Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແມ່ຕູ້ອາຍຸ83ປີຕິດໂຄວິດຈາກໄປຢ່າງສະຫງົບ

Posted on 30/10/202130/10/2021 By ປະກາດ Pakaad No Comments on ແມ່ຕູ້ອາຍຸ83ປີຕິດໂຄວິດຈາກໄປຢ່າງສະຫງົບ

ມາຮອດວັນທີ 30 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 39.586 ຄົນ, ເສຍຊີວິດສະສົມ 62 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 557 ຄົນ, ກໍາລັງປິ່ນປົວ 6.672 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້: ເປັນເພດຍິງ, ອາຍ 83 ປີ, ອາຊີບ: ຜູ້ເຖົ້າ, ບ້ານໃຫມ່, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ

ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ກວດພົບຢູ່ພະແນກສຸກເສີນຂອງໂຮງຫມໍມະໂຫສົດ, ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ ໃນວັນທີ 28/10/2021 ອາການເບື້ອງຕົ້ນເມື່ອຍຫາຍໃຈຝືດ BP80/60, RR35 bpm, SpO2 70% (room air).

ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ຂາດການຕິດຕາມ. ໄດ້ສັກຢາວັກຊີນຊີໂນຟາມ ຈໍານວນ 2 ເຂັມ.

ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28-29 ຕຸລາ 2021

ຮອດເວລາ 08:30 ໂມງຂອງວັນທີ 29 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

Featured, ໂຄວິດ-19

Post navigation

Previous Post: ມື້ນີ້ເພີ່ມ858ຄົນແລະເສຍຊີວິດ1ຄົນ
Next Post: ແຂວງເຊກອງອອກມາດຕະການສະບັບໃໝ່

Related Posts

ເຕັມຄັນລົດນັບໄດ້6ລ້ານເມັດ Featured
ຕໍາຫຼວດສາມຄົນຖືກໄລ່ອອກຈາກໜ້າທີ່ຍ້ອນເມີນເສີຍຕໍ່ຄຳສັງຂອງຂັ້ນເທິງ Featured
ເມືອງງາມີແຜນຈະພັດທະນາຫ້າໂຄງການໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃນອານາຄົດ Featured
ແຂວງຊຽງຂວາງກະກຽມເປີດການຮຽນ-ການສອນ Featured
ໂຄວິດມື້ນີ້ເພີ່ມ 467ຄົນ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ລົງນາມນໍາໃຊ້ ຜະລິດຕະພັນຂອງ M Money Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme