Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແມ່ຕູ້ບົວຊ້ອຍພົບກັບບໍລິສັດກົດໝາຍພົມສຸພາແອນຊັນແລ້ວ!

Posted on 30/08/202130/08/2021 By ປະກາດ Pakaad No Comments on ແມ່ຕູ້ບົວຊ້ອຍພົບກັບບໍລິສັດກົດໝາຍພົມສຸພາແອນຊັນແລ້ວ!

Update ຈາກ ບໍລິສັດກົດໝາຍ ພົມສຸພາ ແອນ ຊັນ ໃນແລງວັນທີ 30 ສິງຫາ 2021.

ທາງບໍລິສັດ ໄດ້ພົບກັບ ທາງແມ່ເຖົ້າບົວຊ້ອຍ ແລະ ໄດ້ຮິບໂຮມຂຝເອກະສານ ແລະ ຫຼັກຖານຕ່າງໆແລ້ວ.

ໂດຍບໍລິສັດໄດ້ກ່າວວ່າ:”Update❗️: ວັນຈັນທີ 30 ສິງຫາ 2021 ບໍລິສັດກົດໝາຍ ພົມສຸພາແອນຊັນ ຈຳກັດ ໄດ້ສົ່ງລົດໄປຮັບແມ່ຕູ້ບົວຊ້ອຍເຂົ້າມາໂອ້ລົມ ແລະ ປຶກສາ ກ່ຽວກັບປະເດັນກົດໝາຍທີ່ກ່ຽວຂ້ອງກັບຄະດີຄວາມຂອງແມ່ຕູ້. ໃນການພົບກັນຄັ້ງນີ້ ແມ່ຕູ້ບົວຊ້ອຍ ໄດ້ມອບເອກະສານ, ຫຼັກຖານ, ຄຳຕັດສິນຂອງສານ ແລະ ເອກະສານອື່ນໆ ໃຫ້ທາງທີມທະນາຍຄວາມຂອງພວກເຮົາສຶກສາເພິ່ມເຕີມ.”

.

ຂ່າວກ່ອນໜ້ານີ້

ຈາກທີ່ເປັນກະແສຂ່າວ ໃນປະຈຸບັນ ທີ່ແມ່ເຖົ້າບົວຊ້ອຍ ພົມສະຫວັດ ໄດ້ມີການຮ້ອງຟ້ອງ ລູກສາວຄີງໆ ຂອງຕົນສອງຄົນ. ໂດຍຄະດີທີ່ຟ້ອງແມ່ນ ລູກສາວລັກປອມແປງເອກະສານ ເພື່ອເອົາດິນສິນສົມສ້າງ ຂອງຜູ້ເປັນແມ່, ໂດຍທີ່ແມ່ບໍ່ໄດ້ຍິນຍອມ. ການຕໍ່ສູ້ຄະດີ ຂອງສາມແມ່ລູກ ແມ່ນຂຶ້ນຮອດຂັ້ນສານ ແລະ ໃນວັນທີ 26 ສິງຫາ 2021 , ສານໄດ້ຕັດສິນໃຫ້ ຜູ້ເປັນແມ່ ພ່າຍແພ້ຄະດີ. ທາງຜູ້ເປັນແມ່ ຈິ່ງໄດ້ໂພດຂໍ້ຄວາມຜ່ານເພຈ ເຖິງຄວາມ ອະຍຸຕິທໍາ ແລະ ບໍ່ມີເງິນຈະໄປ ອຸທອນ ຕໍ່ສູ້ຄະດີ.

ຫຼ້າສຸດ ວັນທີ 27 ສິງຫາ 2021 ຜ່ານມາ, ບໍລິສັດ Phomsoupha & Son Law ໄດ້ສະແດງເຈດຈໍານົງ ຈະຊ່ວຍເປັນທະນາຍຄວາມໃຫ້ກັບແມ່ເຖົ້າບົວຊ້ອຍ ໂດຍບໍ່ເກັບຄ່າໃຊ້ຈ່າຍໃດ?

ສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈຄື ຄວາມຍຸຕິທໍາ, ຖ້າວ່າ ແມ່ບໍ່ຍິນຍອມ ແລ້ວ ການໂອ່ນຖ່າຍສິດຄອບຄອງ ທີ່ດິນ ຖືກດໍາເນີນການໄປໄດ້ແນວໃດ? ໃຜຊ່ວຍໃຫ້ ຂະບວນການນີ້ສໍາເລັດ, ຖ້າມີຄົນຮ່ວມຫົວກັນ ລະບົບກົດໝາຍຂອງລາວ ຈະລົງໂທດແນວໃດ? ແລະ ຄະດີນີ້ ຈະມີບົດສະຫຼຸບແນວໃດ? ຕ້ອງຖ້າຕິດຕາມກັນຕໍ່ໄປ!

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! ຫຼວງພະບາງ ສັ່ງໂຈະການເປີດໂຮງຮຽນ
Next Post: ດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ອອກແຈ້ງການໃໝ່ ເພີ່ມມາດຕະການເດັດຂາດ

Related Posts

ສູນກາງພັກສັ່ງແກ້ໄຂບັນຫາການຊໍ້າຊ້ອນໜ້າທີ່ວຽກງານໃນທຸກຂັ້ນ Featured
ຕິດເຊື້ອໃໝ່ 1.317 ປົວດີອອກໂຮງໝໍ 34 Featured
ໄຂກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII Featured
ຜົນຂອງ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ລະຫວ່າງວັນທີ 21-25 ມິຖຸນາ 2021 Featured
ດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ອອກແຈ້ງການໃໝ່ ເພີ່ມມາດຕະການເດັດຂາດ Featured
ຄັກສຸດ! foodpanda ໄດ້ເປີດໂຕ pandamart ສາຂາທຳອິດ ໃນ ສປປ ລາວ ຈັດສົ່ງເຄື່ອງໃຊ້ຂອງສອຍພາຍໃນ 25 ນາທີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme