Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອຸຕຸແຈ້ງເຕືອນລະວັງໄພນໍ້າຖ້ວມນໍ້ານອງ

Posted on 24/05/202224/05/2022 By ປະກາດ Pakaad No Comments on ອຸຕຸແຈ້ງເຕືອນລະວັງໄພນໍ້າຖ້ວມນໍ້ານອງ

ແຈ້ງເຕືອນຝົນຕົກໜັກ ປະຈໍາວັນທີ 24 ພຶດສະພາ 2022

ຮ່ອງຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ພາດຜ່ານປະເທດລາວ ສົມທົບ ກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງປານກາງ, ເຊິ່ງ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງໃນແຕ່ລະພາກ.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງ ທຸກພາກສ່ວນ ທີ່ອາໃສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-2 ວັນນີ້.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 24/5/2022 ເຖິງ ເວລາ 7:00 ໂມງ ວັນທີ 25/5/2022

-ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານ ກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນ ລະຫວ່າງ 17-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21-31 ອົງສາ.

-ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງບໍລິເວນ ພ້ອມມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-32 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບ ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22-32 ອົງສາ.

-ແຂວງໄຊສົມບູນ: ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 17-24 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 24-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນ ລະຫວ່າງ 16-26 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ກຽມຄວາມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ 2022
Next Post: ວິທີການເຮັດໃບຢັ້ງຢືນສັກວັກຊິນເພຶ່ອໄປຕ່າງປະເທດ

Related Posts

ລາວ-ຍີ່ປຸ່ນ ຮ່ວມພັດທະນາແບບມີສ່ວນຮ່ວມ ສາມາດປັບຕົວ ແລະ ຍືນຍົງ Featured
ສປ.ຈີນ ປະກາດ ຊ່ວຍວັກຊິນ ສປປ ລາວ ອີກ 5 ແສນໂດສ Featured
ສຸນທອນພົດ ປະທານປະເທດ ໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ Featured
ການນໍາ ປກສ ເຂົ້າອວຍພອນ ການນໍາ ປ້ອງກັນປະເທດ Featured
ລົງນາມ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ Featured
ຖືກໃຈລູກທ່ານແນ່ນອນ-ຈັດແຕ່ງຫ້ອງນອນໃຫ້ງາມໆ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme