured
ອາກາດເຢັນມີກຳລັງອ່ອນຈະຍັງສືບຕໍ່ມາປົກຄຸມ ຢູ່ເຂດພາກເໜືອດ້ານຕາເວັນອອກ Featured
ຜູ້ນຳລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສສ ຫວຽດນາມ Featured
ໂຮງຮຽນຫລາຍແຫ່ງທົ່ວເມືອງປາກລາຍຈັດຕັ້ງພິທີສະເຫລີມສະຫລອງວັນຄູ່ແຫ່ງຊາດຄົບຮອບ 26 ປີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme