Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021

Posted on 29/06/202129/06/2021 By ປະກາດ Pakaad No Comments on ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021

ມາຮອດວັນທີ 28 ມິຖຸນາ 2021 : ໄດ້ກວດວິເຄາະທັງໝົດ 858 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 25 ຄົນ, ຈາກ ນະຄອນຫຼວງ 1 ກໍລະນີ, ສະຫວັນນະເຂດ 1 ກໍລະນີ, ຈຳປາສັກ 9 ກໍລະນີ, ແຂວງ ວຽງຈັນ 13 ກໍລະນີ ແລະ ຄຳມ່ວນ 1ກໍລະນີ.

ສຳລັບ ນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງວຽງຈັນ 13 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ.ສ່ວນ ສະຫວັນນະເຂດ 1 ກໍລະນີ, ຈຳປາສັກ 9 ກໍລະນີ ແລະ ຄຳມ່ວນ 1ກໍລະນີ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ດັ່ງນັ້ນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,101 ຄົນ, ບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວ ທັງໝົດ 140 ຄົນ.

ກໍລະນີຜູ້ຕິດເຊື້ອໃໝ່ 1 ຄົນ ໃນນະຄອນຫຼວງວຽງຈັນທີ່ພົບໃນມື້ນີ້, ລາຍລະອຽດ ມີດັ່ງຕໍ່ໄປນີ້: ເພດຍິງ, ອາຍຸ 5 ປີ, ສັນຊາດລາວ, ບ້ານຫົວຊ້າງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການໄອ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ, ໄປເກັບຕົວຢ່າງຢູ່ ມສ ສີໂຄດ ໃນວັນທີ 28 ມິຖຸນາ 2021 ແລະ ຜົນກວດພົບເຊື້ອ.

ສ່ວນເຂດ/ສະຖານທີ່ ສ່ຽງທີ່ຜູ້ຕິດເຊື້ອເດີນທາງໄປໄລຍະຜ່ານມາ ທີ່ຄ້ອງໄດ້ເຝົ້າລະວັງມີຄື:

  • ວັນທີ 17/06/2021: ເວລາ 10:00-10:30 ໂມງ: ໄດ້ໄປຊື້ນົມຢູ່ຮ້ານ ເຈມາກ, ບ້ານໂພນຕ້ອງຈອມມະນີ, ເມືອງຈັນທະບູລີ
  • ເວລາ 11:00-12:00 : ໂມງ ໄປຊື້ເຄື່ອງຢູ່ຕະຫລາດຂົວດີນ
  • ວັນທີ 21/06/2021: ເວລາ 09:00-11:30 ໂມງ ໄປເຮັດບົດ ຢູ່ບ້ານອາຈານ (ບ້ານດອນກອຍ, ເມືອງໄຊເສດຖາ)
  • ວັນທີ 24/06/2021: ໄປຕະຫລາດໂນນສະອາດ
  • ວັນທີ 26/06/2021:
  • ເວລາ 08:00-08:30 ໂມງ ໄດ້ໄປຕະຫລາດດົງໜາກຄາຍ,
  • ເວລາ 14:00-16:30 ໂມງ ໄດ້ໄປນັ່ງກິນຕໍາ ຢູ່ທ່າງ່ອນ ທາງເຂົ້າວັດທ່າງ່ອນ
  • ເວລາ 10:00-17:00 ໂມງ ໄດ້ໄປບ້ານພີ່ນ້ອງ ຢູ່ບ້ານຫົວຊ້າງ, ເມືອງນາຊາຍ
Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ໄຟຟ້າລາວ ກວດສອບບິນ 68 ລ້ານກີບ ຕົວຈິງແມ່ນ 960.032 ກີບ
Next Post: ມ້າງແຫຼ່ງຜະລິດຢາເສດຕິດຄັ້ງໃຫຍ່ທີ່ ແຂວງອຸດົມໄຊ

Related Posts

ສປ.ຈີນ ມອບວັກຊິນໃຫ້ ສປປ.ລາວອີກ 1 ລ້ານໂດສ Featured
ຂ່າວດ່ວນ! ເມືອງພູຄູນ ປະກາດລັອກດ່າວ ເລີ່ມ 3 ສິງຫາ ເປັນຕົ້ນໄປ ຂ່າວສານບ້ານເມືອງ
ເອັມຈີໄອ ຊ່ວຍຫ້ອງທົດລອງແບບຕູ້ຄອນເທັນເນີ ແກ່ ສປປລາວ ເພື່ອຕ້ານການລະບາດຂອງ ໂຄວິດ-19 Featured
ເກີດແຜ່ນດິນໄຫວໃນບໍລິເວນແຂວງຜົ້ງສາລີແລະແຂວງໄຊຍະບູລີ Featured
ແຮງງານກັບຈາກປະເທດເພື່ອນບ້ານພົບຄົນຕິດເຊື້ອ+67 ຄົນ ຕິດພາຍໃນ +1 ຂ່າວສານບ້ານເມືອງ
ມວນອາກາດໜາວເຢັນທີ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme