Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

Posted on 23/06/202123/06/2021 By ປະກາດ Pakaad No Comments on ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

ໃນວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ, ໂດຍຜ່ານອົງການອາຫານໂລກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ.

ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທາງທໍາມະຊາດເປັນປະຈໍາ. ບັນດາເຂົ້າສໍາຮອງເຫລົ່ານີ້, ຈະເຮັດໜ້າທີ່ເປັນເຂົ້າສໍາຮອງຢູ່ໃນສາງເວລາສຸກເສີນ ແລະ ເກັບຮັກສາໄວ້ສໍາລັບເວລາທີ່ຂາດແຄນອາຫານ ໃນໄລຍະເວລາທີ່ຍັງບໍ່ມີຜົນຜະລິດ ແລະ ເຮັດໃຫ້ຊຸມຊົນສາມາດຊ່ວຍໂຕເອງໄດ້ ຈາກຄວາມຕ້ອງການເບື້ອງຕົ້ນ, ເຊິ່ງປະຊາຊົນ ສາມາດທົດແທນຄືນຈໍານວນທີ່ຢືມ ຕາມດອກເບ້ຍທີ່ໄດ້ຕົກລົງໄວ້ ຫລັງຈາກທີ່ພວກເຂົາໄດ້ຜົນເກັບກ່ຽວ.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ໃຫ້ຮູ້ວ່າ: ໃນປີ 2018 ລັດຖະບານ ສ.ເກົາຫລີ ກໍໄດ້ໃຫ້ການຊ່ວຍເຫລືອເຂົ້າກິນ ຜ່ານຄັງແຮເຂົ້າອາຊຽນບວກສາມ ຈໍານວນ 1.000 ໂຕນ ແລະ ປີ 2021 ຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອຜ່ານຄັງແຮເຂົ້າອາຊຽນຕື່ມອີກ ຈໍານວນ 700 ໂຕນ. ເຊັ່ນດຽວໃນຄັ້ງນີ້, ໄດ້ໃຫ້ການຊ່ວຍເຫລືອເຂົ້າກິນ ຈຳນວນ 1.320 ໂຕນ, ເຊິ່ງຄິດເປັນມູນຄ່າປະມານຫລາຍລ້ານໂດລາສະຫະລັດ ໂດຍຜ່ານກິດຈະກຳການຊ່ວຍເຫລືອສົງເຄາະ ແລະ ຟື້ນຟູໂຄ່ງລ່າງການຜະລິດ ຕິດພັນກັບການຄໍ້າປະກັນດ້ານສະບຽງອາຫານ, ໂດຍຈະມີຜູ້ໄດ້ຮັບຜົນປະໂຫຍດປະມານ 55.000 ຄົນ.

ທ່ານ ມູຮົງ ອິມ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ກ່າວວ່າ: ການຊ່ວຍເຫລືອດັ່ງກ່າວ,ແມ່ນເປັນປະໂຫຍດຫລາຍ ເພື່ອສ້າງຄັງເຂົ້າສໍາຮອງໃຫ້ມີຄວາມກຽມພ້ອມ ແລະ ເຂົ້າເຖິງໄດ້, ກັບໄພນໍ້າຖ້ວມທີ່ກໍາລັງເກີດຂຶ້ນທີ່ພວກເຮົາໄດ້ເຫັນນໍາກັນອີກ. ພວກເຮົາຂໍຂອບໃຈ ນໍາບັນດາເຈົ້າໜ້າທີ່ ເພື່ອຮັບປະກັນວ່າ ເຂົ້າຈາກການຊ່ວຍເຫລືອແມ່ນໄດ້ໄປເຖິງບັນດາຜູ້ທີ່ມີຄວາມຕ້ອງການຫລາຍທີ່ສຸດ.

ຂ່າວ-ພາບ: ມະນີທອນ

Lao National Radio

Featured, ການກຸສົນ, ລັດຖະບານ

Post navigation

Previous Post: ຂໍ້ມູນຄົນຕິດເຊື້ອໃໝ່ 6 ຄົນ ນະຄອນຫຼວງວຽງຈັນ
Next Post: ຂໍ້ມູນຄົນຕິດເຊື້ອໃໝ່ 3 ຄົນ ແລະສະຖານທີ່ສ່ຽງ ນະຄອນຫຼວງວຽງຈັນ

Related Posts

ແຂວງຫຼວງພະບາງພົບຜູ້ຕິດເຊື້ອໃໝ່ອີກ40ຄົນ Featured
Thai Select ມາດຕະຖານອາຫານໄທແທ້ ຈາກຄົວໄທສູ່ຄົວໂລກ Featured
ຈາກໄປອີກສອງຄົນຕິດເພີ່ມ685ຄົນ Featured
ພົບໝົດແລ້ວ! ຜູ້ເດີນທາງຈາກແຂວງບໍ່ແກ້ວ ເຂົ້າມາ ແຂວງຫຼວງພະບາງ Featured
ສະຫວັນນະເຂດແຈ້ງການສະບັບໃໝ່ຮັບມືໂຄວິດ Featured
ທ່ານ ລັດສະໝີ ຄໍາຜຸຍ ພ້ອມຄອບຄົວ ແລະຍາດພີ່ນ້ອງ ຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈເດັກເກີດໃໝ່ 2 ເຄື່ອງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme