Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຄໍາມ່ວນເຜົາກອງຊໍ່າພູນ້ອຍ

Posted on 21/10/202121/10/2021 By ປະກາດ Pakaad No Comments on ແຂວງຄໍາມ່ວນເຜົາກອງຊໍ່າພູນ້ອຍ

ໃນໂອກາດລະນຶກວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 20 ປີ (12 ຕຸລາ 2001-12 ຕຸລາ 2021) ໃນວັນທີ 21 ຕຸລາ 2021 ຢູ່ຄ້າຍສື່ສານ ປກສ ແຂວງຄຳມ່ວນ ໄດ້ຈູດທຳລາຍຢາເສບຕິດ ປະກອບມີ:

ຢາບ້າ 154.403 ເມັດ ລວມນໍ້າໜັກ 15 ກິໂລກຣາມ, ຢາໄອ 360 ແທ່ງ ລວມນໍ້າໜັກ 600 ກວ່າກິໂລກຣາມ, ເຮໂລອິນ 1 ຖົງ ນໍ້າໜັກ 0,05 ກຣາມ ແລະ ກັນຊາ 700 ແທ່ງ ນໍ້າໜັກ 668,4 ກິໂລກຣາມ.

ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ ພັທ ຄຳຮຸ່ງ ອາລຸນສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພັທ. ແກ້ວອຸ່ນເຮືອນ ແພງດາລາ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງຄຳມ່ວນ ໄດ້ຍົກໃຫ້ເຫັນເຖິງໄພຄຸກຄາມຂອງຢາເສບຕິດ ອັນໄດ້ສ້າງຄວາມສັບສົນວຸ້ນວາຍຢູ່ໃນສັງຄົມ, ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນຊາດ, ກໍໃຫ້ເກີດປະກົດ ການຫຍໍ້ທໍ້ໃນສັງຄົມເຊັ່ນ:

ຂີ້ລັກ, ງັດແງະ, ກໍ່ອາລະວາດ ຂ້າຟັນລັນແທງ, ການມົ່ວສຸມ, ແລ່ນລົດໄວ ກໍໃຫ້ເກີດອຸບັດເຫດ, ທຳລາຍຊັບສິນຂອງລັດ, ພົນລະເມືອງ, ການປະລະການຮຽນ ແລະ ອື່ນໆ.

ຍິ່ງໄປກວ່ານັ້ນ ຢາເສບຕິດແມ່ນເປັນເງື່ອນໄຂອັນໜຶ່ງ ທີ່ພວກສັດຕູໃຊ້ເປັນເຄື່ອງມືໃນການໃສ່ຮ້າຍປ້າຍສີ ຕໍ່ແນວທາງນະ ໂຍບາຍຂອງພັກ ແລະ ສວຍໃຊ້ບັນດາພໍ່ຄ້າຢາເສບຕິດ ເປັນເຄື່ອງມືໃນການເຄື່ອນໄຫວຕ້ານຕໍ່ກັບການພັດທະນາ ສ້າງສາປະເທດຊາດ.

ໂອກາດນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວວ່າ: ຢາເສບຕິດ ເປັນໄພອັນທະລາຍຕໍ່ຊາດ, ຕໍ່ສຸຂະພາບ, ເປັນອຸປະສັກໃນການກົດໜ່ວງ, ກີດຂວາງການພັດ ທະນາປະເທດຊາດ, ເສດຖະກິດ, ວັດທະນະທຳ-ສັງຄົມ.

ພ້ອມນີ້, ທ່ານຍັງໄດ້ຮຽກ ຮ້ອງມາຍັງ ພະນັກງານທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນພາຍໃນແຂວງຄຳມ່ວນ ຈົ່ງພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນຂະບວນການຕ້ານ ແລະ ສະກັດກັ້ນ ເພື່ອກຳຈັດຢາເສບຕິດໃຫ້ໝົດໄປຈາກສັງຄົມລາວ,

ປຸກລະດົມທຸກພາກສ່ວນຮ່ວມກັນຕ້ານ, ສະກັດກັ້ນຂະບວນການຜະລິດ, ຄ້າຂາຍ, ຈຳໜ່າຍ ແລະ ການລຳລຽງຢາເສບຕິດທຸກປະເທດ ທີ່ຜິດຕໍ່ລະບຽບກົດໝາຍ ໃຫ້ໝົດໄປຢ່າງສິ້ນເຊີງ.

ຂ່າວ: ປກສ ແຂວງຄຳມ່ວນ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງການເງິນແຈ້ງເຊີນເຂົ້າສະເໜີລົດໄຟຟ້າ Ev
Next Post: ກຽມຍົກລະດັບທາງສີໃຄຫາສີເກີດໃຫ້ກວ້າງອອກ

Related Posts

ມວນຊົນຊາວຫຼວງພະບາງຮ່ວມກັນໃສ່ບາດ ແລະບໍລິຈາກເລືອດໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ຂ່າວສານບ້ານເມືອງ
ປາຕິໂທມື້ນີ້ຊຸມຊົນ 610 ນໍາເຂົ້າ 12 Featured
ລະວັງໄພພາຍຸດຽນມູ Dianmu 24-26 ກັນຍາ ພາກກາງພາກໃຕ້ Featured
ມອບເງິນ 300 ລ້ານກີບຊ່ວຍວັດຜາໂອສູ້ໄພວິກິດໂຄວິດ Featured
ອາກາດຈະຮ້ອນຫາຮ້ອນອົບເອົ້າ Featured
ນະຄອນຫຼວງຍັງຮ້ອນແຕ່ພາກເໜືອເຢັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme