ຖືເປັນຂ່າວເສົ້າສະຫຼົດໃຈອີກຄັ້ງ, ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດ ເຊົ້າວັນທີ 21 ຕຸລາ 2021 ນີ້ວ່າ: ມາຮອດວັນທີ 20 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 33,998 ຄົນ, ເສຍຊີວິດສະສົມ 49 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 725 ຄົນ, ກໍາລັງປິ່ນປົວ 6985 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 2 ຄົນ ມີດັ່ງນີ້:
ຜູ້ທີ1ແມ່ນ ເພດຍິງ, ອາຍຸ 71 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນສະພານເໜືອ, ນະຄອນໄສອນ, ແຂວງສະຫວັນນະເຂດ ເປັນຜູ້ສຳຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອໂຄວິດ-19 (ທັງໝົດ 04 ຄົນ). ຜຸ້ກ່ຽວມີ ພະຍາດປະຈໍາຕົວ: ເບົາຫວານ, ຜ່ານມາໄດ້ສັກຢາວັກຊີນ ຈອນສັນແອນຈອນສັນ ໃນວັນທີ 26 ສີງຫາ 2021.
- ວັນທີ 10 ຕຸລາ 2021 ຜູ້ກ່ຽວມີອາການອິດເມື່ອຍ, ໄຂ້, ໄອມີຂີ້ກະເທີ່ ແລະ ເມື່ອຍຫລາຍເວລາເຄື່ອນໄຫວໄປມາ ຈຶ່ງໄປກວດຢູ່ໂຮງໝໍແຂວງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19
- ວັນທີ 11 ຕຸລາ 2021 ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລະ ເຂົ້ານອນປີ່ນປົວຕິດຕາມອາການຢູ່ໂຮງໝໍ ສະໜາມຫຼັກ 9
- ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11-20 ຕຸລາ 2021 ເປັນເວລາ 10 ວັນ
- ເວລາ 13:15 ໂມງ ຂອງວັນທີ 20 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ່ 2 ແມ່ນເພດຊາຍ, ອາຍຸ 50 ປີ, ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ເຄີຍປີ່ນປົວພະຍາດວັນນະໂລກ ມາໄດ້ 04 ປີ, ໄດ້ສັກຢາວັກຊິນ (ຊີໂນຟາມຄົບ ສອງເຂັມ)
- ວັນທີ 17 ຕຸລາ 2021 ໄດ້ໄປກວດຢູ່ໂຮງໝໍລາວຫວຽດ ຍ້ອນອາການໄຂ້ ແລະ ໄອອອກເລືອດ ພ້ອມທັງໄດ້ເກັບຕົວຢ່າງມາກວດດ້ວຍ Ag RDT ແມ່ນພົບເຊືຶ້ອພະຍາດໂຄວິດ-19 ແລະ ໄດ້ເຂົ້າມານອນປີ່ນປົວ ຢູ່ ໂຮງໝໍ 103 ແຕ່ວັນທີ 17-20 ຕຸລາ 2021 ເປັນເວລາ 04 ວັນ
- ມາຮອດເວລາ 16 ໂມງ 20 ນາທີ ຂອງວັນທີ 20 ຕຸລາ 2021: ຜູ້ກ່ຽວໄດ້ມີອາການໜັກຂື້ນ ແລະ ເສຍຊີວິດໃນເວລາຕໍ່ມາ.
ສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດທັງສອງ, ຂໍໃຫ້ຜູ້ເສຍຊີວິດໄປສູ່ສຸຂະຕິ