Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະບະເສຍຫຼັກຕົກໜອງທາງໄປເມືອງວຽງໄຊ

Posted on 15/10/202115/10/2021 By ປະກາດ Pakaad No Comments on ກະບະເສຍຫຼັກຕົກໜອງທາງໄປເມືອງວຽງໄຊ

ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກໜອງນ້ຳເສຍຊີວິດ 01 ຄົນ

ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 14 ຕຸລາ 2021 ນີ້, ໄດ້ເກີດອຸປະຕິເຫດລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ກິໂລແມັດທີ 9 ເສັ້ນທາງລະຫວ່າງເມືອງຊຳເໜືອຫາເມືອງວຽງໄຊ ແຂວງຫົວພັນ.

ຜ່ານການລົງເກັບກຳຂໍ່້ມູນຂອງເຈົ້າໜ້າທີ່ໄດ້ພົບເຫັນ ລົດໃຫຍ່ກະບະ ຍີ່ຫໍ້ ອີຊຸຊຸ ດີແມັກ ທະບຽນລົດ ກຈ 4579 ກຳແພງນະຄອນ ເຊິ່ງຜູ້ຂັບຂີ່ແມ່ນ ທ້າວ ບຸນມາ ຈັນມີໄຊ ພະນັກງານ ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊຽງຄໍ້ ແຂວງຫົວພັນ,

ໄດ້ເກີດອຸປະຕິເຫດ ຂັບຂີ່ລົດໃຫຍ່ເສຍຫຼັກຕົກລົງໜອງນ້ຳຂ້າງທາງ ຢູ່ລະຫວ່າງກິໂລແມັດທີ່ 9 ເສັ້ນທາງ ເມືອງຊຳເໜືອຫາເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່, ສ່ວນຂໍ່້ມູນ ເຫດການລາຍລະອຽດທີ່ພາໃຫ້ເກີດອຸບັດຕິເຫດນັ້ນ ທາງເຈົ້າໜ້າທີ່ກຳລັງສືບສວນ-ສອບສວນ.

ຈາກເຫດການທີ່ເກີດຂຶ້້ນໃນຄັ້ງນີ້ ທາງທິມງານຂອງພວກເຮົາ ຂໍສະແດງຄວາມເສຍໃຈ ມາຍັງຍາດຕິພີ່ນ້ອງຂອງຜູ້ກ່ຽວ ແລະ ຮຽກຮ້ອງມາຍັງຜູ້ນຳໃຊ້ລົດ, ເສັ້ນທາງໃນການສັນຈອນໄປມາ ຈົ່ງພ້ອມກັນຂັບຂີ່ລົດດ້ວຍຄວາມລະມັດລະວັງ ເພື່ອຄວາມປອດໄພ.

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ແຂວງຄໍາມ່ວນຫຼາຍກວ່າໝູ່ມື້ນີ້
Next Post: ຄ້າຍຄຸມຂັງແຂວງຄໍາມ່ວນຕິດເພີ່ມອີກ 157ຄົນ

Related Posts

ຂ່າວບຸນ ບຸນຜ້າປ່າສາມັກຄີເພື່ອສົມທົບທຶນສ້າງພັດທະສີມາ ທີ່ວັດບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ Featured
ນະຄອນຫຼວງວຽງຈັນ +1.128 ທົ່ວປະເທດ +1.842 (ເສຍຊີວິດ 3) Featured
ມາດຕະການສະບັບໃໝ່ສະເພາະແຂວງສະຫວັນນະເຂດ Featured
ຍອດຜູ້ຕິດເຊື້ອເສຍຊີວິດກາຍ 300 ຄົນແລ້ວ ສປປ ລາວ Featured
ແຂວງອຸດົມໄຊແຈ້ງການຂໍລະດົມທຶນແລະການຊ່ວຍເຫຼືອເພື່ອຮັບມືໂຄວິດ Featured
ເປີດແລ້ວ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme