Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລົມໜາວມາຮອດແລ້ວເດີພີ່ນ້ອງ

Posted on 16/10/202116/10/2021 By ປະກາດ Pakaad No Comments on ລົມໜາວມາຮອດແລ້ວເດີພີ່ນ້ອງ

ພະຍາກອນອາກາດ ປະຈໍາວັນທີ 16 ຕຸລາ 2021 ເວລາ 7:00 ໂມງ. ມວນອາກາດໜາວເຢັນທີ່ປະເທດຈີນ ຍັງສືບຕໍ່ແພ່ລົງມາປົກຄຸມຢູ່ ພາກເໜືອ ແລະ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ, ສ່ວນ ພາກໃຕ້ປົກຄຸມດ້ວຍບໍລິເວນຄວາມກົດດັນອາກາດຕໍ່າ ສົມທົບກັບກະແສ ລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນ ຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກ ໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນ ລະຫວ່າງ 15-20 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 20-30 ອົງສາ.

ນະຄອນຫລວງວຽງຈັນ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%, ອຸນຫະພູມໃນ ລະຫວ່າງ 23-30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມ ໃນລະຫວ່າງ 22-31 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 40% ຂອງແຂວງ, ອຸນຫະພູມໃນລະຫວ່າງ 15-23 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມ ໃນລະຫວ່າງ 20-27 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 15-22 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ດ່ານນໍ້າເຫືອງເກັບລາຍຮັບໄດ້ 263ຕື້ກວ່າກີບໃນໄລຍະ 9ເດືອນ
Next Post: ສະຫວັນນະເຂດສືບຕໍ່ມາດຕະການຮອດ 1 ພະຈິກ 2021

Related Posts

ໜ້າສົງສານຫຼານນ້ອຍແລະຕູ້ທັງສອງ Featured
ອ່ານດ່ວນ! ແຂວງວຽງຈັນອອກຄໍາສັ່ງໃໝ່ຮອດ 8 ຕຸລາ Featured
ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ Featured
ຂໍຂອບໃຈ ແລະ ຮູ້ບຸນຄຸນ ສປ.ຈີນ ມອບວັກຊິນ ຊີໂນຟາມ ແກ່ ສປປ ລາວ ອີກ 1.000.000 ໂດສ Featured
ເລຂາທິການໃຫຍ່ ພັກປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ Featured
ຜູ້ຕິດເຊື້ອຢູ່ຫລວງພະບາງຕ້ອງໄດ້ຮັບຜິດຊອບຄ່າອາຫານແລະທີ່ພັກເອງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme