Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະນັກງານບໍານານເພດຊາຍຈາກນະຄອນຫຼວງວຽງຈັນ

Posted on 23/10/202123/10/2021 By ປະກາດ Pakaad No Comments on ພະນັກງານບໍານານເພດຊາຍຈາກນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ 23 ຕຸລາ 2021: ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 23 ຕຸລາ 2021 ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດໃໝ່ 1 ຄົນ ຈາກໂຄວິດ-19 ເຊິ່ງມີລາຍລະອຽດດັ່ງນີ້:

ເພດຊາຍ ອາຍ 66 ປີ, ອາຊີບ: ພະນັກງານບໍານານ, ບ້ານ ຫນອງປີງ, ເມືອງຈັນທະບູລີ, ແຂວງນະຄອນຫລວງ. ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປິ່ນປົວຢູ່ ໂຮງຫມໍມິດຕະພາບ ໃນວັນທີ 05/10/2021. ພະຍາດປະຈໍາຕົວແມ່ນ ພະຍາດຫມາກໄຂ່ຫຼັງ, ປະດົງຂໍ່, ເສັ້ນປະສາດແອວຖືກກົດທັບ, ບາດແຜຕິດເຊື້ອຊໍ້າເຮື້ອຢູ່ຂໍ່ຕີນເບື້ອງຂວາ. ໄດ້ສັກຢາວັກຊິນຄົບໂດສ. ໄລຍະທີ່ນອນປິ່ນປົວຢູ່ໂຮງຫມໍແມ່ນແຕ່ວັນທີ 05/10/2021-22/10/2021. ເວລາ 13:30 ໂມງຂອງວັນທີ 22/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

ລາຍລະອຽດຜູ້ຕິດເຊື້ອໃໝ່ທັງໝົດ +467 ຄົນ ມີດັ່ງນີ້: ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາ ເຊື້ອ COVID-19 ທັງຫມົດ 5,717 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 467 ຄົນ (ຕິດເຊື້ອພາຍໃນປະເທດ = 452 ຄົນ,ເດີນທາງຈາກຕ່າງປະເທດ 15 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວິດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 34,985 ຄົນ, ເສຍຊີວິດສະ ສົມ 50 (ໃຫມ່ 1), ປິ່ນປົວຫາຍດີໃນມື້ວານນີ້ 306 ຄົນ.

ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວ ແມ່ນ 7,042 ເຊິ່ງຫມາຍຄວາມວ່າ ມາຮອດມື້ນີ້ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວມ 0.096 % ຂອງ ຈໍານວນພົນລະເມືອງທັງຫມົດຂອງສປປລາວ

ຈໍານວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 10 ແຂວງ ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 467 ຄົນ ມີດັ່ງນີ້ 0 ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຄື: ຈໍາປາສັກ 11 ຄົນ ແລະ ສະຫວັນນະເຂດ 4 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດ ບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກ ກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້ ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 452 ຄົນ ຄື:

ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 452 ຄົນ ຄື:

ນະຄອນຫຼວງ 232 ຄົນ ຈາກ 7 ເມືອງ ແລະ 66 ບ້ານ ຈາກ ເມືອງຈັນທະບູລີ ມີ 08 ບ້ານ (25 ຄົນ) , ເມືອງສີໂຄດຕະບອງ ມີ 12 ບ້ານ (40 ຄົນ), ເມືອງໄຊເສດຖາ ມີ 16 ບ້ານ (31 ຄົນ ແລະ ສະຖານທີ່ຄຸມຂັງ 75 ຄົນ), ເມືອງສີສັດຕະນາກ 08 ບ້ານ (20 ຄົນ ), ເມືອງ ນາຊາຍທອງ ມີ 03 ບ້ານ ( 06 ຄົນ), ເມືອງໄຊທານີ ມີ 11 ບ້ານ (23 ຄົນ), ເມືອງຫາດຊາຍຟອງ ມີ 97 ບ້ານ (11 ຄົນ), ຍັງສືບຕໍ່ເອົາຂໍ້ມູນ 01 ຄົນ.

ແຂວງຫຼວງພະບາງ 57 ຄົນ ຈາກ ນະຄອນຫຼວງພະບາງ ມີ 10 ບ້ານ ແລະ 1 ສະຖານທີ່ຄຸມຂັງ (35 ຄົນ), ວັດຫາດຮຽນ ມີ 14 ຄົນ – ບ້ານທາດໂບສົດມີ 6 ຄົນ, – ບ້ານປາກປາ ມີ 4 ຄົນ – ບ້ານຜາສຸກ ມີ 3 ຄົນ, ບ້ານໂພສີ ມີ 2 ຄົນ – ບ້ານຄອຍ, ສະຖານທີ່ຄຸມຂັງຜາໂອ, ບ້ານພູຫມອກ, ບ້ານພູເຫຼັກ, ບ້ານມ້າ, ບ້ານວັງເງີນ, ມີ ບ້ານລະ 1 ຄົນ. ເມືອງນ້ໍາບາກ ມີ (14 ຄົນ) ຈາກ ບ້ານວັງຄໍາ ມີ 6 ຄົນ – ບ້ານນ້ໍາມອງ ມີ 5 ຄົນ – ບ້ານຫ້ວຍເຢັນ ມີ 2 ຄົນ – ບ້ານປາກມອງ ມີ 1 ຄົນ. ເມືອງປາກອູ ມີ 2 ບ້ານ (7 ຄົນ) ບ້ານຫາດຄໍ້ ມີ 4 ຄົນ, ບ້ານຖິ່ນຈະເລີນ ມີ 3 ຄົນ • ເມືອງງອຍ ມີ 1 ຄົນ ຈາກບ້ານສົບກອງ

ແຂວງບໍ່ແກ້ວ 3 ຄົນ : ເມືອງຫ້ວຍຊາຍ, ບ້ານມົກກະຈອກ ມີ 03 ຄົນ

ແຂວງວຽງຈັນ 6 ຄົນ ຈາກ ເມືອງໂພນໂຮງ, ມີ 03 ຄົນ ຈາກ 02 ບ້ານ, ບ້ານສະກ້າ ມີ 02 ຄົນ, ບ້ານຫຼັກ 52 ມີ 01 ຄົນ. ເມືອງແກ້ວອຸດົມ, ມີ 2 ຄົນ ຈາກ 2 ບ້ານ, ບ້ານທ່າລາດ ມີ 01 ຄົນ, ບ້ານແສງສະຫວ່າງ ມີ 1 ຄົນ. ເມືອງວຽງຄໍາ, ບ້ານໂພນຊອງ ມີ 1 ຄົນ

ແຂວງຫຼວງນ້ໍາທາ 49 ຄົນ ຈາກ ເມືອງນ້ໍາທາ, ມີ 10 ບ້ານ, 43 ຄົນ – ບ້ານຫຼັກຄໍາໃຫມ່ ມີ 31 ຄົນ, ບ້ານຫລວງ ມີ 02 ຄົນ, ບ້ານໂພນໄຊ ທີ 01 ຄົນ – ບ້ານນໍ້າກົງ ແລະ ບ້ານໄຊສົມບູນ ມີບ້ານລະ 02 ຄົນ – ບ້ານຂອນ, ບ້ານນາລີ, ບ້ານນ້ໍາແດງ, ບ້ານພຽງງາມ, ບ້ານຫນອງວຽງ ມີບ້ານລະ 01 ຄົນ. ເມືອງສີງ, ມີ 03 ບ້ານ, 05 ຄົນ, ບ້ານສິງຈະເລີນ ມີ 03 ຄົນ, ບ້ານຊຽງແລ ມີ 01 ຄົນ – ບ້ານຊຽງຍືນ ມີ 1 ຄົນ. ເມືອງວຽງພູຄາ, ບ້ານທົ່ງແປງ ມີ 1 ຄົນ

ແຂວງບໍລິຄໍາໄຊ 15 ຄົນ ຈາກ ເມືອງປາກຊັນ 1 ຄົນ, ບ້ານ ອານຸສອນໄຊ. ເມືອງ ປາກກະດິງ 13 ຄົນ ມີ ບ້ານນ້ໍາສາງ 8 ຄົນ, ບ້ານທົ່ງນາມີ 3 ຄົນ, ຫ້ວຍໄຮ 2 ຄົນ, ບ້ານ ນາຄູນນ້ອຍ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ 1 ຄົນ (ຂັບລົດ ຢູ່ບໍລິສັດແຫ່ງຫນື່ງ)

ແຂວງຄໍາມວນ 27 ຄົນ ຈາກ ເມືອງທ່າແຂກ ມີ 10 ບ້ານ, 22 ຄົນ ມາຈາກ ບ້ານສົມສະອາດ ມີ 4 ຄົນ ບ້ານ ສົມສະຫນຸກ ມີ 4 ຄົນ ບ້ານດອນມະໄຫຼ ມີ 3 ຄົນ ບ້ານນາຕາດ ມີ 2 ຄົນ ບ້ານສຸກສະຫວັນ ມີ 2 ຄົນ ບ້ານຈອມແກ້ວ ມີ 2 ຄົນ, ບ້ານນາບົງ ມີ 2 ຄົນ – ບ້ານມ່ວງສຸມ, ບ້ານນາມວງ ແລະ ບ້ານກົກຕ້ອງ ມີບ້ານລະ 1 ຄົນ • ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 03 ຄົນ • ສໍາລັບເມືອງເຊບັ້ງໄຟ, ບ້ານສັງ ແລະ ເມືອງຫີນບູນ, ບ້ານຫ້ວຍເຂົ້າຫີ້ນ ບ້ານລະ 1 ຄົນ.

ແຂວງສາລະວັນ 25 ຄົນ ຈາກ ເມືອງສະຫນ່ວຍ, ມີ 02 ບ້ານ, 13 ຄົນ – ບ້ານເທດສະບານ ມີ 11 ຄົນ, ບ້ານລະຮາງ ມີ 02 ຄົນ • ເມືອງສາລະວັນ, ມີ 03 ບ້ານ, 12 ຄົນ, ບ້ານຄັນທະລາດ ມີ 06 ຄົນ – ບ້ານບືງຂາມ ມີ 04 ຄົນ, ບ້ານໂພນບົກ ມີ 02 ຄົນ

ແຂວງສະຫວັນນະເຂດ 17 ຄົນ ຈາກ ນະຄອນໄກສອນ ມີ 07 ບ້ານ, 15 ຄົນ: ບ້ານດົງນາຄໍາ ມີ 06 ຄົນ, ບ້ານໂພນສະຫວ່າງໃຕ້ ມີ 04 ຄົນ,ບ້ານສະຫນາມໄຊ ມີ 61 ຄົນ, ບ້ານໂນນສະຫວາດ ມີ 01 ຄົນ ບ້ານສຸນັນທາ ມີ 01 ຄົນ, ບ້ານຊອກ ມີ 1 ຄົນ, ບ້ານຫນອງຜື ມີ 1 ຄົນ. ເມືອງອຸທຸມພອນ, ມີ 02 ບ້ານ, 02 ຄົນ, ບ້ານຈະເລີນສຸກ ມີ 61 ຄົນ, ບ້ານໄຊຍະເພັດ ມີ 01 ຄົນ

ແຂວງຈໍາປາສັກ 18 ຄົນ ຈາກ ນະຄອນ ປາກເຊ, ມີ 08 ບ້ານ, 13 ຄົນ, ບ້ານທົ່ງ ມີ 05 ຄົນ – ບ້ານແກ ມີ 01 ຄົນ, ບ້ານດົງກະໂລງ ມີ 01 ຄົນ ບ້ານໂພນງາມ ມີ 01 ຄົນ ບ້ານສາງນ້ໍາມັນ ມີ 01 ຄົນ ບ້ານສະຫນາມໄຊ ມີ 01 ຄົນ ບ້ານໂນນສະຫວ່າງ ມີ 01 ຄົນ, ບ້ານກາງ ມີ 1 ຄົນ. ເມືອງໂພນທອງ ມີ 03 ບ້ານ, 05 ຄົນ, ບ້ານທ່າຫລວງ ມີ 02 ຄົນ, ບ້ານຫ້ວຍເພັກ ມີ 02 ຄົນ, ບ້ານຫມໍສະລຽບ ມີ 01 ຄົນ.

Featured, ໂຄວິດ-19

Post navigation

Previous Post: ພະນັກງານແພດວິເຄາະເຮັດວຽກຢ່າງໜັກຮັບມືໂຄວິດ
Next Post: ດ່ວນທີ່ສຸດແຂວງຫຼວງນໍ້າທາເຄັ່ງຄັດມາດຕະການຮອດ 7 ພະຈິກ

Related Posts

ຂ່າວດ່ວນ! ກະຊວງການເງິນ ສັ່ງໂຈະການຈຳໜ່າຍ ຫວຍພັດທະນາຊ່ອງທາງອ່ອນລາຍ ທີ່ບໍ່ໄດ້ຮັບອະນຸຍາດ! Featured
ລະນຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ Featured
ຜູ້ຕິດໂຄວິດຈາກໄປອີກສາມຄົນແລະຕິດເພີ່ມ685ຄົນ Featured
ຂໍຂອບໃຈ ສປ ຈີນ ຈະສົ່ງ ວັກຊິນ ໃຫ້ ສປປ ລາວ ອີກ 400.000 ໂດສ Featured
ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ Featured
ສຸດຍອດການແຂ່ງຂັນ ເຕັ້ນເຊືອກ 1 ຕໍ່ 5 ໃຫ້ໄດ້ 1.000 ຄັ້ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme