Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຜູ້ນຳຂອງ 3 ພັກ ລາວ- ຫວຽດນາມ-ກຳປູເຈຍ ພົບປະກັນທີ່ນະຄອນຫຼວງ ຮ່າໂນຍ

Posted on 26/09/202126/09/2021 By ປະກາດ Pakaad No Comments on ຜູ້ນຳຂອງ 3 ພັກ ລາວ- ຫວຽດນາມ-ກຳປູເຈຍ ພົບປະກັນທີ່ນະຄອນຫຼວງ ຮ່າໂນຍ

ໃນວັນທີ 26 ກັນຍາ 2021, ທີ່ສຳນັກ ງານສູນກາງພັກກອມມູນິດຫວຽດນາມ ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດ ນາມ, ໄດ້ມີການພົບປະຜູ້ນຳ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະ ທານປະເທດແຫ່ງ ສປປ ລາວ, ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊັນ, ປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີ ແຫ່ງລາຊາອານາຈັກ ກຳ ປູເຈຍ.

ໃນການພົບປະຄັ້ງນີ້, ຜູ້ນຳຂອງທັງ 3 ພັກ ໄດ້ຕີລາຄາສູງ ຕໍ່່ຄວາມໝາຍຄວາມສຳຄັນຂອງການພົບປະ; ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານພັກ, ການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນບັນຫາທີ່ສາມປະເທດພວມສຸມໃສ່ການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19.

ຜູ້ນຳທັງສາມພັກ ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ; ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ; ພ້ອມກັນເປັນເອກະພາບກ່ຽວກັບຄວາມສຳຄັນຂອງສາຍພົວພັນທີ່ເປັນມູນເຊື້້ອ, ສາມັກຄີມິດຕະພາບ ແລະ ສະໜິດຕິດພັນລະຫວ່າງສາມພັກ ແລະ ສາມປະເທດ.

ຜູ້ນຳສາມປະເທດໄດ້ເປັນເອກະພາບຈະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ; ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີໃນປະຈຸບັນ ແລະ ສືບຕໍ່ແລກປ່ຽນ, ຮ່ວມມືໃນຂົງເຂດຕ່າງໆໃນໄລຍະຕໍ່່ໜ້າ, ເພື່ອຜົນປະໂຫຍດຂອງປະຊາຊົນສາມຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດດຽວກັນນີ້ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມີການພົບປະສອງຝ່າຍກັບ ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ຊວນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ./.

ລາຍງານໂດຍ: Lao National Radio

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ແຈ້ງການເພີ່ມເຕີມຂອງແຂວງຫຼວງພະບາງໃນການຮັບມືໂຄວິດ19
Next Post: ປາຕິໂທມື້ນີ້ຊຸມຊົນ 610 ນໍາເຂົ້າ 12

Related Posts

ສປປລາວ ໄດ້ຮັບການຊ່ວຍເຫຼືອວັກຊິນ 1.275.400 ໂດສ ເພີ່ມຈາກໂຄແວັກ Featured
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທ່ອງທ່ຽວຢູ່ເມືອງຈອມເພັດ ຂ່າວສານບ້ານເມືອງ
ຕິດເຊື້ອເພີ່ມ 406 ເສຍຊີວິດໃໝ່ 2 Featured
ແຂວງສະຫວັນນະເຂດແຈ້ງການ ຄ່າປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ Featured
ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
ກະຊວງ ສສກ ແລະ ໂຄງການໂອກາດດ້ານການສຶກສາລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ໄລຍະ III Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme