Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະນັກງານຄົນໃດເຮັດຜິດ ຕ້ອງຮັບໂທດທັນທີ ໄຟຟ້າລາວ ຢໍ້້າ!

Posted on 27/06/202127/06/2021 By ປະກາດ Pakaad No Comments on ພະນັກງານຄົນໃດເຮັດຜິດ ຕ້ອງຮັບໂທດທັນທີ ໄຟຟ້າລາວ ຢໍ້້າ!

ຟຟລ ດໍາເນີນກອງປະຊຸມຄະນະກໍາມະການຄົ້ນຄ້ວາວິໃນ ເພື່ອປຶກສາຫາລືກ່ຽວກັບ ກໍລະນີໃບບິນທີ່ມີຄ່າໄຟຟ້າ ສູງເກີນຄວາມເປັນຈິງ ແລະ ມາດຕະການປະຕິບັດວິໄນຕໍ່ຜູ້ກະທໍາຜິດ

ກອງປະຊຸມຄະນະກໍາມະການຄົ້ນຄວ້າວິໃນ, ຈັດຂື້ນ ຕອນເຊົ້າ ວັນທີ 27 ມີຖຸນາ 2021, ທີ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໂດຍການ ເປັນປະທານຂອງ ທ່ານ ຄູນ ບົວແພງພັນ ຮອງຜູ້ອໍານວຍການໃຫຍ່ ທັງເປັນປະທານຄະນະກໍາມະການຄົ້ນຄວ້າວິໃນ ຟຟລ, ມີຄະນະກໍາມະການຄົ້ນຄ້ວາວິໃນ ຟຟລ ພ້ອມດ້ວຍ ຫົວໜ້າສາຂາໄຟຟ້ານະຄອນຫລວງ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລືສາເຫດທີ່ມາຂອງການອອກໃບບິນຄ່າໄຟຟ້າ ທີ່ສູງຜິດປົກກະຕິ ເພື່ອຫາວິທີການ ແລະ ມາດຕະການແກ້ໄຂ ພ້ອມທັງ ຄົ້ນຄ້ວາພິຈາລະນາ ມາດຕະການປະຕິບັດວິໃນ ຕໍ່ພະນັກງານຜູ້ທີ່ຖືເບົາຕໍ່ການປະ ຕິບັດໜ້າທີ່ ໂດຍອີງໃສ່ ແຈ້ງການເພີ່ມເຕີມເລື່ອງ: ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໃຫ້ບໍລິການສັງຄົມ ໃນວຽກງານລະບົບໃບບິນ BS 2000 ເລກທີ 1859/ຟຟລ.ຝລຈ ລົງວັນທີ 26 ພຶດສະພາ 2021, ກ່ຽວກັບ ມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ ຖ້າພະນັກງານບົກຜ່ອງ ຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດພາຍຫຼັງທີ່ຖືກພິຈາລະນາຮອບດ້ານແລ້ວ;

ພະນັກງານສັນຍາຈ້າງທີ່ເປັນຕົ້ນເຫດຄວາມຜິດແມ່ນຈະ ຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ.

ສໍາລັບພະນັກງານ ຟຟລ ພາຍຫຼັງຄະນະກໍາມະການຄົ້ນຄ້ວາວິໃນເຫັນວ່າມີຄວາມຜິດ ປະລະໜ້າທີ່ ຫຼື ລະເລີຍບໍ່ປະຕິບັດໜ້າທີ່ ສ້າງຄວາມ ເສຍຫາຍຕໍ່ຊັບສິນ ແລະ ພາບພົດ ຟຟລ ຈະຖືກພິຈາລະນາຄວາມຜິດຕາມໜ້າທີ່ ແລະ ຕໍາແໜ່ງຮັບຜິດຊອບ ຕາມລະບຽບຂອງ ຟຟລ.

ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ວິທີການແກ້ໄຂເພື່ອປັບປຸງການບໍລິການໃຫ້ມີປະສິດທິພາບ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຄົນຕິດເຊື້ອໃໝ່ ທີ່ ນະຄອນຫຼວງວຽງຈັນ ສັກຢາຄົບ 2 ເຂັມແລ້ວ ຍັງຕິດ ໂຄວິດ-19
Next Post: ໜ້າເປັນຫ່ວງ! ຕິດເຊື້ອເພີ່ມອີກ 26 ຄົນຈາກ 6 ແຂວງ

Related Posts

ອຢ ແຈ້ງໃຫ້ລະວັງສິນຄ້າບໍ່ໄດ້ມາດຕະຖານ Featured
ສາລະວັນ ພ້ອມແລ້ວໃນການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ IX ຂ່າວສານບ້ານເມືອງ
ເລີ່ມ 10 ມີນາ ນໍ້າມັນຂຶ້ນອີກແລ້ວ Featured
ລັດຖະບານກູ້ເງິນຈາກເອດີບີຈັດຊື້ລົດສຸກເສີນ50ຄັນແຈກຢາຍໄປທົ່ວປະເທດ Featured
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ Featured
ເສຍຊີວິດ 6 ຕິດເຊື້ອໃໝ່ 924 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme