Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

Nissan TERRA – ເປັນລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ

Posted on 14/10/202115/10/2021 By ປະກາດ Pakaad No Comments on Nissan TERRA – ເປັນລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ

ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້.

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້.

ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ ທີ່ປະກອບມີບັນດາລຸ້ນຕ່າງໆທີ່ໜ້າຈົດຈໍາເຊັ່ນ: Nissan Patrol, Nissan Safari, Nissan Terrano ແລະ Nissan Xterra.

ລຸ້ນ “Patrol” ເປັນລຸ້ນທໍາອິດທີ່ຖືກວາງຈໍາໜ່າຍໃນປີ 1951 ແລະ ມີຍອດຂາຍດີຕະຫຼອດຈົນຮອດປີ 1980.

ລຸ້ນ Nissan Safari 4WD Hardtop Standard roof AD ຖືກຜະລິດຈໍຳໜ່າຍຕັ້ງແຕ່ປີ 1980 ຮອດປີ 1985.

ລຸ້ນ Nissan Terrano ເປັນລົດ SUV ຂະໜາດກາງທີ່ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1986 ຫາປີ 1995.

ລຸ້ນ Nissan Terrano II ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1993 ຫາປີ 2006.

Nissan ໄດ້ນໍາສະເໜີລຸ້ນ X-Terra’s ສູ່ທ້ອງຕະຫຼາດ ນັບຕັ້ງແຕ່ປີ 1999 ເຖິງປີ 2015.

Nissan ໄດ້ເປີດໂຕລົດ premium SUV ໃນປີ 2018, ລົດ all-new Nissan Terra ດັ່ງກ່າວ ຖືກຜະລິດທີ່ໂຮງງານຜະລິດທີ່ປະເທດໄທ ເພື່ອຈໍາໜ່າຍໃນຕະຫຼາດອາຊີຕາເວັນອອກສຽງໃຕ້ ທີ່ລວມເອົາເຄື່ອງຍົນທີ່ມີຄຸນະພາບລະດັບຕົ້ນໆ ໃສ່ກັບດ້ານໃນຂອງລົດທີ່ກວ້າງຂວາງສະດວກສະບາຍ ແລະ ມີລະບົບຂັບເຄື່ອນລົດທີ່ທັນສະໄໝອັນລ່າສຸດຂອງ Nissan ທີ່ໃຫ້ລູກຄ້າສາມາດເດີນທາງດ້ວຍຄວາມໝັ້ນໃຈໃນທຸກໆການເດີນທາງ.

ປີ 2021 – ລຸ້ນ New Nissan TERRA ໃໝ່ ຈະຖືກວາງຈໍາໜ່າຍໃນ ສປປ ລາວ ໃນໄວໆນີ້ ແລະ ຈະບໍ່ພຽງແຕ່ຮັກສາມາດຕະຖານໃນການປະຢັດນໍ້າມັນ, ການປະຕິບັດງານ, ຄວາມນິ້ມນວນ, ຄວາມສະດວກສະບາຍ, ເທັກໂນໂລຢີ AI, ຄວາມປອດໄພ, ຄວາມຫຼູຫຼາ ແລະ ຄວາມປະທັບໃຈໃນການຂັບຂີ່ ເທົ່ານັ້ນ, ແຕ່ຍັງມີລາຄາທີ່ເປັນມິດ ແລະ ມີລາຍລະອຽດພາຍນອກ ແລະ ພາຍໃນທີ່ສະດຸດຕາ ອີກດ້ວຍ.  

ລົດລຸ້ນ New Nissan TERRA ໃໝ່ ຈະມີການວາງຈໍາໜ່າຍພາຍໃນ 2-3 ອາທິດນີ້, ລົດລຸ້ນດັ່ງກ່າວ ມີການອອກແບບຮູບຊົງດ້ານໜ້າແບບ V-motion  ທີ່ໃຫຍ່ ແລະ ເງົາງາມຂຶ້ນ ພ້ອມດ້ວຍອົງປະກອບພາຍໃນທີ່ມີຄຸນະພາບສູງ. ພ້ອມນີ້, ເທັກໂນໂລຢີໃນການເຄື່ອນຍ້າຍ ລ່າສຸດຂອງ Nissan ກໍຖືກນໍາມາໃຊ້ໃນລົດ SUV ໃໝ່ນີ້.

Nissan Info brought to you by Tan Chong Motor Lao

ທ່ານສາມາດເຂົ້າຢ້ຽມຊົມໃນເວັບໄຊທ໌ www.nissan-lao.la/ ຫຼື ຕິດຕາມ Facebook Page ຂອງ Nissan Laos ທີ່ fb.com/NissanLaos/ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບລົດ Nissan ທຸກໆລຸ້ນ.

Featured, ທຸລະກິດ

Post navigation

Previous Post: ຂ່າວດີແທ້ໆແຂວງຫົວພັນຜ່ອນຄາຍມາດຕະການ
Next Post: ແຂວງຄໍາມ່ວນຫຼາຍກວ່າໝູ່ມື້ນີ້

Related Posts

ເສຍຊີວິດ 5 ຕິດເຊື່ອເພີ່ມ 282 ປົວດີ 592 Featured
ພົບແລ້ວ 2 ເຫດເຮືອຫຼົ້ມທີ່ອ່າງນ້ຳໄຜ່ ເມືອງລ້ອງແຈ້ງ Featured
ແຂວງຄໍາມ່ວນເຄັ່ງຄັດມາດຕະການອີກສອງອາທິດ Featured
ສປປລາວ ຮຽນຮູ້ແລະຜັນຂະຫຍາຍບົດຮຽນການລຶບລ້າງຄວາມທຸກຍາກຂອງ ສປ ຈີນ Featured
ອາກາດຍັງໜາວເຢັນຫາໜາວເຢັນຫລາຍຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ Featured
ເຕືອນພາຍຸດີເປຣຊັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນລຸ່ມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme